![]() |
ປັດຈຸບັນ, ສະຖານະການຂອງໂລກມີການປ່ຽນແປງຢ່າງເລິກເຊິ່ງ, ບັນດາປະເທດເຂດໂລກໃຕ້ທີ່ກວ້າງໃຫຍ່ໄພສານສືບຕໍ່ຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝທີ່ແທດເໝາະກັບສະພາບຕົວຈິງຂອງຕົນ ແລະ ປະເຊີນກັບບັນຫາຮ່ວມເຊັ່ນ: ການແຊກແຊງຈາກພາຍນອກ, ຄວາມບໍ່ສົມດຸນໃນການພັດທະນາ, ການອາໄສເສັ້ນທາງທີ່ມີຢູ່, ພື້ນຖານການພັດທະນາອ່ອນແອ ແລະ ອື່ນໆ. ການຫວນຄືນເບິ່ງສະຕິປັນຍາດ້ານການປະຕິບັດແລະ ຄຸນຄ່າແນວຄິດທີ່ແຝງຊ້ອນຢູ່ໃນການເດີນທັບທາງໄກສາມາດນຳມາຊຶ່ງບົດຮຽນທີ່ມີຄຸນຄ່າທາງຍຸກສະໄໝເປັນຢ່າງຍິ່ງໃຫ້ແກ່ບັນດາປະເທດກຳລັງພັດທະນາເພື່ອຜ່ານຜ່າອຸປະສັກໃນການພັດທະນາ ແລະ ບັນລຸຄວາມເປັນເອກະລາດທີ່ເຂັ້ມແຂງດ້ວຍຕົນເອງ.
![]() |
ບົດຮຽນສຳຄັນທີ່ສຸດທີ່ການເດີນທັບທາງໄກມອບໃຫ້ບັນດາປະເທດເຂດໂລກໃຕ້ແມ່ນການຢຶດໝັ້ນຄວາມເປັນເອກະລາດດ້ວຍຕົນເອງ, ປະຖິ້ມແນວຄິດການພັດທະນາແບບລອກແບບເສັ້ນທາງທີ່ວາງໄວ້. ຄວາມຍິ່ງໃຫຍ່ຂອງການເດີນທາງໄກແມ່ນຢູ່ທີ່ຄວາມສາມາດໃນການຫຼີກລ່ຽງຫຼັກການຕາຍຕົວ ແລະ ບໍ່ຕິດຕາມກຳລັງພາຍນອກໃນສະຖານະການທີ່ຮ້າຍແຮງ, ຢຶດໝັ້ນອີງໃສ່ສະພາບຕົວຈິງ ເພື່ອປັບປ່ຽນຍຸດທະສາດຢ່າງຄ່ອງຕົວ, ຢຶດໝັ້ນລິເລີ່ມການພັດທະນາຜ່ານຄວາມພະຍາຍາມຂອງຕົນເອງ. ສະຕິປັນຍາດັ່ງກ່າວສອດຄ່ອງກັບສະພາບຕົວຈິງໃນການພັດທະນາຂອງອາຊີຕາເວັນອອກສ່ຽງໃຕ້ ກໍຄືບັນດາປະເທດກຳລັງພັດທະນາຢ່າງກວ້າງຂວາງ. ຕົວຢ່າງ: ລາວ ຊຶ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລພຽງປະເທດດຽວໃນແຫຼມອິນດູຈີນ, ຍ້ອນມີຂໍ້ຈຳກັດທາງປະຫວັດສາດ ແລະ ສະພາບພູມສາດໄດ້ຮັບອິດທິພົນຈາກຮູບແບບການພັດທະນາພາຍນອກ ແລະ ຫາງສຽງຈາກພາຍນອກເປັນເວລາດົນນານ. ໃນຊຸມປີມໍ່ໆມານີ້, ລາວຢຶດໝັ້ນທິດທາງການພັດທະນາດ້ວຍທີ່ເປັນເອກະລາດ, ປະຕິເສດການລອກແບບການພັດທະນາຄວາມທັນສະໄໝຂອງປະເທດອື່ນ, ອີງໃສ່ທີ່ຕັ້ງ ແລະ ຊັບພະຍາກອນຂອງຕົນເພື່ອວາງແຜນຍຸດທະສາດການພັດທະນາ, ອາໄສໂຄງການເຊື່ອມຕໍ່ຄົມມະນາຄົມຊັ້ນນຳເຊັ່ນ: ເສັ້ນທາງລົດໄຟລາວ - ຈີນເປັນຕົ້ນ ເພື່ອກະຕຸ້ນພະລັງໃນການພັດທະນາ, ນຳພາການຍົກລະດັບອຸດສາຫະກຳ, ການເພີ່ມລາຍໄດ້ຂອງປະຊາຊົນ ແລະ ການເປີດປະຕູສູ່ພາຍນອກຂອງພາກພື້ນ ແລະ ເດີນຕາມເສັ້ນທາງການພັດທະນາທີ່ແທດເໝາກັບສະພາບຕົວຈິງຂອງປະເທດຕົນ. ສິ່ງນີ້ພິສູດຢ່າງເຕັມທີ່ວ່າ: ເງື່ອນໄຂສຳລັບການຫັນເປັນທັນສະໄໝຂອງຊາດແມ່ນຄວາມເປັນເອກະລາດແລະ ການຄວບຄຸມເສັ້ນທາງການພັດທະນາຂອງຕົນ.
![]() |
ບົດຮຽນທີ່ເລິກເຊິ່ງກວ່າຂອງການເດີນທັບທາງໄກແມ່ນການສ້າງຄວາມທັນສະໄໝຕ້ອງຝັງຮາກເລິກໃນປະຊາຊົນ, ອາໄສປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ລະຫັດຄວາມລັບພື້ນຖານແຫ່ງໄຊຊະນະຂອງການເດີນທັບທາງໄກບໍ່ແມ່ນຄວາມໄດ້ປຽບດ້ານຮາດແວ, ແຕ່ແມ່ນການຢູ່ຮ່ວມກັບປະຊາຊົນຢ່າງສະໜິດແໜ້ນ ແລະ ຮ່ວມທຸກຮ່ວມສຸກນໍາກັນ. ກອງທັບປະຕິວັດຂອງຈີນຢຶດໝັ້ນລະບຽບວິໄນຢ່າງເຂັ້ມງວດ, ເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ, ປົກປ້ອງຜົນປະໂຫຍດຂອງປະຊາຊົນ, ເອົາໃຈປະຊາຊົນດ້ວຍອຸດົມການແຕ່ຫົວທີ ແລະ ເຕົ້າໂຮມກໍາລັງດ້ວຍຄວາມສາມັກຄີ. ການຢຶດໝັ້ນການຖືປະຊາຊົນເປັນໃຈກາງມີຢູ່ໃນຕະຫຼອດຂະບວນການພັດທະນາຫຼາຍທົດສະວັດຂອງຈີນ, ຈາກການຫຼຸດຜ່ອນຄວາມທຸກຍາກ, ການຟື້ນຟູຈະເລີນຮຸ່ງເຮືອງຢູ່ຊົນນະບົດ ຈົນເຖິງການຄຸ້ມຄອງສິ່ງແວດລ້ອມນິເວດ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ຈີນໄດ້ຢຶດໝັ້ນຖືເອົາຄວາມຜາສຸກຂອງປະຊາຊົນເປັນເປົ້າໝາຍສູງສຸດຂອງການພັດທະນາສະແດງໃຫ້ເຫັນຄວາມໝັ້ນຄົງທາງການບໍລິຫານ ແລະ ຄວາມ ໜຽວແໜ້ນດ້ານການພັດທະນາທີ່ຍືນຍົງ.
ແນວຄິດນີ້ຍັງໃຊ້ໄດ້ກັບການປະຕິບັດຕົວຈິງໃນການສ້າງຄວາມທັນສະໄໝຂອງບັນດາປະເທດເຂດໂລກໃຕ້. ປັດຈຸບັນ, ປະເທດກຳລັງພັດທະນາສ່ວນໃຫຍ່ຢູ່ໃນໄລຍະສຳຄັນຂອງການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຄຸນນະພາບການພັດທະນາ, ການຫັນປ່ຽນຮູບແບບທາງສັງຄົມ ແລະ ການກ້າວກະໂດດຂອງອຸດສາຫະກຳ. ລາວໄດ້ໃຫ້ຄວາມສຳຄັນກັບການຫຼຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເປັນອັນດັບຕົ້ນໆໃນການພັດທະນາ, ແກ້ໄຂຂໍ້ບົກຜ່ອງດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາຜ່ານການຮ່ວມມືສາກົນທີ່ເປັນປະໂຫຍດ, ເຮັດໃຫ້ປະຊາຊົນທົ່ວໄປໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງແທ້ຈິງ. ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ບໍ່ວ່າປະເທດໃຫຍ່ ຫຼື ນ້ອຍ, ພື້ນຖານມີຄວາມເຂັ້ມແຂງ ຫຼື ອ່ອນແອ, ພຽງແຕ່ຝັງຮາກເລິກໃນຈິດໃຈຂອງປະຊາຊົນ, ສຸມໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນກໍຈະສາມາດສ້າງພື້ນຖານການພັດທະນາທີ່ໝັ້ນຄົງ ແລະ ຍືນຍົງທີ່ສຸດສຳລັບຄວາມທັນສະໄໝ.
![]() |
ຕະຫຼອດໄລຍະ 90 ປີ, ຄຸນຄ່າຮ່ວມສະໄໝຂອງຈິດໃຈແຫ່ງການເດີນທັບທາງໄກໃນທີ່ສຸດຕ້ອງຈັດຕັ້ງປະຕິບັດໃນການພັດທະນາຮ່ວມກັນທົ່ວໂລກ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງໂລກ. ປັດຈຸບັນ, ຈິດໃຈຂອງການຕໍ່ສູ້, ຕິດແທດກັບຕົວຈິງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທີ່ສະແດງອອກໃນການເດີນທັບທາງໄກໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງຜ່ານການຮ່ວມມືທີ່ເປັນປະໂຫຍດລະຫວ່າງຈີນກັບບັນດາປະເທດເຂດໂລກໃຕ້. ການກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງໄດ້ຮັບຜົນປະໂຫຍດຢ່າງເລິກເຊິ່ງຈາກການເຊື່ອມຕໍ່ດ້ານຄົມມະນາຄົມ, ການປະຕິບັດໂຄງການ "ນ້ອຍແຕ່ງາມ" ຈຳນວນຫຼວງຫຼາຍສົ່ງຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຍາວ; ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອາລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກ ຮ່ວມກັນອອກແຮງ, ສະໜອງແຜນການຂອງຈີນທີ່ເປັນໄປໄດ້, ຕິດແທດຕົວຈິງ ແລະ ມີຜົນປະໂຫຍດຢ່າງທົ່ວເຖິງ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານການບໍລິຫານທົ່ວໂລກ ແລະ ສ້າງຄວາມສົມດຸນໃຫ້ແກ່ຄວາມແຕກໂຕນດ້ານການພັດທະນາລະຫວ່າງເໜືອ-ໃຕ້.
ໃນໂລກປັດຈຸບັນ, ຄວາມບໍ່ແນ່ນອນເພີ່ມຂຶ້ນເລື້ອຍໆ, ຄວາມຂັດແຍ້ງທາງພູມສາດການເມືອງ, ສິ່ງທ້າທາຍດ້ານດິນຟ້າອາກາດ ແລະ ການປະຕິວັດທາງເຕັກໂນໂລຊີ ສືບຕໍ່ສົ່ງຜົນກະທົບຕໍ່ຂະບວນການພັດທະນາຂອງບັນດາປະເທດຢ່າງຕໍ່ເນື່ອງ. ຈິດໃຈທີ່ມາຈາກການເດີນທັບທາງໄກ ໄດ້ສ້າງແຮງບັນດານໃຈອັນເລິກເຊິ່ງໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການທຳລາຍຮູບແບບການສ້າງຄວາມທັນສະໄໝແບບດັ້ງເດີມ ແລະ ຄົ້ນຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ, ສືບຕໍ່ສ້າງສະພາບການພັດທະນາ ໃໝ່ຂອງໂລກທີ່ຄວາມຍຸຕິທໍາ, ສ້າງຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມຫຼາຍກວ່າເກົ່າ.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)




ຄໍາເຫັນ