ການພົວພັນຮ່ວມມືລະ ຫວ່າງ ລາວ ແລະ ຈີນ ມີມາແຕ່ ດົນນານພໍສົມຄວນ ໂດຍເລີ່ມມາຕັ້ງແຕ່ປີ 1961, ທີ່ປະເທດລາວຍັງແມ່ນລັດຖະບານປະ ສົມຊົ່ວຄາວຈົນຮອດປັດຈຸບັນ (2026) ລວມອາຍຸໄດ້ 65 ປີ. ປັດຈຸບັນ, ການພົວພັນຮ່ວມມືດັ່ງກ່າວ ໄດ້ກ້າວເຂົ້າສູ່ລວງເລິກ ພາຍໃຕ້ກອບການສ້າງ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ທີ່ໝັ້ນຄົງ ແລະ ຍາວນານ. ໃນການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານນີ້, ຂົງເຂດກະສິກຳ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ຖືເປັນໜຶ່ງໃນບັນຫາສeຄັນທີ່ສຸດຂອງການຮ່ວມມື ໂດຍສະເພາະການຖ່າຍທອດເຕັກໂນໂລຊີການປູກເຂົ້າພັນປະສົມໃໝ່ທີ່ຄົ້ນຄວ້າ ແລະ ພັດທະນາຈາກແຂວງຫູໜານ ຂອງຈີນ ເພື່ອເອົາໄປທົດລອງ ແລະ ຂະຫຍາຍຜົນໃນ ສປປ ລາວ. ການຮ່ວມມືດ້ານກະສິກຳ ລາວ-ຈີນ ທັງເປັນການຊ່ວຍເຫຼືອທາງດ້ານເຕັກນິກ, ທັງເປັນການຈັດຕັ້ງປະຕິບັດນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕິດພັນກັບການລຶບລ້າງຄວາມທຸກຍາກໃນພາກປະຕິບັດຕົວຈິງ. ການນຳເຂົ້າເຕັກໂນໂລຊີເຂົ້າພັນປະສົມແມ່ນເພື່ອຕອບສະໜອງໂດຍກົງ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລາວ ໃນ
ການຫັນລະບົບກະສິກຳແບບດັ້ງເດີມ ໄປສູ່ການຫັນເປັນກະສິກຳທັນສະໄໝ, ເພື່ອເພີ່ມຜົນຜະລິດກະສິກໍາທາງດ້ານປະລິ ມານ ແລະ ຄຸນນະພາບໃຫ້ນັບມື້ສູງຂຶ້ນ, ເພື່ອສາມາດຮັບປະກັນເປັນເຈົ້າຕົນເອງທາງດ້ານສະ ບຽງອາຫານ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ປະຊາຊົນ. ເພາະວ່າ ຂັ້ນຕອນທຳອິດຂອງການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນນັ້ນແມ່ນຕ້ອງໄດ້ແກ້ໄຂໄພອຶດຫິວກ່ອນ.
ຮັບຮູ້ແນວພັນເຂົ້າປະສົມ ແລະ ສູນຄົ້ນຄວ້າແນວພັນເຂົ້າປະສົມແຫ່ງຊາດ
ເຂົ້າພັນປະສົມແມ່ນແນວພັນເຂົ້າທີ່ໃຫ້ຜົນຕອບແທນສູງຫຼາຍເທົ່າທຽບໃສ່ພັນພື້ນເມືອງທີ່ເຄີຍປູກ ຊຶ່ງແຂວງຫູໜານ ແມ່ນຖານທີ່ໝັ້ນທາງດ້ານການຄົ້ນຄວ້າວິທະຍາສາດກະສິກຳຂອງຈີນ ແລະ ເປັນແຫຼ່ງກຳເນີດຂອງເຂົ້າພັນປະສົມ (Hybrid Rice) ທີ່ນຳພາການຄົ້ນຄວ້າໂດຍທ່ານ ຢວນ ຫຼົງຜິງ (Yuan Longping) ນັກວິທະຍາສາດ ຜູ້ໄດ້ຮັບການຍອມຮັບວ່າ: ເປັນ “ບິດາແຫ່ງເຂົ້າພັນປະສົມ”. ສູນຄົ້ນຄວ້າເຂົ້າພັນປະສົມແຫ່ງຊາດຈີນ ປະຈຳແຂວງຫູໜານ(China National Hybrid Rice Research and Development Center - CNHRRDC) ຫຼື ທີ່ຮູ້ຈັກກັນທົ່ວໄປໃນນາມສູນຄົ້ນຄວ້າເຂົ້າພັນປະສົມຫູໜານ ແມ່ນສະຖາບັນຄົ້ນຄວ້າວິທະ ຍາສາດກະສິກຳລະດັບຊາດ ແລະ ເປັນສູນກາງທາງດ້ານນະວັດຕະກຳເຂົ້າພັນປະສົມອັນດັບໜຶ່ງຂອງໂລກ. ສູນດັ່ງກ່າວ ຕັ້ງຢູ່ນະຄອນສາງຊາ (Changsha) ແຂວງຫູໜານ, ສປ ຈີນ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1984 ໂດຍການນຳພາຂອງທ່ານ ຢວນ ຫຼົງຜິງ (Yuan Longping) ນັກວິທະຍາ ສາດຜູ້ຊົງຄຸນວຸດທິລະດັບສູງ. ສູນຄົ້ນຄວ້າແຫ່ງນີ້, ບໍ່ພຽງແຕ່ເປັນສະຖາບັນຄົ້ນຄວ້າທົ່ວໄປ,
ແຕ່ເປັນກຳລັງຫຼັກຂອງລັດຖະ ບານຈີນ ໃນການຮັບປະກັນຍຸດທະສາດຄວາມໝັ້ນຄົງແຫ່ງຊາດ ດ້ານສະບຽງອາຫານ. ສູນຄົ້ນຄວ້າ
ດັ່ງກ່າວ ປະກອບດ້ວຍຫຼາຍພະແນກທີ່ມີໜ້າທີ່ແຕກຕ່າງກັນເຊັ່ນ: ພະແນກວິໄຈຄັດເລືອກແມ່ພັນ ເພື່ອມາປະສົມ, ປະແນກປະສົມ
ເຂົ້າພັນປະສົມ, ພະແນກວິໄຈຄວາມແຂງແຮງຂອງແນວພັນປະສົມ, ພະແນກເຕັກນິກການປູກ, ພະແນກຜະລິດ, ຂະຫຍາຍແນວພັນ ແລະ ຮັກສາຄຸນນະພາບແນວພັນ, ພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດທີ່ເປັນຜູ້ວາງແຜນ, ຄຸ້ມຄອງງົບປະມານການຄົ້ນຄວ້າ; ພະແນກຄຸ້ມຄອງຖານທົດລອງ, ພະແນກເກັບຮັກສາແນວພັນເຂົ້າທີ່ມີຫ້ອງເຢັນສາມາດເກັບຮັກສາແນວພັນໄດ້ດົນນານເຖິງ 50 ປີ, ພະແນກພັດທະນາອຸດສາຫະກຳເຂົ້າ, ພະແນກຮ່ວມມືສາກົນ... ໄລຍະຜ່ານມາສູນຄົ້ນຄວ້າ ໄດ້ດຳເນີນການວິໄຈທາງດ້ານພັນທຸກຳ (Genetics)
ແລະ ປັບປຸງສາຍພັນເຂົ້າປະສົມສະໜິດໃໝ່ໃຫ້ມີຄວາມຕ້ານທານຕໍ່ການປ່ຽນແປງຂອງດິນຟ້າອາກາດ, ສັດຕູພືດ ແລະ ຍົກລະດັບສະມັດຖະພາບຜົນຜະລິດໃຫ້ສູງທີ່ສຸດ (Super HybridRice); ສູນຄົ້ນຄວ້າເປັນສູນກາງໃນການເຜີຍແຜ່ເຕັກນິກການຜະລິດແນວພັນ, ການກ້າເບ້ຍ ແລະ ການຄຸ້ມຄອງການປູກເຂົ້າແບບວິທະຍາສາດໃຫ້ແກ່ຊາວກະສິກອນ ແລະ ນັກວິຊາການທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ສູນຄົ້ນຄວ້າຍັງເຮັດໜ້າທີ່ເປັນຕົວແທນ
ຂອງລັດຖະບານຈີນ ໃນການສົ່ງເສີມການຮ່ວມມືໃຕ້-ໃຕ້ (South-South Cooperation) ແລະ ຂະຫຍາຍອິດທິພົນທາງບວກ ຜ່ານການຊ່ວຍເຫຼືອດ້ານກະສິກຳພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ນັບຕັ້ງແຕ່ສ້າງຕັ້ງຂຶ້ນມາ, ສູນຄົ້ນຄວ້າແຫ່ງນີ້ ໄດ້ສ້າງຜົນງານທີ່ເປັນຂີດໝາຍປະຫວັດສາດ ທັງໃນລະດັບຊາດ ແລະ ລະດັບໂລກເຊັ່ນ: ສູນໄດ້ປະສົບຜົນສຳເລັດໃນການຄົ້ນຄວ້າ “ເຂົ້າພັນປະສົມຊຸບເປີ” (Super Hybrid Rice) ສາມາດສ້າງສະຖິຕິຜົນຜະລິດຢ່າງຕໍ່ເນື່ອງ, ບັນລຸຜົນຜະລິດໄດ້ຫຼາຍກວ່າ 15-18 ໂຕນຕໍ່ເຮັກ
ຕາ ໃນເຂດທົດລອງ, ເປັນການແກ້ໄຂບັນຫາຄວາມອຶດຫິວໃນປະເທດຈີນຢ່າງສິ້ນເຊີງ. ຈາກນັ້ນ, ສູນດັ່ງກ່າວ ໄດ້ເປີດຊຸດຝຶກອົບຮົມເຕັກໂນໂລຊີເຂົ້າພັນປະສົມລະດັບສາກົນຫຼາຍຮ້ອຍຄັ້ງ ໂດຍໄດ້ຝຶກອົບຮົມນັກວິຊາການກະສິກຳ ແລະ ເຈົ້າໜ້າທີ່ພາກລັດຫຼາຍກວ່າ 10.000 ກວ່າຄົນ ຈາກ 80 ກວ່າປະເທດທົ່ວໂລກ, ລວມທັງພະນັກງານ ແລະ ຊ່ຽວຊານຈາກ ສປ ຈີນ. ປັດຈຸບັນ, ເຂົ້າພັນປະສົມຂອງຫູໜານ ໄດ້ຖືກນຳໄປປູກຢ່າງເປັນທາງການຫຼາຍກວ່າ 40 ປະເທດໃນອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ.
ສຳລັບ ສປປ ລາວ, ສູນແຫ່ງນີ້ ໄດ້ສົ່ງຊ່ຽວຊານເຂົ້າມາຕັ້ງສູນສາທິດການຄົ້ນຄວ້າ, ທົດລອງສາຍພັນທີ່ເໝາະສົມກັບສະພາບດິນ
ຟ້າອາກາດຂອງລາວ ແລະ ຊ່ວຍຍົກລະດັບສະມັດຖະພາບການຜະລິດເຂົ້າໃນຫຼາຍແຂວງ, ເປັນການປະກອບສ່ວນໂດຍກົງ ເຂົ້າໃນຍຸດທະສາດການລຶບລ້າງຄວາມທຸກຍາກຂອງພັກ ແລະ ລັດຖະບານລາວ.
ລວມຄວາມແລ້ວ, ສູນຄົ້ນຄວ້າເຂົ້າພັນປະສົມຫູໜານບໍ່ພຽງແຕ່ເປັນສັນຍາລັກຂອງຄວາມກ້າວໜ້າທາງວິທະຍາສາດຂອງຈີນເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືທາງຍຸດທະສາດທີ່ສຳຄັນໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດໃນໂລກ, ໃນນັ້ນມີ ສປປ ລາວ.
ການເປັນ “ຄູ່ຮ່ວມຊາຕາກຳລາວ-ຈີນ” ຜ່ານການຮ່ວມມືຂົງເຂດກະສິກຳ ໂດຍສະເພາະແມ່ນການປູກເຂົ້າສາຍພັນປະສົມເຂົ້າພັນປະສົມຈາກຫູໜານ ໄດ້ຖືກນຳມາທົດລອງປູກຢູ່ສູນສາທິດເຕັກໂນໂລຊີກະສິກຳ ລາວ-ຈີນ ແລະ ຫຼາຍແຂວງຂອງ
ລາວ ເພື່ອສາມາດຕອບສະໜອງຕໍ່ສະພາບດິນຟ້າອາກາດ, ລະ ດັບຄວາມອຸດົມສົມບູນຂອງດິນ ແລະ ຄວາມຕ້ານທານຕໍ່ສັດຕູພືດໃນເຂດຮ້ອນຊຸ່ມ. ສາຍພັນໃໝ່ເຫຼົ່ານີ້ ຖືກປັບປຸງຜ່ານລະບົບເຕັກໂນໂລຊີທີ່ທັນສະໄໝຢ່າງມີວິທະຍາສາດໃຫ້ເໝາະສົມກັບດິນຟ້າອາກາດໃນແຕ່ລະເຂດຂອງ ສປປ ລາວ, ເຮັດໃຫ້ເຂົ້າພັນປະສົມຈາກຫູໜານສາມາດໃຫ້ຜົນຜະລິດສູງກວ່າເຂົ້າພັນພື້ນ ເມືອງຂອງລາວຫຼາຍເທົ່າ. ໃນຂະນະທີ່ການປູກເຂົ້າແບບດັ້ງເດີມ ຂອງ ສປປ ລາວ ໃຫ້ຜົນຜະລິດສະເລ່ຍ 3-4 ໂຕນຕໍ່ເຮັກຕາ, ແຕ່ເຂົ້າພັນປະສົມສາມາດຍົກສະມັດຖະພາບສູງຂຶ້ນເຖິງ 8-10 ໂຕນຕໍ່ເຮັກຕາ. ສິ່ງນີ້ເປັນການຫັນປ່ຽນທາງດ້ານປະລິມານທີ່ສາມາດນຳໄປສູ່ການຮັບປະກັນຄວາມໝັ້ນຄົງທາງດ້ານລະບຽງອາຫານລະດັບຊາດ ໃນອະນາຄົດ.
ຄະນະຊ່ຽວຊານຈາກສູນຄົ້ນຄວ້າເຂົ້າພັນປະສົມຫູໜານ ໄດ້ໄປ ສປປ ລາວ, ລົງພື້ນທີ່ຕົວຈິງ ເພື່ອຝຶກອົບຮົມເຕັກນິກການກ້າເບ້ຍ, ການຄຸ້ມຄອງນ້ຳແບບວິທະຍາສາດ, ການໃສ່ຝຸ່ນ ແລະ ການເກັບກ່ຽວໃຫ້ແກ່ນັກວິຊາ ການກະສິກຳລາວ. ນີ້ຄືການສ້າງກຳລັງແຮງງານທີ່ມີຄວາມ ຮູ້ລະດັບວິຊາການສູງຮັບປະກັນຄວາມຍືນຍົງຂອງໂຄງການ. ໂຄງການຮ່ວມມືນີ້ ໄດ້ສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ຢ່າງຈະແຈ້ງ, ຜົນຜະລິດທີ່ເພີ່ມຂຶ້ນ ບໍ່ພຽງແຕ່ຕອບສະໜອງການ ບໍລິໂພກພາຍໃນປະເທດເທົ່ານັ້ນ, ແຕ່ຍັງສ້າງທ່າແຮງໃນການສົ່ງອອກເຂົ້າສານຄຸນນະພາບສູງກັບຄືນສູ່ຕະຫຼາດຈີນ ແລະ ພາກພື້ນ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນລະບົບໂລຈິສຕິກຍຸດທະສາດ. ພ້ອມດຽວກັນນັ້ນ, ໄດ້ຊ່ວຍຍົກລະດັບຊີ ວິດການເປັນຢູ່ຂອງຊາວກະສິ ກອນຢ່າງເປັນຮູບປະທຳ. ໝາກຜົນຂອງການນຳໃຊ້ເຕັກໂນໂລຊີເຂົ້າພັນປະສົມຈາກແຂວງຫູໜານເຂົ້າໃນລະບົບກະສິກຳຂອງລາວແມ່ນບາດກ້າວສຳຄັນ ໃນການຫັນປ່ຽນຮູບແບບການຜະລິດຂອງຊາດ. ສະທ້ອນໃຫ້ເຫັນເຖິງປະສິດທິຜົນຂອງການທູດໃນພາບປະຕິບັດຕົວຈິງ ຊຶ່ງແປປ່ຽນວິໄສທັດທາງການເມືອງລະດັບສູງວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳໃຫ້ກາຍເປັນຜົນປະໂຫຍດຕົວຈິງ, ຮັບປະກັນຄວາມຮັ່ງມີ ແລະ ໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ປະຊາຊົນທັງສອງຊາດ.
ການສ້າງຕັ້ງສູນທົດລອງ ແລະ ການພັດທະນາເຂົ້າພັນປະສົມຈາກແຂວງຫູໜານ ໃນ ສປປ ລາວ ແມ່ນການຮ່ວມມືລະຫວ່າງລັດຖະບານ ແລະ ພາກທຸລະກິດຂອງທັງສອງປະເທດ ໂດຍການດຳເນີນງານຫຼັກແມ່ນຜ່ານກອບການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ຂອງ ສປປ ລາວ ກັບສູນຄົ້ນຄວ້າເຂົ້າພັນປະສົມແຫ່ງຊາດຈີນ (ແຂວງຫູໜານ) ແລະ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ໂດຍວິສາຫະກິດຈາກແຂວງຫູໜານເຊັ່ນ: ບໍລິສັດ ຊວນເຢ (Xuanye) ພັດທະນາກະສິກຳນິເວດຫູໜານ (Xuanye (Lao) Co., Ltd.). ບໍລິສັດນີ້ ໄດ້ຮັບອະນຸຍາດນໍາໃຊ້ເຕັກໂນໂລຊີ, ຊ່ຽວຊານ ແລະ ແນວພັນເຂົ້າຈາກຫູໜານເຂົ້າມາທົດລອງປັບປຸງພັນ ເພື່ອໃຫ້ເຂົ້າກັບສະພາບອາກາດຂອງລາວ ຢ່າງເປັນທາງການ. ສູນສາທິດເຕັກໂນໂລຊີກະສິກຳລາວ-ຈີນ, ຕັ້ງຢູ່ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ນີ້ເປັນສູນກາງໃນການວິໄຈດິນ, ທົດລອງແນວພັນ ແລະ ສັງເກດການຈະເລີນເຕີບໂຕຂອງເຂົ້າພັນປະສົມ. ນອກຈາກສູນຫຼັກແລ້ວ, ຍັງໄດ້ມີການສ້າງຕັ້ງສູນພັດທະນາອຸດສາຫະກຳກະສິກຳແບບຄົບວົງຈອນ ແລະ ເຂດຜະລິດທົດລອງຢູ່ແຂວງອື່ນໆເຊັ່ນ: ແຂວງສະຫວັນນະເຂດ ແລະ ສາລະວັນ ເພື່ອທົດລອງການປູກເຂົ້າໃນເຂດດິນຊາຍ ແລະ ດິນລ່ວນຂອງພາກໃຕ້ ແລະ ພາກກາງ ຊຶ່ງເປັນແຫຼ່ງປູກເຂົ້າທີ່ສຳຄັນຂອງລາວ. ໃນເຂດທົດລອງ, ຜົນຜະລິດເຂົ້າເພີ່ມຂຶ້ນ ສະເລ່ຍຈາກ 3-4 ໂຕນຕໍ່ເຮັກຕາ (ສຳລັບເຂົ້າພື້ນເມືອງ) ມາເປັນ 8-10 ໂຕນຕໍ່ເຮັກຕາ. ຜົນສຳເລັດຈາກການຮ່ວມມືນີ້, ເຮັດໃຫ້ບໍລິສັດຊວນເຢ ກາຍເປັນວິສາຫະກິດທຳອິດທີ່ໄດ້ຮັບໂຄຕ້າ ແລະ ອະນຸຍາດຢ່າງເປັນທາງການ ໃນການສົ່ງອອກເຂົ້າສານຄຸນນະພາບສູງຈາກລາວ ກັບຄືນໄປຂາຍຢູ່ຕະຫຼາດປະເທດຈີນ, ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າກະສິກຳລາວ.
ຄວາມຮູ້ສຶກຂອງຕົນເອງ ຜ່ານການທັດສະນະສຶກສາຢູ່ສູນຄົ້ນຄວ້າເຂົ້າພັນປະສົມແຫ່ງຊາດ ຫູໜານ
ເມື່ອກ້າວເຂົ້າສູ່ບໍລິເວນສູນຄົ້ນຄວ້າເຂົ້າພັນປະສົມແຫ່ງຊາດຈີນທີ່ນະຄອນສາງຊາ ແຂວງຫູໜານ, ຄວາມຮູ້ສຶກທຳອິດທີ່
ສຳຜັດໄດ້ບໍ່ແມ່ນພຽງແຕ່ຄວາມຍິ່ງໃຫຍ່ທາງດ້ານໂຄງລ່າງພື້ນ ຖານ ຫຼື ຄວາມທັນສະໄໝຂອງຫ້ອງທົດລອງວິທະຍາສາດເທົ່ານັ້ນ, ແຕ່ແມ່ນກິ່ນອາຍແຫ່ງຄວາມມຸ່ງໝັ້ນອັນແຮງກ້າຂອງນັກວິທະຍາສາດ ແລະ ການນຳພັກ-ລັດ ຈີນທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ເພື່ອແກ້ໄຂບັນຫາທີ່ທ້າທາຍທີ່ສຸດຂອງມວນມະນຸດ, ນັ້ນແມ່ນຄວາມໝັ້ນຄົງທາງດ້ານສະບຽງອາຫານ. ໃນຖານະທີ່ເປັນພະນັກງານ-ອາຈານສອນມາຈາກ ສປປ ລາວ, ຜູ້ທີ່ເຮັດໜ້າທີ່ຕິດພັນກັບການສຶກສາທິດສະດີການເມືອງ, ການຄຸ້ມຄອງລັດ ແລະ ການຊອກຄົ້ນຫາກົນໄກການພັດທະນາເສດຖະກິດ-ສັງຄົມ, ການມາທັດສະນະສຶກສາຄັ້ງນີ້ ປຽບເໝືອນການໄດ້ເປີດປຶ້ມຕຳລາເຫຼັ້ມໃໝ່ທີ່ຂຽນຂຶ້ນຈາກພາກພຶດຕິກໍາຕົວຈິງ ຊຶ່ງເຕັມໄປດ້ວຍບົດຮຽນອັນລ້ຳຄ່າ ສຳລັບການນຳພາປະເທດຊາດຫຼຸດພົ້ນອອກຈາກໄພອຶດຫິວ, ພົ້ນຈາກຄວາມທຸກຍາກ.
ພາບທົ່ງນາທົດລອງສີເຫຼືອງອ່ອນທີ່ເຕັມໄປດ້ວຍຮວງເຂົ້າທີ່ໜັກຈົນກົ່ງລົງດິນຢູ່ຕໍ່ໜ້າພວກເຮົາບໍ່ແມ່ນຜົນຜະລິດທີ່ເກີດຂຶ້ນ
ໂດຍບັງເອີນ, ແຕ່ມັນແມ່ນໝາກຜົນແຫ່ງການປະຕິວັດທາງດ້ານວິທະຍາສາດ-ເຕັກນິກທີ່ນຳພາໂດຍທ່ານ ຢວນ ຫຼົງຜິງ ບິດາແຫ່ງເຂົ້າພັນປະສົມ. ເມື່ອໄດ້ຮັບຟັງການບັນຍາຍຢ່າງລະອຽດຂອງສູນກ່ຽວກັບປະຫວັດຄວາມເປັນມາ, ແຕ່ລະບາດກ້າວຂອງການຄົ້ນຄວ້າຕ້ອງຜ່ານຜ່າອຸປະສັກທີ່ນັບບໍ່ຖ້ວນ, ມັນເຮັດໃຫ້ຂ້າພະເຈົ້າຫວນຄິດເຖິງແນວຄິດຊີ້ນຳຂອງການນຳພັກ-ລັດເຮົາ ໂດຍສະເພາະແມ່ນແນວຄິດ ຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍເນັ້ນໜັກວ່າ: ຕ້ອງຖືເອົາກະສິກຳ-ປ່າໄມ້ເປັນສະ ໜາມຮົບອັນດັບໜຶ່ງໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ຖືເອົາກະສິກຳເປັນພື້ນຖານ ໃຫ້ແກ່ການພັດທະນາອຸດສາ ຫະກຳ ແລະ ສ້າງໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ. ສິ່ງທີ່ ສປ ຈີນ ໄດ້ເຮັດສຳເລັດຢູ່ ຫູໜານແມ່ນການນຳເອົາທິດສະດີດັ່ງກ່າວ ມາສູບລ້ຽງດ້ວຍນ້ຳມືຂອງວິທະຍາສາດ ແລະ ຈັດຕັ້ງປະຕິບັດ ຜ່ານກົນໄກຄຸ້ມຄອງເສດຖະກິດມະຫາພາກທີ່ເໝາະສົມ, ຈີນສາມາດລ້ຽງດູປະຊາກອນຫຼາຍກວ່າໜຶ່ງພັນລ້ານຄົນໄດ້ຢ່າງກຸ້ມຕົນເອງ.
ໃນລະຫວ່າງການລົງເລິກສຶກສາລະບົບການຄຸ້ມຄອງຂອງ ສູນ, ສິ່ງໜຶ່ງທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງແມ່ນການເຊື່ອມໂຍງຢ່າງກົມກຽວ ລະຫວ່າງ ການຄົ້ນຄວ້າຂັ້ນສູງກັບການນຳໄປ ຈັດຕັ້ງປະຕິບັດຕົວຈິງຢູ່ຮາກຖານ. ຜົນງານວິໄຈຈາກຫ້ອງທົດລອງບໍ່ໄດ້ຖືກເກັບໄວ້ເທິງຫິ້ງ, ແຕ່ໄດ້ຖືກນຳໄປຖ່າຍທອດໃຫ້ຊາວກະສິກອນໂດຍກົງຜ່ານລະບົບການສົ່ງເສີມກະສິກຳທີ່ມີ ປະສິດທິພາບ ແລະ ການເຂົ້າຮ່ວມຂອງເສດຖະກິດຫຼາຍພາກສ່ວນ ລວມທັງວິສາຫະກິດເອກະຊົນ ແລະ ລັດວິສາຫະກິດ. ນີ້ຄືຕົວແບບຂອງການຫັນເປັນອຸດ ສາຫະກຳ ແລະ ທັນສະໄໝທີ່ ສປປ ລາວ ສາມາດຖອດຖອນມາເປັນບົດຮຽນໄດ້ຢ່າງເປັນຮູບປະທຳ. ເມື່ອກັບມາເບິ່ງນະຄອນຫຼວງວຽງຈັນ ແລະ ບັນດາແຂວງອູ່ເຂົ້າອູ່ນ້ຳຂອງປະເທດເຮົາ, ພວກເຮົາມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ທີ່ດິນຢ່າງມະຫາສານ. ຖ້າຫາກພວກເຮົາສາມາດໝູນໃຊ້ກົນໄກການຖ່າຍທອດເຕັກໂນໂລຊີ, ພັດທະນາສົມບູນແບບຊາວກະສິກອນ ແລະ ວາງນະໂຍບາຍສົ່ງ
ເສີມການນຳໃຊ້ເຂົ້າພັນປະສົມທີ່ເໝາະສົມກັບດິນຟ້າອາກາດ ໃນແຕ່ລະເຂດຂອງລາວ ດັ່ງທີ່ ບໍລິສັດຊວນເຢ ພວມພະຍາຍາມຂະຫຍາຍຜົນຢູ່ນັ້ນ, ມູນຄ່າເພີ່ມທາງເສດຖະກິດທີ່ຈະເກີດຂຶ້ນ ຈະເປັນກຳລັງຂັບເຄື່ອນອັນມະຫາສານ ໃນການແກ້ໄຂບັນຫາຄວາມທຸກຍາກໃຫ້ແກ່ພໍ່ແມ່ປະຊາຊົນຢ່າງແນ່ນອນ.
ນອກຈາກນັ້ນ, ການຢ້ຽມຢາມຄັ້ງນີ້ຍັງເຮັດໃຫ້ຂ້າພະເຈົ້າ ສຳຜັດໄດ້ເຖິງລວງເລິກຂອງສາຍພົວພັນມິດຕະພາບລາວ-ຈີນ. ໂຄງການຮ່ວມມືຕ່າງໆ ພາຍໃຕ້ຂໍ້ລິເລີ່ມ; “ໜຶ່ງແລວ ໜຶ່ງເສັ້ນທາງ” ບໍ່ໄດ້ຈຳກັດຢູ່ພຽງແຕ່ເສັ້ນທາງລົດໄຟທີ່ເຊື່ອມຕໍ່ພູຜາປ່າ ດົງ, ແຕ່ຍັງເຊື່ອມຕໍ່ສາຍໃຍແຫ່ງຊີວິດຜ່ານການແບ່ງປັນເຕັກໂນໂລຊີກະສິກຳ. ການທີ່ລັດຖະບານຈີນໄດ້ສົ່ງຊ່ຽວຊານລົງໄປສ້າງ ຕັ້ງສູນສາທິດຢູ່ລາວ, ຝຶກອົບຮົມພະນັກງານເຕັກນິກລາວ ແລະ ຊ່ວຍປັບປຸງສາຍພັນເຂົ້າໃຫ້ທົນທານຕໍ່ສະພາບອາກາດບ້ານເຮົາ ໂດຍຜ່ານສູນຄົ້ນຄວ້າແຫ່ງນີ້, ແມ່ນການສະແດງອອກຢ່າງຈະແຈ້ງເຖິງຈິດໃຈແຫ່ງການເປັນ “ຄູ່ຮ່ວມຊາຕາກຳ” ທີ່ບໍ່ຖິ້ມໃຜໄວ້ເບື້ອງຫຼັງ. ມັນແມ່ນການທູດພາກປະຕິບັດທີ່ແປປ່ຽນວິໄສທັດທາງການເມືອງໃຫ້ກາຍເປັນເຂົ້າປາອາຫານເທິງພາເຂົ້າຂອງປະຊາຊົນ.
ສຸດທ້າຍນີ້, ຂອບໃຈນຳ CMG ທີ່ໄດ້ສ້າງໂຄງການກິດຈະກຳຍ່າງທົ່ວຈີນ ແລະ ໃຫ້ໂອກາດໃຫ້ພວກຂ້າພະເຈົ້າ ໄດ້ມາເຫັນສິ່ງໃໝ່ໆທີ່ລ້ຳສະໄໝຂອງຈີນ, ຂອບໃຈການນຳແຂວງຫູໜານ, ນະຄອນສາງຊາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການທັດສະນະສຶກສາຄັ້ງນີ້. ພິເສດ, ຂໍຂອບໃຈນຳທີມງານ CMG ທັງໝົດທີ່ໃຫ້ການຕ້ອນຮັບທີ່ດີເລີດ, ອົບອຸ່ນເປັນກັນເອງແບບອ້າຍນ້ອງ ແລະ ອຳນວຍຄວາມສະດວກທຸກຢ່າງ.
ການເດີນທາງມາທັດສະນະສຶກສາ ໄດ້ສິ້ນສຸດລົງ, ແຕ່ພາລະກິດໃນການນຳເອົາແສງສະຫວ່າງແຫ່ງເຕັກໂນໂລຊີ ແລະ ບົດຮຽນການຄຸ້ມຄອງທີ່ກ້າວໜ້າກັບຄືນໄປພັດທະນາປະເທດ ສປປ ລາວ ໄດ້ເລີ່ມຂຶ້ນແລ້ວ.

![]() |

ຄໍາເຫັນ