![]() |
ພິທີເປີດ-ປິດໄດ້ຈັດຂຶ້ນ ແລະ ສຳເລັດໃນວັນທີ 17 ຕຸລາຜ່ານມາ, ທີ່ສະລອຍນນໍ້າ ສະໜາມກິລາແຫ່ງຊາດຫຼັກ 16 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະ ພັນກິລາລອຍນ້ຳນະຄອນຫຼວງວຽງຈັນ, ມີບັນດາອະດີດການນຳ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ພະ ແນກການອ້ອມຂ້າງນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະຫະພັນລອຍນໍ້າແຫ່ງຊາດ, ນະຄອນຫຼວງວຽງຈັນ ແລະ ແຂວງ, ສະໂມສອນ, ຄູຝຶກ ແລະ ນັກກິລາ, ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ພູວັນ ພູເລືອງຫົງ ລາຍງານວ່າ: ລາຍການນີ້ເຄີຍຈັດຂຶ້ນໃນເດືອນຕຸລາ 2025 ໂດຍມີນັກກິລາເຂົ້າຮ່ວມ 180 ຄົນ ແລະ ໃນຄັ້ງທີ 2 ປີນີ້ ໄດ້ດໍາເນີນ 1 ວັນ ເພື່ອເປັນການສ້າງຂະບວນການ ເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນກິລາລອຍນ້ຳໃຫ້ກວ້າງຂວາງ, ຊຸກຍູ້ສົ່ງເສີມເຍົາວະຊົນ ແລະ ໄວໜຸ່ມໃຫ້ຫັນມາສົນໃຈຫຼິ້ນກິລາ ຊຶ່ງໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ. ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ທີ່ສຳຄັນ ເພື່ອຄັດເລືອກ ແລະ ພັດທະນານັກກິລາພອນສະຫວັນດີເດັ່ນ ສາມາດກ້າວໄປສູ່ລະດັບອະນຸພາກພື້ນ ແລະ ສາກົນໃນອະນາຄົດ.
![]() |
ການແຂ່ງຂັນປີນີ້, ມີຄວາມຄຶກຄື້ນ ແລະ ມ່ວນຊື່ນເປັນພິເສດ ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 150 ຄົນ ຍິງ 66 ຄົນ ຕັ້ງແຕ່ຮຸ່ນອາຍຸ 8 ປີຂຶ້ນໄປຈາກ 15 ສະໂມສອນທັງພາຍໃນ ແລະ ຕ່າງປະ ເທດເຊັ່ນ: ມາຈາກແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ໂຮງຮຽນນານາຊາດຕ່າງໆ ແລະ ບັນດາສະໂມສອນພາຍໃນນະຄອນຫຼວງວຽງຈັນ, ພິເສດມີສະໂມສອນຈາກປະເທດໄທເຂົ້າຮ່ວມ ຊຶ່ງມີການຊີງໄຊທັງໝົດ 102 ລາຍການ ໃນ 6 ປະເພດແຂ່ງຂັນ ປະກອບມີລອຍຟຣີສະໄຕລ໌, ລອຍຫງາຍ, ລອຍກົບ, ລອຍແມງກະເບື້ອ, ລອຍດ່ຽວປະສົມ ແລະ ລອຍທີມປະສົມ.
ຜ່ານການແຂ່ງຂັນຜົນປະກົດວ່າ: ເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນລອຍນໍ້າອ່າງຄໍາ ສາມາດຍາກໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ສ້າງຜົນງານຄັ້ງປະຫວັດສາດໃຫ້ສະ ໂມສອນ ສາມາດແຈ້ງເກີດໃນວົງການກິລາລອຍນໍ້າ ນວ ກໍຄື ລະດັບຊາດ ຂະນະທີ່ ທີ 2: ສະໂມສອນຝຶກສອນທາງນໍ້າວຽງຈັນ ຍາດໄປ 49 ຫຼຽນຄຳ 27 ຫຼຽນເງິນ ແລະ 19 ຫຼຽນທອງ; ທີ 3: ໂຮງຮຽນນານາຊາດຝຣັ່ງ ຍາດໄດ້ 28 ຫຼຽນຄຳ, 22 ຫຼຽນເງິນ ແລະ 22 ຫຼຽນທອງ, ທີ 4: ໂຮງຮຽນນານາຊາດ ຮິດຟິວ ໄດ້ 27 ຫຼຽນຄຳ, 16 ຫຼຽນເງິນ ແລະ 13 ຫຼຽນທອງ ແລະ ທີ 5: ສະໂມສອນອິນດຣ້າ (ປະເທດໄທ) ໄດ້ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 8 ຫຼຽນທອງ.
(ຂ່າວ: ສົງການ ພັນແພງດີ)


ຄໍາເຫັນ