ທ່ານສອນທະນູທໍາມະວົງໄດ້ສະແດງຄວາມຊົມເຊີຍແລະເຫັນດີເປັນເອກະພາບສູງຕໍ່ການສະເໜີຂອງຄະນະຮັບຜິດຊອບປັບປຸງຮ່າງກົດໝາຍດັ່ງກ່າວຊຶ່ງເຫັນວ່າເນື້ອໃນມີຄວາມຈະແຈ້ງ, ຊັດເຈນແລະຮັດກຸມຂຶ້ນກວ່າເກົ່າ. ຢ່າງໃດກໍຕາມ, ສະເໜີມີຄໍາເຫັນເພື່ອແລກປ່ຽນບາງຈຸດກ່ຽວກັບມາດຕາ 4 ຫຼັກການເຄື່ອນໄຫວຂອງລັດຖະບານສະເໜີໃຫ້ເພີ່ມຄຳສັບຕື່ມເຂົ້າຊຶ່ງເປັນຈຸດທີ່ສໍາຄັນທີ່ສຸດໃນຂໍ້ທີໜຶ່ງໂດຍສະເພາະເຄົາລົບແລະປະຕິບັດລັດຖະທຳມະນູນ, ກົດໝາຍລະບຽບການຕ່າງໆອັນນີ້ແມ່ນຍັງບໍ່ທັນພຽງພໍເທື່ອຂໍໃຫ້ຕື່ມຄໍາສັບວ່າ: ເຄົາລົບ, ປະຕິບັດແລະຄຸ້ມຄອງສັງຄົມຕາມລັດຖະທຳມະນູນ, ກົດໝາຍແລະລະບຽບການເນື່ອງຈາກວ່າຄໍາສັບຄຸ້ມຄອງສັງຄົມແມ່ນມີຄວາມໝາຍສໍາຄັນທີ່ສຸດຊຶ່ງເຫັນວ່າມີລັກສະນະກວ້າງໂດຍສະເພາະແມ່ນການຄຸ້ມຄອງສັງຄົມແມ່ນການກະທົບການຈັດຕັ້ງແມ່ນການກໍານົດທິດເປົ້າໝາຍຕ່າງໆທີ່ເກີດຂຶ້ນໃນຊີວິດສັງຄົມເຊັ່ນ: ດ້ານເສດຖະກິດ-ການເມືອງ, ວັດທະນະທຳ-ສັງຄົມແລະສິ່ງແວດລ້ອມຕ່າງໆ.ດັ່ງນັ້ນ,ຖ້ານໍາໃຊ້ຄໍາສັບດັ່ງກ່າວນີ້ແມ່ນຈະຮັດກຸມແລະມີປະສິດທິພາບຫຼາຍຂຶ້ນ. ກ່ຽວກັບໝວດທີ 2 ຄວາມຮັບຜິດຊອບຂອງລັດຖະບານນອກຈາກສິດແລະໜ້າທີ່ແລ້ວຄວນມີມາດຕາໃດໜຶ່ງທີ່ກໍານົດກ່ຽວກັບຄວາມຮັບຜິດຊອບຂອງລັດຖະບານ, ຄວາມຮັບຜິດຊອບຂອງຫົວໜ້າລັດຖະບານແລະຄວາມຮັບຜິດຊອບຂອງບັນດາສະມາຊິກລັດຖະບານໃຫ້ຈະແຈ້ງ. ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານນັ້ນສະແດງອອກສອງຢ່າງຊຶ່ງໃນກົດໝາຍດັ່ງກ່າວແມ່ນຍັງບໍ່ທັນໄດ້ຂຽນເທື່ອ. ອັນທີໜຶ່ງລັດຖະບານຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ສະພາແຫ່ງຊາດຕໍ່ຄະນະປະຈຳສະພາແຫ່ງຊາດແລະຕໍ່ປະທານປະເທດ, ໃນການປະຕິບັດໜ້າທີ່ຂອງຕົນແລະບັນດາປະສິດທິຜົນໃນການເຄື່ອນໄຫວການບໍລິຫານການຄຸ້ມຄອງຢູ່ໃນກົງຈັກບໍລິຫານລັດຖະບານ. ອັນທີສອງຄວາມຮັບຜິດຊອບຂອງລັດຖະບານຈະຕ້ອງໄດ້ລາຍງານວຽກຕໍ່ສະພາແຫ່ງຊາດຕໍ່ຄະນະປະຈໍາສະພາແຫ່ງຊາດຕໍ່ປະທານປະເທດຄວນໄດ້ກໍານົດວ່າໃນປີໜຶ່ງມີຈັກຄັ້ງຢ່າງໜ້ອຍຕ້ອງ 2 ຄັ້ງຕໍ່ປີ. ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ
ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຄໍາເຫັນ