![]() |
ກອງປະຊຸມໃຫຍ່ຄັ້ງນີ້ເປັນເຫດການສໍາຄັນທາງການເມືອງຂອງອົງຄະນະພັກຫ້ອງວ່າການສູນກາງພັກ ທີ່ຈະໄດ້ຕີລາຄາຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນຈາກການນໍາພາ-ຊີ້ນໍາໃນ ໄລຍະ 5 ປີຜ່ານມາ, ກໍານົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການເມືອງຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການ ຊ່ວຍສູນກາງພັກ ໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາຫ້ອງວ່າການສູນກາງພັກ ຊຶ່ງໄດ້ຕີລາຄາຜົນການນໍາພາຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີVII ໃນ 5 ປີຜ່ານມາຢ່າງຮອບດ້ານ, ໂດຍສະເພາະແມ່ນຜົນສໍາເລັດໃນການປະຕິບັດພາລະບົດບາດ, ໜ້າທີ່ເປັນເສນາທິການ ໃຫ້ແກ່ສູນກາງພັກ ດ້ານເນື້ອໃນ, ການປະສານງານ ແລະ ການບໍລິຫານຮັບໃຊ້ການນຳ, ການປັບປຸງກົງຈັກຈັດຕັ້ງ; ການກໍ່ສ້າງພັກ ແລະ ພະນັກງານ; ການຄຸ້ມຄອງ, ກວດກາ ແລະ ປ້ອງກັນພາຍໃນ; ການພັດທະນາພື້ນຖານວັດຖຸ-ເຕັກນິກ ແລະ ການຫັນເປັນທັນສະໄໝ; ວຽກງານອົງການຈັດຕັ້ງມະຫາຊົນ; ວຽກງານພິພິທະພັນ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ; ວຽກງານປະຕິຮູບລັດວິສາຫະກິດ ແລະ ວຽກງານການພົວພັນຮ່ວມມືກັບຫ້ອງວ່າການປະເທດເພື່ອນມິດ. ໄດ້ສຳເລັດການປະຕິບັດແຜນພັດທະນາ ຫ້ອງວ່າການສູນກາງພັກທີ່ປະກອບດ້ວຍ 4 ແຜນງານໃຫຍ່, 24 ໂຄງການຈຸດສຸມ ແລະ 81 ກິດຈະກຳ ຊຶ່ງສາມາດບັນລຸໄດ້ສະເລ່ຍ 79,1% ຂອງແຜນການ.
ກອງປະຊຸມໃຫຍ່ ໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໄລຍະ ປີ 2026-2030 ເພື່ອສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ເພື່ອຕໍ່ຍອດບັນດາຜົນສໍາເລັດທີ່ເປັນພື້ນຖານໃນໄລຍະຜ່ານມາ ເຂົ້າໃນການຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ ຂອງຫ້ອງວ່າການສູນກາງພັກ ເພື່ອຊ່ວຍສູນກາງພັກ ນໍາພາຊີ້ນໍາ, ອໍານວຍຄວບຄຸມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທຳ, ບົນພື້ນຖານນັ້ນ ໄດ້ຮັບຮອງເອົາ 5 ທິດທາງລວມ, 7 ຄາດໝາຍສູ້ຊົນ, 8 ແຜນວຽກຈຸດສຸມ ຕົ້ນຕໍ ແລະ ຫັນເປັນ 7 ແຜນງານ ແລະ 42ໂຄງການ.
ກອງປະຊຸມໃຫຍ່ໄດ້ພິຈາລະນາການສໍາຫຼວດກວດກາການເຄື່ອນໄຫວນໍາພາລວມຂອງຄະນະບໍລິ ຫານງານພັກສະໄໝທີ VII (2021-2025). ຄະນະບໍລິຫານງານພັກຫ້ອງວ່າການສູນກາງພັກຍາມໃດກໍເປັນຫຼັກແຫຼ່ງ, ເປັນຄັນທຸງນໍາໜ້າ ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມີຄວາມເປັນເອກະພາບ, ເປັນປຶກແຜ່ນໃນທົ່ວອົງຄະນະພັກ; ຕັ້ງໜ້ານໍາພາຊີ້ ນໍາການປະຕິບັດໜ້າທີ່ການເມືອງ ຕາມກົດລະບຽບຂອງພັກ ດ້ວຍຄວາມຮັບຜິດຊອບສູງ, ປະດິດສ້າງ ແລະ ຍາດໄດ້ຜົນສໍາເລັດເປັນຢ່າງດີ.
![]() |
ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກຊຸດໃໝ່ ສະໄໝທີ VIII, ຈໍານວນ 15 ສະຫາຍ ຍິງ 2 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ໄດ້ເລືອກຕັ້ງເອົາຄະນະປະຈໍາພັກ ຈໍານວນ 5 ສະຫາຍ, ກອງປະຊຸມໄດ້ເປັນເອກກະພາບເລືອກເອົາສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ສືບຕໍ່ເປັນເລຂາຄະນະພັກ ອີກສະໄໝໜຶ່ງ, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ ເປັນຮອງເລຂາຄະນະພັກ, ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ເປັນປະທານກວດກາພັກ, ເລືອກຕັ້ງເອົາ ສະຫາຍ ວອນສາລີ ຂັດທິຍະ ແລະ ສະຫາຍ ນາງ ສີສະໄໝ ນາມແກ່ນທ້າວ ເປັນຮອງປະທານກວດກາ.
ໃນໂອກາດດັ່ງກ່າວ, ສະຫາຍ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງສະຫາຍ ໄດ້ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍ ຕໍ່ການນຳພາຊີ້ນຳປະຕິບັດໜ້າທີ່ການ ເມືອງ ຂອງຫ້ອງວ່າການສູນກາງພັກ ແລະ ໄດ້ຊີ້ທິດເຍືອງທາງ, ຝາກຄວາມຫວັງ-ຄວາມເຊື່ອໝັ້ນໄວ້ນໍາຄະນະບໍລິຫານງານພັກ, ສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສູນກາງພັກ ສືບຕໍ່ເສີມຂະຫຍາຍຜົນສໍາເລັດ, ມູນເຊື້ອ ແລະ ບົດຮຽນ, ປັດໄຈໃໝ່ ຂອງອົງຄະນະພັກ ທີ່ຜ່ານມານັ້ນ ເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ສ້າງໃຫ້ມີການຫັນປ່ຽນ ຢ່າງແຂງແຮງ ເລິກເຊິ່ງຮອບດ້ານ ແລະ ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ໃນການເປັນເສນາທິການທີ່ຈົ່ງຮັກພັກດີ, ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ຫັນທັນສະໄໝ ເປັນກ້າວໆ.
(ຂ່າວ: ຫສພ; ພາບ: ສຳນານ)


ຄໍາເຫັນ