ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ
ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ນະຄະເສນ ສີຫາລາດ ໄດ້ມີຄຳເຫັນແລກປ່ຽນໃນ 4 ຈຸດສຳຄັນຄື: 1. ສະເໜີຕໍ່ກັບບັນຫາ ການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຕ້ອງໄດ້ຮັບການຕົກລົງເຫັນດີຈາກ ຄະນະປະຈຳສະພາແຫ່ງຊາດ ຫຼື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ;

2. ສະເໜີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານ ລະຫວ່າງລັດຖະບານ ກັບສະພາ ແຫ່ງຊາດໃຫ້ຊັດເຈນ ໂດຍສະເພາະ ການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫຼື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນ ດີຈາກສະພາແຫ່ງຊາດ; 3. ຄວນເພີ່ມຂໍ້ກຳນົດກ່ຽວກັບກົນໄກ ແລະ ມາດຕະການໃນການຕິດຕາມ ກວດ ກາ ການລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ຫຼື ການແກ້ໄຂຄຳສະເໜີ, ຄຳຊັກຖາມ ແລະ ຄຳແນະນຳຂອງກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ; 4. ສະເໜີໃຫ້ກຳນົດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ໃນການເປັນເຈົ້າການ ແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາເຂົ້າໃນກົດໝາຍລັດຖະບານຕື່ມ. ຂ່າວ: ພູວັນ

ຄໍາເຫັນ

ຂ່າວການເມືອງ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

ທ່ານ ນາງ ມີນາສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X.
ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານນາງປານິດາເຮືອງແພງອ່ອນສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ)ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 16 ຕຸລານີ້ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.ທ່ານບົວຄົງນາມມະວົງລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ສະເໜີຄວາມຈໍາເປັນຂອງການປັບປຸງກົດໝາຍວ່າດ້ວຍລັດຖະບານໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ, ການປັບປຸງລັດຖະທໍາມະນູນສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານຕາມມະຕິ 03 ຂອງພັກ, ກົດໝາຍແລະລະບຽບການຂອງລັດຖະບານຊຸດທີ X,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 5ປີ(2026-2030)ຕາມທິດສ້າງບາດກ້າວບຸກທະລຸ;ຫັນກົນໄກການຄຸ້ມຄອງບໍລິຫານລັດໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນແລະທັນກັບສະພາບການ.
ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ  ປອດໄພເປັນລະບຽບຮຽບຮ້ອຍ

ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ ປອດໄພເປັນລະບຽບຮຽບຮ້ອຍ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ເພີ່ມເຕີມ