ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຄື: ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້; ພິຈາລະນາວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ພິຈາ ລະນາວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ພິຈາລະນາວຽກງານສະພາແຫ່ງຊາດ; ພິຈາລະນາຮ່າງກົດໝາຍ 8 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບ ຄື: ກົດໝາຍ ວ່າດ້ວຍ ການປົກປ້ອງເງິນຝາກ; ກົດໝາຍປັບປຸງ 7 ສະບັບຄື: 1) ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ2) ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ, 3) ກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, 4) ກົດໝາຍ ວ່າດ້ວຍການບິນພົນລະເຮືອນ, 5) ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ, 6) ກົດໝາຍວ່າດ້ວຍລັດຖະບານ, (7) ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ.
ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນ 11 ທ່ານ, ຊຶ່ງສ່ວນຫຼາຍໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຊຶ່ງຕິດພັນກັບຂົງເຂດຄວາມຮັບ ຜິດຊອບຂອງລັດຖະບານ ແລະ ບັນຫາທີ່ສັງຄົມກຳລັງໃຫ້ຄວາມສົນໃຈ. ສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການປະກອບຄໍາຄິດຄໍາເຫັນ ແລະ ລົງຄະແນນສຽງຕໍ່ມະຕິຈຳນວນ 17 ສະບັບ ດ້ວຍຄະແນນ 90.96% ຂຶ້ນໄປ ດັ່ງນີ້: ມະຕິຮັບຮອງເອົາການເລືອກຕັ້ງປະທານສະພາແຫ່ງຊາດ ດ້ວຍຄະແນນສຽງເປັນເອກະສັນ; ມະຕິຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ ດ້ວຍຄະແນນສຽງເປັນເອກະສັນ; ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 99.39%; ມະຕິຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ດ້ວຍຄະແນນສຽງເຫັນດີ 96.91%; ມະຕິຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 99.38%; ມະຕິຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 98.78%; ມະຕິຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 97.56%; ມະຕິຮັບຮອງເອົາ ບົດລາຍງານຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ດ້ວຍຄະແນນສຽງເຫັນດີ 100%; ມະຕິຮັບຮອງເອົາບົດລາຍງານກ່ຽວກັບບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ດ້ວຍຄະແນນສຽງເຫັນດີ 97.51%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ (ສ້າງໃໝ່) ດ້ວຍຄະແນນສຽງເຫັນດີ 96.31%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 98.17%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 90.96%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍການຈະລາຈອນທາງບົກ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 97.56%;ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 97.51%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 99.39%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 97.56%; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍ ວ່າດ້ວຍລັດຖະບານ (ປັບປຸງ) ດ້ວຍຄະແນນສຽງເຫັນດີ 98.17%. (ຂ່າວ-ພາບ: ວັນເພັງ+ສໍານານ)
ຄໍາເຫັນ