ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ໄດ້ຄົ້ນຄວ້າປັບປຸງເນື້ອໃນຮ່າງກົດໝາຍ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ໃນຕອນບ່າຍຂອງວັນທີ 20 ຕຸລາ 2026 ຄະນະຮັບຜິດຊອບ ກໍໄດ້ລາຍງານຄືນ ຜົນການປັບປຸງເນື້ອໃນຂອງຮ່າງກົດໝາຍ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພ້ອມທັງຊີ້ແຈງໃຫ້ຄວາມກະຈ່າງແຈ້ງເພີ່ມຕື່ມ ກ່ອນນໍາສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ພິຈາລະນາລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ ຊຶ່ງລາຍລະອຽດດັ່ງນີ້: 1. ກົດໝາຍສ້າງໃໝ່ມີ 1 ສະບັບ: ກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກສະເໜີເຫດຜົນ ແລະ ຄວາມ ຈໍາເປັນໃນການສ້າງກົດໝາຍ ໂດຍທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຜູ້ແທນເຂົ້າຮ່ວມທັງໝົດ 163 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 157 ທ່ານ ກວມເອົາ 96.31%, ບໍ່ເຫັນດີ 6 ທ່ານ ກວມເອົາ 3.68%; 2. ກົດໝາຍປັບປຸງມີ 7 ສະບັບ: 1) ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ມີຜູ້ແທນເຂົ້າຮ່ວມທັງໝົດ 161 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 157 ທ່ານ ກວມເອົາ 97.51%, ບໍ່ເຫັນດີ 3 ທ່ານ ກວມເອົາ 1.86% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.62%; 2) ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ໂດຍທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ມີຜູ້ແທນເຂົ້າຮ່ວມທັງໝົດ 165 ທ່ານ, ໄດ້ຮັບຄະ ແນນສຽງເຫັນດີ 164 ທ່ານ ກວມເອົາ 99.39%, ບໍ່ເຫັນດີ 1 ທ່ານ ກວມເອົາ 0.6%; 3) ກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ໂດຍທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມີຜູ້ແທນເຂົ້າຮ່ວມທັງໝົດ 166 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 151 ທ່ານ ກວມເອົາ 90.69 %, ບໍ່ເຫັນດີ 14 ທ່ານ ກວມເອົາ 8.43% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.6 %; 4) ກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍ ໂດຍທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ ມີຜູ້ແທນເຂົ້າຮ່ວມທັງໝົດ 164 ທ່ານ ໄດ້ຮັບຄະແນນສຽງເຫັນດີ 160 ທ່ານ ກວມເອົາ 97.56%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1.21%; 5) ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ໂດຍທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ ມີຜູ້ແທນເຂົ້າຮ່ວມທັງໝົດ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 160 ທ່ານ ກວມເອົາ 97.56%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21% ແລະ ບໍ່ອອກສຽງ 2 ທ່ານ ກວມເອົາ 1.21%; 6) ກົດ ໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍ ໂດຍທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຜູ້ແທນເຂົ້າຮ່ວມທັງໝົດ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 161 ທ່ານ ກວມເອົາ 98.17%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.21% ແລະ ບໍ່ອອກສຽງ 1 ທ່ານ ກວມເອົາ 0.6%; 7) ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ໂດຍທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຜູ້ແທນເຂົ້າຮ່ວມທັງໝົດ 164 ທ່ານ, ໄດ້ຮັບຄະແນນສຽງເຫັນດີ 161 ທ່ານ ກວມເອົາ 98.71%, ບໍ່ເຫັນດີ 2 ທ່ານ ກວມເອົາ 1.2% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.6%.
ທ່ານ ກອງແກ້ວ ໄຊສົງຄາມ ກ່າວຕື່ມວ່າ: ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະພິຈາລະນາ ແລະ ຮັບຮອງເອົາກົດໝາຍຈໍານວນ 8 ສະບັບນີ້ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ການຮັບຮອງເອົາກົົດໝາຍຈໍານວນ 8 ສະບັບນີ້ ຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ແຕ່ປີ 2026-2030 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍປະຈໍາປີ 2026 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ, ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍຢູ່ໃນສັງຄົມ ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.
(ຂ່າວ-ພາບ: ວັນເພັງ+ສໍານານ)
ຄໍາເຫັນ