![]() |
ທ່ານ ພັນເອກ ພອນແກ້ວ ພົງແສນຫຼວງ ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໄດ້ສະ ເໜີແລກປ່ຽນກ່ຽວກັບການຂຶ້ນທະບຽນຊິມ ຊຶ່ງໃນນັ້ນຜູ້ຊົມໃຊ້ແມ່ນໄດ້ລົງທະບຽນຮຽບຮ້ອຍ ແລະ ກໍເຊື່ອວ່າຈະໄດ້ຮັບການປົກປ້ອງທີ່ປອດໄພສູງ ແຕ່ຜ່ານມາ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ຍັງມີການຖືກແຮັກຂໍ້ມູນ; ສະເໜີເຖິງຂອດຄຸ້ມຄອງໃນການຈໍາໜ່າຍຊິມ ເຫັນວ່າຍັງບໍ່ທັນຮັດກຸມ ຍັງມີການອະນຸຍາດຂາຍທົ່ວໄປ ນໍາບັນດາຮ້ານຄ້າຂາຍໂທລະສັບ ຫຼືຮ້ານສ້ອມແປງໂທລະສັບ ແລະ ໃຫ້ມີການກວດກາ ຮັດກຸມກົນໄກຂອງລະບົບເຂົ້າຕື່ມ ຕົວຢ່າງ ການຈໍາກັດການຊື້-ຂາຍຊິມ ຕໍ່ຫົວຄົນໜຶ່ງຈະກໍານົດໃຫ້ເທົ່າໃດ; ຕໍ່ບັນຫາຂອດຂັ້ນຕອນໃນການພົວພັນປະສານງານຂອງເຈົ້າໜ້າທີ່ ກັບບັນດາສາຂາບໍລິສັດໂທລະຄົມ ພະແນກເຕັກໂນໂລຊີແຕ່ລະທ້ອງຖິ່ນຂອງເຈົ້າໜ້າທີ່ຕໍາຫຼວດໃນເວລາເກີດເຫດ ຂະບວນການເຂົ້າປະສານພົວພັນຍັງພົບຄວາມຫຍຸ້ງ ຍາກຫຼາຍ ເປັນຕົ້ນຂັ້ນຕອນຕ່າງໆ ຍັງມີຫຼາຍຂັ້ນຕອນ ຊຶ່ງເຮັດໃຫ້ມີການຊັກຊ້າ ເຮັດໃຫ້ການຊອກຫາຜູ້ກະທໍາຜິດດ້ານຂໍ້ມູນມີຫຼາຍຄະດີບໍ່ທ່ວງທັນກັບເຫດການ.
ທ່ານ ນາງ ມະນີຈຸ ຢາຈົງວາ ສສຊ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ປະກອບຄໍາເຫັນ ໃນມາດຕາ 7 ຊຶ່ງມາດຕາດັ່ງກ່າວໄດ້ລະບຸຈະແຈ້ງ ກ່ຽວກັບການປົກປ້ອງພະນັກງານ, ເຈົ້າໜ້າທີ່ ຄອບຄົວຂອງຜູ້ໃຫ້ຂໍ້ມູນ ຫຼືຜູ້ທີ່ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນອາສະຍາກໍາທາງໄຊເບີ ນອກຈາກມາດຕານີ້ ແລ້ວກໍຍັງເຫັນວ່າມີມາດຕາ 2 ທີ່ເວົ້າເຖິງການປົກປ້ອງແມ່ຍິງ-ເດັກນ້ອຍ ສະເໜີເພີ່ມຕື່ມບາງເນື້ອໃນ ເພື່ອເປັນການປົກປ້ອງປະຊາຊົນ ທຸກຄົນໃນສັງຄົມ ເພາະວ່າກຸ່ມຄົນເຫຼົ່ານີ້ ມີຄວາມສ່ຽງຫຼາຍໃນການຖືກຕົວະຍົວະ ຫຼອກລວງໃຫ້ເສຍຊັບສິນ ຄຸກຄາມທໍາຮ້າຍຈິດໃຈ ແລະ ກຽດສັກສີຢ່າງຫຼວງຫຼາຍ. ປັດຈຸບັນ ການຕົວະຍົວະຫຼອກລວງເກີດຂຶ້ນຫຼາຍທີ່ສຸດ ໂດຍສະເພາະແມ່ນຜູ້ສູງອາຍຸ ຊຶ່ງເຫັນວ່າ ຍັງຕົກເປັນເຫຍື່ອສູນເສຍເງິນຄໍາຊັບສິນຢ່າງມະຫາສານໃຫ້ກຸ່ມສະແກມເມີ; ຍ້ອນວ່າ ພວກເຂົາເຈົ້າເຫຼົ່ານີ້ມີປະສົບການໃນການນໍາໃຊ້ດີຈີຕອນຍັງ ຈໍາກັດ ເຮັດໃຫ້ນໍາບໍ່ທັນເລ້ຫຼ່ຽມຂອງກຸ່ມຄົນບໍ່ດີ. ດັ່ງນັ້ນ, ສະເໜີຊ່ວຍຄົ້ນຄວ້າຕື່ມວ່າ ສາມາດລະບຸເພີ່ມຕື່ມ ເພື່ອໃຫ້ມີຄວາມຊັດເຈນຂຶ້ນ ເພາະຢູ່ໃນມາດຕາ 8 ກໍໄດ້ລະບຸເຖິງຂອບເຂດການນໍາໃຊ້ກົດໝາຍສະບັບນີ້ ກໍໄດ້ກວມເອົາບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ. ສະນັ້ນ, ທຸກຄົນຈະຕ້ອງໄດ້ຮັບການປົກປ້ອງເຊັ່ນກັນ; ມາດຕາ 45 ສະເໜີພິຈາລະນາໃຫ້ມີຄະນະກໍາມະການ ຫຼືຄະນະຮັບຜິດຊອບຂັ້ນເມືອງ, ຂັ້ນຕາແສງ, ຂັ້ນບ້ານ; ໃນຂັ້ນຕາແສງ ຄວນມີຄະນະຮັບຜິດຊອບໃນການຕິດຕາມ ກວດກາ ຕາມພາລະບົດບາດ ແລະ ເປັນໃຈກາງໃນການປະສານງານກັບບ້ານ, ເມືອງ, ຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂັ້ນບ້ານ ຍິ່ງມີຄວາມສໍາຄັນຫຼາຍໃນການແຕ່ງຕັ້ງຄະນະຮັບຜິດຊອບ ເພາະຂັ້ນບ້ານມີຄວາມໃກ້ຊິດຕິດແທດກັບປະຊາຊົນ ການສະເໜີ ການຮັບແຈ້ງເຫດ ຈະເຮັດໃຫ້ຂັ້ນຕອນປະສານງານງ່າຍຂຶ້ນຂອງຜູ້ເສຍຫາຍ; ຖ້າຫາກວ່າໃນອະນາຄົດມີເງື່ອນໄຂ ສະເໜີພິຈາລະນາບັນດາສະຖາບັນທີ່ໃຫຍ່ ຈຸດບໍລິການຊຸມຊົນ ຈຸດທີ່ສາມາດເຂົ້າເຖິງໄດ້ງ່າຍ ແລະ ຕໍ່ມາດຕາ 53 ສິດ ແລະ ໜ້າທີ່ຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໃນນັ້ນ ປະໂຫຍກທີ່ວ່າ ລົງວິໄນຕໍ່ພະນັກງານລັດຖະກອນ ຄິດວ່າຄໍາສັບດັ່ງກ່າວອາດບໍ່ແມ່ນສິດ ແລະ ໜ້າທີ່ຂອງຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເພາະວ່າການລົງວິໄນຕໍ່ພະນັກງານ-ລັດຖະກອນໄດ້ກໍານົດແຈ້ງໃນກົດໝາຍພະນັກງານ-ລັດຖະກອນ. ສະນັ້ນ, ຄວນປ່ຽນມາເປັນ ມີສິດສະເໜີລົງວິໄນພະນັກງານ-ລັດ ຖະກອນ ຫຼືວ່າ ຄໍາສັບອື່ນທີ່ຄະນະຮັບຜິດຊອບເຫັນວ່າເໝາະສົມ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂໍໃຫ້ມີການຮັດກຸມ ຕິດຕາມຄຸ້ມຄອງຢ່າງໃກ້ຊິດ ປົກປ້ອງສິດຜົນປະໂຫຍດຂອງທຸກຄົນໃນສັງຄົມບໍ່ໃຫ້ຖືກນໍາເອົາຂໍ້ມູນສ່ວນຕົວໄປນໍາໃຊ້ໃນທາງທີ່ຜິດ ປົກປ້ອງຊັບສິນເພື່ອບໍ່ໃຫ້ສູນເສຍ ແລະ ແກ້ໄຂບັນຫາໃຫ້ວ່ອງໄວ ຍົກລະດັບຄວາມປອດໄພໃຫ້ສູງ ຫຼຸດຜ່ອນການສະເໜີທີ່ມີຫຼາຍຂັ້ນຕອນ ພ້ອມທັງໃຫ້ການຊ່ວຍເຫຼືອດ້ວຍການແນະນໍາທີ່ລະອຽດເອົາໃຈໃສ່ບໍ່ຢາກໃຫ້ເກີດເຫດການໂຍນໄປ ໂຍນມາ ເຮັດໃຫ້ເກີດມີຫາງສຽງໃນສັງຄົມ ຖ້າຫາກວ່າກົດໝາຍສະບັບນີ້ ໄດ້ຖືກຮັບຮອງແລ້ວ ກໍຢາກໃຫ້ໄດ້ຮັບການເຜີຍແຜ່ ເຊື່ອມຊຶມໃຫ້ກ້ວາງຂວາງ ແລະ ທົ່ວເຖິງຮາກຖານ ໂດຍສະເພາະປະຊາຊົນ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ; ພ້ອມທັງສະເໜີ ລັດຖະບານເອົາໃຈໃສ່ເປັນພິເສດກວດລ້າງລົງໂທດໃຫ້ໜັກ ຕໍ່ຜູ້ກະທໍາຜິດ ແລະ ພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ເອື້ອອໍານວຍຄວາມສະດວກໃຫ້ກຸ່ມສະແກມເມີຢູ່ພາຍໃນ ແລະ ຕ່າງປະເທດ. ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ

ຄໍາເຫັນ