ທ່ານ ວິໄລວົງ ບຸດດາຄໍາ ກ່າວວ່າ: ພາຍຫຼັງທີ່ສະພາແຫ່ງຊາດ ໄດ້ຮັບຟັງການລາຍງານຈາກລັດຖະ ບານແລ້ວ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຊ່ວຍກັນສຸມສະຕິປັນຍາລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈ ລວມທັງນຳເອົາຄຳຄິດຄຳເຫັນຂອງປະຊາຊົນ ມາເປັນການຕີລາຄາ, ປະ ກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນການປີ 2027 ທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ, ມີຈຸດສຸມ ແລະ ຟົດຟື້ນ ຊຶ່ງສາມາດເຫັນໄດ້ບັນຫາຕ່າງໆ ເປັນຕົ້ນ ບັນຫາການຮົ່ວໄຫຼການຈັດເກັບລາຍຮັບງົບປະມານ, ບັນຫາການຄຸ້ມຄອງລົດບັນທຸກເກີນຂອບເຂດ ທີ່ເປັນສາເຫດເຮັດໃຫ້ເສັ້ນ ທາງເປ່ເພ, ບັນຫາການເຊົ່າ ແລະ ສໍາປະທານ, ບັນຫາການຂຸດຄົ້ນແຮ່ທາດ ແລະ ອື່ນໆ ຊຶ່ງລ້ວນແລ້ວແຕ່ແມ່ນບັນຫາທີ່ສັງຄົມ ແລະ ປະຊາຊົນກຳລັງໃຫ້ຄວາມສົນໃຈຢ່າງສູງ.
ຕໍ່ບັນຫາດັ່ງກ່າວ, ບັນດາ ສສຊ ໄດ້ສະເໜີໃຫ້ລັດຖະບານ ນໍາໄປປັບປຸງແກ້ໄຂໂດຍປະຕິບັດໃຫ້ຖືກ ຕ້ອງ, ສອດຄ່ອງກັບກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດ ເພື່ອແກ້ໄຂບັນຫາໃຫ້ຖືກຈຸດ, ຖືກກັບເນື້ອໃນຈິດໃຈຂອງປະຊາຊົນ ທີ່ໄດ້ປະສົບພົບພໍ້ໃນຂອບເຂດທົ່ວປະເທດ ຊຶ່ງທ່ານນາຍົກລັດຖະມົນຕີ ກໍໄດ້ອະທິບາຍ, ຊີ້ແຈງຕໍ່ຄໍາຊັກຖາມ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ ສສຊ ພ້ອມທັງໃຫ້ຄຳໝັ້ນສັນຍາຕໍ່ກອງປະຊຸມ ຈະສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຕ່າງໆໃຫ້ດີ ແລະ ຖືກຕ້ອງຕາມກົດໝາຍເພື່ອສ້າງຄວາມເຂົ້າໃຈ ຄວາມເຊື່ອໝັ້ນໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ການບໍລິຫານຂອງລັດຖະບານໃນຕໍ່ໜ້າ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2026, ການເຕີບໂຕທາງເສດຖະກິດ (GDP) ສາມາດບັນລຸໄດ້ 5.1% ສາມາດຮັກສາໄດ້ສະຖຽນລະພາບດ້ານເງິນຕາ ແລະ ສາມາດປະຕິບັດໄດ້ບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ. ແຕ່ເຖິງຢ່າງໃດກໍຕາມ, ສະພາແຫ່ງຊາດ ກໍໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການຂົນສົ່ງ ລົດບັນທຸກນ້ຳໜັກເກີນ ທີ່ເຮັດໃຫ້ເສັ້ນທາງເປ່ເພ, ການຄຸ້ມຄອງ ການລົງທຶນຂອງລັດ-ເອກະຊົນ, ການເຊົ່າ-ສຳປະທານທີ່ດິນ, ແລະ ການຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ ແລະ ທ່ວງທັນກັບຄວາມຕ້ອງການຂອງສັງຄົມ. ແຜນງົບປະມານແຫ່ງລັດປີ 2026 ກອງປະຊຸມສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການຈັດເກັບລາຍຮັບງົບປະມານປະຈຳປີ 2026 ທີ່ສາມາດປະຕິບັດໄດ້ເຖິງ 110% ຂອງແຜນການ ຊຶ່ງລື່ນຄາດໝາຍທີ່ວາງໄວ້. ຜົນສຳເລັດດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ແລະ ເຈົ້າໜ້າທີ່ຂະແໜງການເງິນ ໃນການສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ພ້ອມກັນນັ້ນ, ສະພາແຫ່ງຊາດ ກໍໄດ້ເນັ້ນໃຫ້ລັດຖະບານ ເອົາໃຈໃສ່ເພີ່ມທະວີ ວິໄນການເງິນ-ງົບປະມານຢ່າງເຂັ້ມງວດ, ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ, ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີປະສິດທິຜົນສູງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນ-ງົບປະມານຂອງປະເທດໃນໄລຍະຍາວ.
ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2027 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການດັ່ງກ່າວມີຜົນສໍາເລັດ, ກອງປະຊຸມສະພາແຫ່ງຊາດ ໄດ້ສະເໜີບາງມາດຕະການເພີ່ມເຕີມ ຄື: ການກຳນົດແຜນວຽກຈຸດສຸມ ໂດຍສະເພາະ ອັດຕາການເຕີບໂຕເສດຖະກິດມະຫາພາກປີ 2027 ໂດຍລວມຜູ້ແທນເຫັນດີເປັນເອກະພາບ ແຕ່ຍັງມີຄວາມເປັນຫວ່ງຕໍ່ກັບຫຼາຍຄາດໝາຍໃນປີ 2026 ທີ່ຍັງບໍ່ສາມາດບັນລຸແຜນທີ່ວາງໄວ້. ສະນັ້ນ, ເພື່ອຮັບປະກັນໃຫ້ມີຜົນສໍາເລັດ ຈຶ່ງສະເໜີໃຫ້ມີການວິເຄາະ-ວິໄຈຢ່າງລະອຽດຂຶ້ນຕື່ມ; ສືບຕໍ່ເອົາໃຈໃສ່ຂະຫຍາຍການຫັນເປັນລະບົບທັນສະໄໝ ເຂົ້າໃນການຈັດເກັບລາຍຮັບໃຫ້ໄດ້ຫຼາຍຂຶ້ນ ແລະ ທົ່ວເຖິງ ໂດຍສະເພາະ ຢູ່ບັນດາຫົວໜ່ວຍທຸລະກິດ. ສະໜອງງົບປະມານຢ່າງພຽງພໍ ເພື່ອສຸມໃສ່ການຫັນເປັນທັນສະໄໝ ຄວບຄູ່ກັບການເພີ່ມທະວີຄວາມເຂັ້ມງວດໃນການກວດກາເຈົ້າໜ້າທີ່ ແລະ ໜ່ວຍງານທີ່ມີສິດອະນຸມັດທີ່ປະຈຳຢູ່ດ່ານສາກົນ; ປັບປຸງ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ການຈັດສັນງົບປະມານການລົງທຶນຂອງລັດ ໂດຍສະເພາະ ບັນດາໂຄງການໃຫ້ສຳເລັດ 100%; ປະເມີນ ແລະ ທົບທວນຄືນບັນດາໂຄງການທີ່ໄດ້ຮັບອະນຸມັດແລ້ວ ແຕ່ການຈັດຕັ້ງປະຕິບັດຊັກຊ້າ ຫຼື ບໍ່ມີຄວາມຄືບໜ້າ (ໂດຍສະເພາະ ໂຄງການລະດັບຊາດ) ເພື່ອແກ້ໄຂບັນຫາ ການເອົາໂຄງການໄປຂາຍ/ໂອນຕໍ່ ໂດຍບໍ່ຜ່ານລັດຖະບານ; ພ້ອມທັງກວດກາຄືນການດັດແກ້ມູນຄ່າໂຄງການທີ່ຫົວໜວ່ຍລາຄາສູງເກີນ; ການດຶງດູດການລົງທຶນ, ການສ້າງສູນບໍລິການປະຕູດຽວ ເຫັນວ່າຫຼາຍບ່ອນ ການເຄື່ອນໄຫວບໍ່ມີປະສິດທິຜົນ ຍ້ອນງົບປະມານຍັງມີຈໍາກັດ, ຫຼາຍຂະແໜງການບໍ່ໄດ້ສົ່ງພະນັກງານຂອງຕົນລົງປະຈຳ ເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນ. ນະໂຍບາຍ ແລະ ການກຳນົດເຂດລົງທຶນຍັງບໍ່ມີຄວາມຊັດເຈນ, ການກຳນົດຂັ້ນຄຸ້ມຄອງຕ້ອງມີຄວາມຊັດເຈນຕື່ມ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ຫຼຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ພ້ອມທັງໃຫ້ຕິດພັນກັບຕ່ອງໂສ້ການຜະລິດ, ປັບປຸງພື້ນຖານໂຄງລ່າງໃຫ້ເຊື່ອມຈອດກັນ ເພື່ອເປັນການຊຸກຍູ້ການຄ້າຂາຍຜົນຜະລິດກະສິກໍາຂອງປະຊາຊົນ ແລະ ຮັບປະກັນການເຂົ້າເຖິງຕະຫຼາດ ໃຫ້ທ່ວງທັນຕາມອາຍຸຂອງຜະລິດຕະພັນ. ນອກຈາກນັ້ນ ໃຫ້ມີການຊຸກຍູ້ດ້ານປັດໃຈການຜະລິດ ເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ; ກວດກາຄືນບັນດາໂຄງ ການເຊົ່າ-ສຳປະທານທີ່ດິນ ທີ່ໄດ້ຮັບອະນຸມັດຈາກສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ມີການພັດທະນາ, ການນຳໃຊ້ບໍ່ຖືກເປົ້າໝາຍ, ການອະນຸມັດທັບຊ້ອນ, ໂຄງການທີ່ສົ່ງຜົນກະທົບຕໍ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ; ຈັດສັນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ພ້ອມທັງມີມາດຕະການເດັດຂາດຕໍ່ກັບຜູ້ບຸກລຸກ, ຈັບຈອງ ແລະ ນໍາໃຊ້ທີ່ດິນປ່າໄມ້ ໂດຍບໍ່ໄດ້ຮັບອະນຸຍາດ; ປະເມີນຄືນການ ຈັດຕັ້ງປະຕິບັດຍຸດທະສາດແຮ່ທາດຮອດປີ 2030 ໂດຍສະເພາະ ການກໍານົດປະເພດແຮ່ທາດທີ່ຄວນສົ່ງເສີມໃຫ້ມີການຂຸດຄົ້ນ, ແຮ່ທາດທີ່ຄວນຫວງຫ້າມ ຫຼື ສະຫງວນ; ເພີ່ມມາດຕະການໃນການຄຸ້ມຄອງລົດບັນທຸກນໍ້າໜັກເກີນ, ການດັດແປງເຕັກນິກລົດ ເພື່ອບັນທຸກໃຫ້ໄດ້ຫຼາຍ ແລະ ຊິງຊັ່ງນໍ້າໜັກ, ສຸມໃສ່ການກໍ່ສ້າງ ແລະ ບູລະ ນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍຸດທະສາດ, ທາງຫຼວງແຫ່ງຊາດ, ບັນດາເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວທີ່ເປ່ເພຢ່າງໜັກໜ່ວງ ແລະ ບັນດາເສັ້ນທາງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕາມຊາຍແດນທີ່ມີການຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນຕ່າງໆ; ຄົ້ນຄວ້າສ້າງໂຮງຮຽນກິນນອນ, ຫໍພັກນັກຮຽນເພື່ອແກ້ໄຂບັນຫາການປະລະການຮຽນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ປະຕິບັດນະໂຍບາຍໃຫ້ຄູສອນຢູ່ເຂດພູດອຍ ພ້ອມທັງປັບປຸງຫຼັກສູດການຮຽນ-ການສອນໃຫ້ແທດເໝາະກັບທ້ອງຖິ່ນ; ສຸມໃສ່ຈັດສັນງົບປະມານໃຫ້ຂະແໜງ ສຶກສາໃຫ້ໄດ້ 18% ຕາມກົດໝາຍກໍານົດ ໂດຍສະເພາະຮ່ວງສົ່ງເສີມວິຊາການໃຫ້ຫຼາຍຂຶ້ນ ເພື່ອໃຫ້ເດັກໃນໄວຮຽນໄດ້ຮັບການສຶກສາ ແລະ ການສຶກສາສາຍວິຊາຊີບໂດຍບໍ່ເສຍຄ່າ ເພື່ອຫຼຸດຜ່ອນການປະລະການຮຽນ; ເພີ່ມອັດຕາເບ້ຍລ້ຽງໃຫ້ນັກຮຽນຊົນເຜົ່າ ເພື່ອສົ່ງເສີມການເຂົ້າເຖິງການສຶກສາ, ຮັບປະກັນງົບປະມານໃຫ້ບັນດາໂຄງ ການທີ່ໄດ້ຮັບການອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້; ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກ ໃຫ້ໄດ້ 9% ຕາມທີ່ກົດໝາຍກຳນົດ; ເອົາໃຈໃສ່ຕໍ່ວຽກງານແມ່-ເດັກ ແລະ ໂພຊະນາການ ທີ່ຕິດພັນກັບ 7 ຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປັນຄາດໝາຍທີ່ມີຄວາມສ່ຽງຈະບໍ່ບັນລຸ; ຈັດສັນງົບປະ ມານສະເພາະ ໃຫ້ວຽກງານເກັບກູ້ລະເບີດບໍ່ທັນແຕກ ພ້ອມທັງເປັນເຈົ້າການລະດົມທຶນຊ່ວຍເຫຼືອຈາກຫຼາຍພາກສ່ວນ ດ້ວຍຫຼາຍຮູບການທີ່ເໝາະສົມ; ເພີ່ມທະວີການໂຄສະນາ ເຜີຍແຜ່ຢ່າງກວ້າງຂວາງ ລວມທັງການປະເມີນຜົນການຈັດຕັ້ງປະຕິບັດ ແລະ ຕິດຕາມ ກວດກາ ກ່ຽວກັບການນຳໃຊ້ເຄມີທີ່ຖືກຄວບຄຸມການນຳໃຊ້ ໂດຍສະເພາະ ການນຳໃຊ້ເຄມີຢູ່ໂຮງງານຜະລິດຢາ, ການປຸງແຕ່ງຕ່າງໆ ເພື່ອເຮັດໃຫ້ການນໍາໃຊ້, ການຜະລິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຄໍາເຫັນ