ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ
ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສະເໜປບປງກດໝາຍວາດວຍ ການຕານ ແລະ ສະກດກນອາຊະຍາກາທາງໄຊເບ - image 1
 

ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ ເພື່ອຕອບສະໜອງຕໍ່ການເຕີບໂຕທາງດ້ານເສດຖະກິດ-ສັງຄົມຂອງຊາດ, ລັດຖະບານໄດ້ຊຸກຍູ້ການຫັນເປັນດີຈີຕອນ ໂດຍເນັ້ນໃສ່ 3 ເສົາຄ້ຳຕົ້ນຕໍ ຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ເປົ້າໝາຍສູງສຸດ ແມ່ນການສ້າງເຄື່ອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ປົກປ້ອງເສດຖະກິດ-ສັງຄົມ ແລະ ປົກປ້ອງລະບົບໂຄງລ່າງພື້ນຖານທີ່ສຳຄັນຂອງປະ ເທດ ຈາກການໂຈມຕີທາງໄຊເບີ ພ້ອມທັງສາມາດເຊື່ອມໂຍງກັບມາດຕະຖານ ແລະ ກົນໄກການຮ່ວມມືສາກົນ.

ການປັບປຸງກົດໝາຍສະບັບນີ້ ມີຄວາມຈຳເປັນຢ່າງຍິ່ງທາງດ້ານເສດຖະກິດ-ສັງຄົມ ເພາະອາຊະຍາກຳໄຊເບີໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ ພວກເຮົາຈຳເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ.ພ້ອມກັນນັ້ນ, ພວກເຮົາຈຳເປັນຕ້ອງມີກອບກົດໝາຍທີ່ຮອງຮັບການເກັບຮັກສາ ແລະ ນຳໃຊ້ຫຼັກຖານທາງດີຈີຕອນໃນຂັ້ນສານ ແລະ ຮອງຮັບການເຊື່ອມໂຍງກັບສາກົນ. ໃນຮ່າງກົດໝາຍສະບັບນີ້ປະກອບມີ X ພາກ, 4 ໝວດ ແລະ 62 ມາດຕາ; ຊຶ່ງໃນນີ້ ໄດ້ຮັກສາໄວ້ເດີມ 1 ມາດຕາ, ປັບປຸງເນື້ອໃນ 49 ມາດຕາ ແລະ ເພີ່ມໃໝ່ 12 ມາດຕາ.

ສະເໜປບປງກດໝາຍວາດວຍ ການຕານ ແລະ ສະກດກນອາຊະຍາກາທາງໄຊເບ - image 2
 

ຄາດຄະເນຜົນໄດ້ຮັບ ຖ້າຫາກວ່າ ກົດໝາຍສະບັບນີ້ຖືກຮັບຮອງ ຈະຊ່ວຍໃຫ້ເຈົ້າໜ້າທີ່ມີບ່ອນອີງທາງກົດໝາຍທີ່ຊັດເຈນ ໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ, ສ່ວນຜົນກະທົບທາງບວກທີ່ຈະຕາມມາ ຄື ປະຊາຊົນ ແລະ ທຸລະກິດຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບໂຄງລ່າງພື້ນຖານທີ່ສຳຄັນ ເຊັ່ນ: ລະບົບທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ ແລະ ດ້ານອື່ນໆ ຈະປອດໄພຂຶ້ນຊຶ່ງຈະເປັນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດີຈີຕອນ. ເຖິງຢ່າງໃດກໍຕາມ, ພວກເຮົາກໍມີສິ່ງທ້າທາຍທີ່ຕ້ອງລະມັດລະວັງ ເຊັ່ນ: ຜູ້ໃຫ້ບໍລິການອິນເຕີເນັດ ແລະ ໂທລະຄົມ ອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນໃນການຈັດຫາລະບົບເກັບຮັກສາຂໍ້ມູນ. ນອກຈາກນີ້, ພວກເຮົາຕ້ອງລະມັດລະວັງໃນການກຳນົດຖານຄວາມຜິດໃຫ້ຊັດເຈນ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າເປັນການຈຳກັດສິດເສລີພາບໃນການສະແດງອອກຂອງປະຊາ ຊົນ. ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີສະບັບປັບປຸງນີ້ ຈະເປັນເສົາຄ້ຳອັນສຳຄັນໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຍຸກດີຈີຕອນ, ຈະເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈີຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈີຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ຖ້າພວກເຮົາຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ມັນຈະຊ່ວຍໃຫ້ສປປ ລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມ ໃນການຮັບມືກັບຄວາມສ່ຽງ ແລະ ໃນໂລກດີຈີຕອນທີ່ກຳລັງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. (ຂ່າວ: ແສງຈັນ; ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການເມືອງ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

ທ່ານ ນາງ ມີນາສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X.
ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານນາງປານິດາເຮືອງແພງອ່ອນສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ)ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກົດໝາຍວ່າດ້ວຍລັດຖະບານເປັນບ່ອນອີງສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານຕາມພາລະບົດບາດ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 16 ຕຸລານີ້ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.ທ່ານບົວຄົງນາມມະວົງລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ສະເໜີຄວາມຈໍາເປັນຂອງການປັບປຸງກົດໝາຍວ່າດ້ວຍລັດຖະບານໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ, ການປັບປຸງລັດຖະທໍາມະນູນສະບັບປີ 2025, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປີ 2025, ການໂຮມກົງຈັກການຈັດຕັ້ງຂອງລັດຖະບານຕາມມະຕິ 03 ຂອງພັກ, ກົດໝາຍແລະລະບຽບການຂອງລັດຖະບານຊຸດທີ X,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລຍະ 5ປີ(2026-2030)ຕາມທິດສ້າງບາດກ້າວບຸກທະລຸ;ຫັນກົນໄກການຄຸ້ມຄອງບໍລິຫານລັດໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນແລະທັນກັບສະພາບການ.
ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ສສຊປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ

ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ  ປອດໄພເປັນລະບຽບຮຽບຮ້ອຍ

ການປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະເຮັດໃຫ້ມີຄວາມສະດວກ ປອດໄພເປັນລະບຽບຮຽບຮ້ອຍ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ