ທ່ານ ນາງ ເພັດສະໝອນ ສອນ ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ສະແດງຄວາມເຫັນດີສະໜັບສະໜູນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ, ເພາະກົດໝາຍສະບັບນີ້ ຈະຊ່ວຍເສີມສ້າງຄວາມເຊື່ອໜັ້ນຂອງປະຊາຊົນ ກໍຄືຜູ້ຝາກເງິນຕໍ່ລະບົບທະນາຄານ, ສະຖາບັນການເງິນ ແລະ ການຄຸ້ມຄອງ ຫຼືວ່າການປົກປ້ອງຜົນປະໂຫຍດຂອງຜູ້ຝາກເງິນ ຊຶ່ງທ່ານໄດ້ຍົກບາງປະເດັນ ໂດຍສະເພາະບັນດາມາດຕາ ຕາມຄໍາຖາມເຈາະຈີ້ມຂອງຄະນະປະຈໍາ ເພື່ອໃຫ້ມີຄວາມຊັດເຈນໃນການປະຕິບັດ ແລະ ມີຄວາມ ເໝາະສົມ ເພື່ອໃຫ້ກົດໝາຍສະບັບດັ່ງກ່າວຈັດຕັ້ງປະຕິບັດ ແລະ ເກີດປະໂຫຍດສູງສຸດ.
ໃນມາດຕາ 6 ການປົກປ້ອງພະນັກງານ-ລັດຖະກອນ ສະເໜີໃຫ້ກໍານົດຂອບເຂດການປົກປ້ອງໃຫ້ຈະ ແຈ້ງປະກາດຂ່າວເພື່ອບໍ່ໃຫ້ກາຍເປັນການປົກປ້ອງຂະຫຍາຍໄປເຖິງການກະທໍາຜິດ ຫຼືການກະທໍາຜິດ ທີ່ມີຄວາມຮັບຜິດຊອບຢູ່ກົດໝາຍອື່ນໆທີ່ກ່ຽວຂ້ອງ, ຕໍ່ກັບມາດຕາ 11 ອັດຕາດອກເບ້ຍປະກັນຝາກເງິນ ກ່ຽວກັບການກໍານົດເພດານອັດຕາດອກເບ້ຍເງິນຝາກສູງສຸດບໍ່ເກີນ 1 ສ່ວນຮ້ອຍ (1%) ຂອງຍອດເງິນຝາກທີ່ໄດ້ຮັບການປົກປ້ອງທັງໝົດສະເລ່ຍຕໍ່ປີ ເພດານທີ່ກໍານົດໄວ້ນີ້ ຊຶ່ງກໍເຂົ້າໃຈວ່າ ໄດ້ມີການຈັດຕັ້ງປະຕິບັດມາດົນພໍສົມຄວນ ແລະ ຕາມການລາຍງານ ກໍເຫັນວ່າ ບໍ່ມີສະມາຊິກທີ່ເປັນສະມາຊິກໃນ 41 ຫົວໜ່ວຍນັ້ນມີການຈົ່ມວ່າແຕ່ປະການໃດ ແຕ່ເຖິງຢ່າງໃດກໍຕາມ, ອັດຕາເພດານນີ້ຈະກໍານົດໄວ້ຄົງທີ່ຕະຫຼອດໄປ ຫຼື ສາມາດທົບທວນໂດຍອີງໃສ່ໜຶ່ງ: ສະຖານະການເງິນຂອງຄັງປົກປ້ອງ ຫຼືກອງທຶນ; ສອງ ແມ່ນຄວາມຕ້ອງການໃນອະນາຄົດ; ສາມ ສະພາບຄ່ອງຂອງຂະ ແໜງການທະນາຄານ ເພາະວ່າບົດຮຽນຂອງສາກົນ ກໍໄດ້ຍົກໃຫ້ເຫັນວ່າ ການຮັກສາກອງທຶນ ຫຼືວ່າຄັງເງິນ ໃຫ້ມີເງິນພຽງພໍ ຄວນດໍາເນີນຄວບຄູ່ກັບການຫຼີກເວັ້ນພາລະໜ້າທີ່ເກີນຄວນຕໍ່ທະນາຄານ ສະມາຊິກໃນການຈ່າຍ; ສໍາລັບມາດຕາ 13 ກ່ຽວກັບວົງເງິນ ປົກປ້ອງຮ່າງກົດໝາຍທີ່ກໍານົດໄວ້ ໃນນັ້ນຢ່າງໜ້ອຍສາມເທົ່າຂອງລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ແລະ ມີເປົ້າໝາຍປົກປ້ອງສິດຢ່າງໜ້ອຍບໍ່ຫຼຸດ 90%, ສະເໜີໃຫ້ມີການຊີ້ແຈງ ແລະ ອະທິບາຍເພີ່ມຕື່ມວ່າເປົ້າໝາຍດັ່ງກ່າວ ທາງທະນາຄານ ແລະ ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍໄດ້ມີການວິເຄາະວິໄຈຈາກຂໍ້ມູນຕົວຈິງຂອງ ສປປ ລາວ ແລະ ຄວນມີການທົບທວນບໍໃນແຕ່ລະໄລຍະ ເພື່ອໃຫ້ການປົກປ້ອງທີ່ພຽງພໍ ແລະ ຍືນຍົງທາງດ້ານການເງິນ; ໃນມາດຕາ 15 ກ່ຽວກັບຂັ້ນຕອນການຈ່າຍເງິນປົກປ້ອງ ເຫັນວ່າການຈ່າຍເງິນຊົດເຊີຍ ຫຼືປົກປ້ອງໃຫ້ທັນເວລາແມ່ນສໍາຄັນຫຼາຍ ສະເໜີການກໍານົດຂັ້ນຕອນ ກໍານົດເວລາ ການຈ່າຍເງິນຈະແຈ້ງ ເຖິງແມ່ນວ່າຢູ່ໃນກົດໝາຍໄດ້ເວົ້າວ່າຈະມີລະບຽບການຕ່າງຫາກ ແຕ່ຖ້າວ່າເປັນໄປໄດ້ໃຫ້ຄັດຈ້ອນເອົາເຂົ້າມາໃສ່ໃນກົດໝາຍສະບັບນີ້ ເພື່ອສົ່ງເສີມການນໍາໃຊ້ ພ້ອມດຽວກັນນັ້ນ ກໍໃຫ້ສົ່ງເສີມການນໍາໃຊ້ລະບົບດີຈີຕອນ ເຕັກໂນໂລຊີ ເພື່ອຊ່ວຍກວດສອບຂໍ້ມູນ ເລັ່ງໃຫ້ ການຈ່າຍເງິນວ່ອງໄວຂຶ້ນ ຖືກຕ້ອງ ແລະ ເປັນທໍາ. ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ
ຄໍາເຫັນ