ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ, ທ່ານ ຫຼີຢ້ຽນຊີ້ງ ຮອງປະທານສະມາຄົມອຸດສາຫະກຳກຳປັ່ນຈີນກ່າວວ່າ, ອຸດສາຫະກຳສ້າງກຳປັ່ນຂອງຈີນສືບຕໍ່ຮັກສາທ່າອ່ຽງການພັດທະນາຢ່າງວ່ອງໄວ. ປັດຈຸບັນ, ໂຮງງານສ້າງກຳປັ່ນຂອງຈີນໄດ້ຮັບການສັ່ງຈອງເຖິງ 399 ລ້ານ DWT (ບັນຈຸນ້ຳໜັກໄດ້ 399 ລ້ານໂຕນ) ຊຶ່ງເປັນປະລິມານວຽກງານໃນ 4 ປີຂ້າງໜ້າ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບ ຍືນຍົງຂອງອຸດສາຫະກຳກຳປັ່ນ ແລະ ອຸດສາຫະກຳທາງທະເລ.
(ຮັບຮອງເອົາໃນກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX, ວັນທີ 29 ຕຸລາ 2026)
ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ XX ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 26 – 29 ຕຸລາ 2026.
ຜູ້ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງນີ້ມີ: ກຳມະການສູນກາງພັກ 162 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 117 ສະຫາຍ. ກຳມະການຄະນະກວດກາສູນກາງພັກ ແລະ ສະຫາຍຮັບຜິດຊອບຝ່າຍທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມຟັງໃນກອງປະຊຸມ. ສະຫາຍຢູ່ຮາກຖານ ພ້ອມດ້ວຍຜູ້ຊ່ຽວຊານ ແລະ ນັກວິຊາການຈໍານວນໜຶ່ງທີ່ເປັນຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ກໍໄດ້ເຂົ້າຮ່ວມຟັງໃນກອງປະຊຸມເຊັ່ນດຽວກັນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026 ທີ່ນະຄອນໂຮ່ຈິມິນ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ສະເຕຟານ ເມີເຈນທາເລີ ຜູ້ອຳນວຍການຝ່າຍບໍລິຫານເວທີປາໄສເສດຖະກິດໂລກ (WEF).