ຂ່າສານຊີອາໄອລາຍງານວ່າ: ນັບແຕ່ວັນທີ 18 ທັນວາ 2025 ເປັນຕົ້ນໄປ, ຈີນເລີ່ມປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳຢ່າງເປັນທາງການ.
ປີນີ້ເປັນປີຄົບຮອບ 10 ປີຂອງການເຊັນສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນຕ້ອງຫ້າມແດງລະດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດສະພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດສະມາຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອປົກປ້ອງໂລກ.
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຫວ່າງມໍ່ໆມານີ້, ມູນຄ່າຂາຍປີ້ເຂົ້າຊົມຮູບເງົາເລື່ອງ“ Zootopia 2” ຢູ່ແຜ່ນດິນໃຫຍ່ຈີນບັນລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່ພຽງແຕ່ໄດ້ສ້າງສະຖິຕິມູນຄ່າຂາຍປີ້ເຂົ້າຊົມຮູບເງົາກາຕູນທີ່ນຳເຂົ້າຈາກຕ່າງປະເທດໃນປະຫວັດສາດຮູບເງົາຈີນໃໝ່ເທົ່ານັ້ນ, ຍິ່ງໄດ້ລື່ນກາຍຕະຫຼາດອາເມຣິກາເໜືອແລ້ວກາຍເປັນຕະຫຼາດທີ່ໄດ້ຂາຍປີ້ເຂົ້າຊົມຫຼາຍທີ່ສຸດໃນໂລກອີກດ້ວຍ. ກ່ອນຈະໄດ້ສາຍຮູບເງົາເລື່ອງນີ້, ຜູ້ບໍລິໂພກຈີນກໍໄດ້ພົບເຫັນຊັບສິນທາງປັນຍາ (IP)ນີ້ໃນຊີວິດປະຈຳວັນເລື້ອຍໆເຊັ່ນ: ຈອກກາເຟ Luckin ທີ່ໄດ້ແຕ້ມໂປສເຕີຮູບເງົາໃສ່, ເສື້ອເຊີດທີ່ມີຮູບກາຕູນຮູບເງົາຂອງ UNIQLO, ກ່ອງສຸ່ມຂອງ POP MART ແລະ ອື່ນໆ. ຈາກມູນຄ່າຂາຍປີ້ເຂົ້າຊົມຮູບເງົາເຖິງຜະລິດຕະພັນຕ່າງໆຮ່ວມມືກັບຍີ່ຫໍ້ຕ່າງໆ ໄດ້ພິສູດໃຫ້ເຫັນເຖິງຖານະທີ່ທົດແທນບໍ່ໄດ້ຂອງຕະຫຼາດຈີນໃນຍຸດທະສາດທົ່ວໂລກຂອງບໍລິສັດດິສນີ.