ຂ່າວລະບຸວ່າ: ຕາມແຜນການດັ່ງກ່າວ, ຈະຫຼວດສົ່ງຍານຊາງເຈິ່ງ 10 ສອງລຳປະຕິບັດໜ້າທີ່ຍິງສົ່ງຍານລົງຈອດຫຼາຍເຢ້ວ ແລະ ຍານອະວະກາດເມີ້ງໂຈ່ວ ຕາມລຳດັບ. ຍານທັງສອງຈະເຂົ້າໃກ້ ແລະ ເຊື່ອມຕໍ່ກັນໃນວົງໂຄຈອນຂອງດວງຈັນ. ຍານອະວະກາດເມີ້ງໂຈ່ວ ສາມາດບັນທຸກນັກບິນອະວະກາດ 3 ຄົນ ແລະ ບິນໄປກັບລະຫວ່າງໂລກ ແລະ ວົງໂຄຈອນຂອງດວງຈັນ, ໃນນັ້ນມີ ນັກບິນອະວະກາດ 2 ຄົນຈະເດີນທາງໄປ-ກັບລະຫວ່າງວົງໂຄຈອນຂອງດວງຈັນ ແລະ ພື້ນຜິວດວງຈັນດ້ວຍຍານລົງຈອດຫຼາຍເຢ້ວ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຄໍາເຫັນ