![]() |
ທ່ານ ນາງ ດາລານີ ພົມມະວົງສາ ກ່າວວ່າ: ສປປ ລາວ ມີຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງດ້ານຊັບພະຍາ ກອນທຳມະຊາດ ປະຫວັດສາດ ແລະ ວັດທະນະທຳ ຮີດຄອງປະເພນີທີ່ເປັນເອກະລັກ, ລັດຖະບານລາວຈຶ່ງຖືເອົາຂະແໜງການທ່ອງທ່ຽວເປັນຂະແໜງການບຸລິມະສິດ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງປະເທດ. ເນື່ອງຈາກການທ່ອງທ່ຽວສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນ ການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ການຜະລິດສິນຄ້າ, ສ້າງວຽກເຮັດງານທຳໃຫ້ສັງຄົມ, ຂະແໜງການທ່ອງທ່ຽວນອກຈາກເປັນຂະແໜງການທີ່ສົ່ງອອກກັບທີ່ ແລະ ເຮັດໃຫ້ມີການສະສົມໝູນວຽນຂອງເງິນຕາພາຍໃນປະເທດ ການກະຈາຍລາຍໄດ້ໄປສູ່ຊຸມຊົນທ້ອງຖິ່ນແລ້ວ ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອະນຸລັກ ແລະ ປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດ ຊຸກຍູ້ສົ່ງເສີມການພັດທະນາແບບຍືນຍົງ ແລະ ສີຂຽວ ເພື່ອໃຫ້ບັນລຸຕາມເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດທີ່ວາງໄວ້. ອີງໃສ່ການລາຍງານປີ 2024 ການທ່ອງທ່ຽວປະກອບສ່ວນປະມານ 2% ຂອງ GDP ແລະ ສ້າງວຽກເຮັດງານທຳປະມານ 335,300 ຕຳແໜ່ງ ເທົ່າກັບ 16,9% ຂອງການຈ້າງງານທັງໝົດ ໂດຍແມ່ຍິງກວມປະມານ 39% ຂອງແຮງງານໃນຂະແໜງການທ່ອງທ່ຽວປີ 2025 ພວກເຮົາຕ້ອນຮັບນັກທ່ອງທ່ຽວສາກົນ 4,6 ລ້ານເທື່ອຄົນ, ໄລຍະເດືອນມັງກອນ ຫາເດືອນສິງຫາ 2026 ສປປລາວ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນທັງໝົດ 3,279,241 ເທື່ອຄົນ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວກັນຂອງປີ 2025.
![]() |
ເຖິງຢ່າງໃດກໍຕາມ ເຖິງວ່າຈຳນວນນັກທ່ອງທ່ຽວມີທ່າອ່ຽງຂະຫຍາຍຕົວ ແຕ່ເມື່ອມີການສຳຫຼວດມູນຄ່າທາງເສດຖະກິດ ທີ່ໄດ້ຮັບຈາກການທ່ອງທ່ຽວ ເຫັນວ່າ ຍັງຢູ່ໃນລະດັບທີ່ຕໍ່າ ເມື່ອທຽບໃສ່ທ່າແຮງອັນບົ່ມຊ້ອນຂອງປະເທດ, ເມື່ອທຽບກັບບັນດາປະເທດໃນອະນຸພາກພື້ນ ມູນຄ່າການໃຊ້ຈ່າຍສະເລ່ຍ ແລະ ໄລຍະເວລາການທ່ອງ ທ່ຽວຂອງນັກທ່ອງທ່ຽວຍັງສັ້ນ ແລະ ຕ່ຳກວ່າ ເມື່ອທຽບໃສ່ຈຸດໝາຍປາຍທາງການທ່ອງທ່ຽວຂອງປະເທດອ້ອມຂ້າງ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບສະພາບການທ່ອງທ່ຽວຂອງລາວ ຜ່ານການຮັບຟັງການນໍາສະເໜີຜົນການປະເມີນ ແລະ ການວິເຄາະສະພາບການທ່ອງທ່ຽວຂອງລາວຈາກທີມງານຊ່ຽວຊານ. ພ້ອມທັງເປັນໂອກາດດີທີ່ພວກເຮົາຈະໄດ້ຊ່ວຍກັນປະກອບຄໍາຄິດຄໍາເຫັນ ແລະ ຊອກຫາວິທີການ ແລະ ກົນໄກເພື່ອເພີ່ມມູນຄ່າທາງເສດຖະກິດ ສ້າງວຽກເຮັດງານທໍາທີ່ມີຄຸນນະພາບ ປັບປຸງຂໍ້ຄົງຄ້າງ ຊ່ວຍກັນອໍານວຍຄວາມສະດວກໃຫ້ການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ວັດທະນະທຳຢ່າງຍືນຍົງ. ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບສະພາບການທ່ອງທ່ຽວຂອງລາວແລ້ວຍັງຈະມີໂອກາດຮັບຟັງການສົນທະນາຫົວຂໍ້ ກ່ຽວກັບການທ່ອງທ່ຽວໃນຖານະເປັນກຳລັງຂັບເຄື່ອນສຳລັບການເຕີບໂຕ ແລະ ການສ້າງວຽກເຮັດງານທຳຂອງລາວ ຊຶ່ງເປັນຫົວຂໍ້ທີ່ໜ້າສົນໃຈ ແລະ ມີຄວາມເຊື່ອໝັ້ນວ່າ ຜ່ານການຮັບຟັງ ສົນທະນາ ປະກອບຄຳເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາ ໃນກອງປະຊຸມຄັ້ງນີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບສະພາບການທ່ອງທ່ຽວຂອງລາວ ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນໃນການກໍານົດແຜນຈັດຕັ້ງປະຕິບັດແຜນງົບປະມານຢ່າງຖືກຕ້ອງ ແລະ ຊັດເຈນໃນຕໍ່ໜ້າ. ພ້ອມທັງຈະສາມາດບັນລຸທິດທາງ ແລະ ຈຸດ ໝາຍລວມທີ່ກໍານົດໄວ້ຕາມແຜນພັດທະນາການທ່ອງທ່ຽວຂອງລາວໃນປີ 2026-2030.
ຂ່າວ: ສົມສະຫວັນ


ຄໍາເຫັນ