![]() |
ທ່ານ ນາງ ວົງພະຈັນ ວົງປະດິດ ກ່າວເປີດຝຶກອົບຮົມ ໂດຍເນັ້ນໃຫ້ສໍາມະນາກອນ ພ້ອມກັນຄົ້ນຄວ້າ ແລກປ່ຽນບົດຮຽນກັບຄູຝຶກໃຫ້ເລິກເຊິ່ງ, ພ້ອມທັງຮັກສາສຸຂະພາບໃຫ້ແຂງແຮງ ເພື່ອເຮັດໃຫ້ການຝຶກອົບຮົມມີຜົນສຳເລັດ ແລະ ສາມາດກຳໄດ້ບົດຮຽນ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານໃຫ້ໄດ້ຮັບຜົນດີ.
ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນເພື່ອຍົກລະດັບໃຫ້ພະນັກງານມີຄວາມຮູ້ດ້ານການຈັດຕັ້ງປະຕິບັດວຽກງານບັນຊີໃນ ສປປ ລາວ, ແຜນຜັງບັນຊີ, ເອກະສານລາຍງານການເງິນ ແລະ ການຈັດຕັ້ງວຽກງານງົບປະມານແຫ່ງລັດໃນ ສປປ ລາວ. ພາຍຫຼັງສຳເລັດການຝຶກອົບຮົມຜູ້ເຂົ້າຮ່ວມສາມາດວິເຄາະ, ຈຳແນກປະເພດບັນຊີ, ຈັດວາງລະບົບບັນຊີ, ເຂົ້າໃຈເຕັກນິກການບັນທຶກບັນຊີ ແລະ ການສ້າງເອກະສານທາງດ້ານການບັນຊີ ສາມາດເຂົ້າໃຈການສ້າງເອກະສານລາຍງານການເງິນ ແລະ ສາມາດສ້າງແຜນງົບປະມານ, ຄຸ້ມຄອງລາຍຮັບ-ລາຍຈ່າຍ. ຊຸດອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມ 40 ຄົນທີ່ມາຈາກແຂວງຫຼວງພະບາງ, ບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊຍະບູລີ, ອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈະໄດ້ຮຽນຮູ້ພາບລວມການຈັດຕັ້ງປະຕິບັດວຽກງານບັນຊີ, ແຜນຜັງການບັນຊີ ແລະ ຮູບແບບການລາຍງານເອກະສານການເງິນ; ການບັນຊີຂອງບໍລິສັດທີ່ດຳເນີນທຸລະກິດການຄ້າ, ການບໍລິການ ແລະ ການຜະລິດ; ການບັນທຶກບັນຊີກ່ຽວກັບລາຍການປັບປຸງກ່ອນປິດບັນຊີປະຈຳປີ, ສ້າງໃບສົມທຽບທາງດ້ານບັນຊີ ແລະ ອາກອນ, ການຄິດໄລ່ອາກອນກຳໄລ ແລະ ສະສາງອາກອນມູນຄ່າເພີ່ມ ກວດນັບຊັບສິນ/ໜີ້ສິນ ທີ່ເປັນສະກຸນເງິນຕາຕ່າງປະເທດ; ວິທີສ້າງໃບດຸ່ນດ່ຽງ-ເອກະສານລາຍງານການເງິນ ແລະ ວິທີກວດກາເອກະສານລາຍງານການເງິນ; ສະພາບການຈັດຕັ້ງປະຕິບັດວຽກງານງົບປະມານແຫ່ງລັດໃນ ສປປ ລາວ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດ ຕາວ່າດ້ວຍງົບປະມານແຫ່ງລັດ; ດໍາລັດວ່າດ້າວຍການສ້າງແຜນງົບປະມານແຫ່ງລັດ; ຄໍາແນະນໍາກ່ຽວກັບການຄຸ້ມຄອງລາຍຮັບ-ຈ່າຍ ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ; ຂໍ້ຕົກລົງວ່າດ້ວຍການໃຊ້ຈ່າຍງົບປະມານຂອງລັດ ການປະຢັດ ແລະ ຕ້ານການຟູມເຟືອຍ, ການຄິດໄລ່ເງິນເດືອນ ແລະ ການຄິດໄລ່ ອກດ ຂອງພະນັກງານລັດ. ຊຸດອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 10 ວັນ ຈຶ່ງຈະສຳເລັດ.
ຂ່າວ-ພາບ: ອາພຸດເດດ ບຸບຜາ

ຄໍາເຫັນ