![]() |
ທ່ານ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານຜົນການດຳເນີນງານດັ່ງກ່າວ ຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໃນວັນທີ 22-23 ຕຸລາຜ່ານມາວ່າ: ໃນໄລຍະ 5 ປີຜ່ານມາແຂວງໄດ້ເອົາໃຈໃສ່ປັບປຸງ ແລະ ໂຮມພະແນກການທີ່ມີພາລະບົດບາດຄ້າຍຄືກັນເຂົ້າກັນ ເພື່ອຫຼຸດຜ່ອນຄວາມຊ້ຳຊ້ອນ, ຫຼຸດຈຳນວນຕຳແໜ່ງບໍລິຫານ ແລະ ປະຢັດງົບປະມານ. ຂະນະດຽວກັນ ຍັງໄດ້ປັບປຸງກົງຈັກຂອງສະພາປະຊາຊົນແຂວງ ໂດຍໂຮມຂະແໜງຈາກ 10 ເຫຼືອ 6 ຂະແໜງ ພ້ອມທັງປັບປຸງພາລະບົດບາດຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງໃຫ້ເໝາະສົມກັບສະພາບຕົວຈິງ.
ສຳລັບວຽກງານການປົກຄອງ, ແຂວງໄດ້ຈັດຕັ້ງຂັ້ນປົກຄອງຕາແສງ 17 ຕາແສງ ກວມເອົາ 140 ບ້ານ, ພ້ອມທັງດຳເນີນການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງສຳເລັດ 7 ເສັ້ນ ກວມ 100% ແລະ ເຂດແດນລະຫວ່າງບ້ານສຳເລັດ 99 ເສັ້ນ ຈາກທັງໝົດ 268 ເສັ້ນ ຫຼື ເທົ່າກັບ36.94%.
ພ້ອມນີ້ ແຂວງຍັງໄດ້ຄົ້ນຄວ້າ ແລະ ຫັນນິຕິກຳຂອງສູນກາງໃຫ້ເໝາະສົມກັບສະພາບຕົວຈິງຂອງທ້ອງຖິ່ນ ເຊັ່ນ: ມະຕິກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ການແບ່ງຂັ້ນຄຸ້ມຄອງ ແລະ ຄຳແນະນຳກ່ຽວກັບການສ້າງຕັ້ງຕາແສງ ເພື່ອເປັນບ່ອນອີງໃຫ້ທຸກຂັ້ນຈັດຕັ້ງປະຕິບັດຢ່າງເປັນເອກະພາບ.
ສ່ວນວຽກງານ 3 ສ້າງ ຊຶ່ງປະກອບມີການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ມີຜົນການປະເມີນດີຂຶ້ນຕາມລຳດັບ. ໃນປີ 2024 ມີ 2 ເມືອງບັນລຸ 5 ດ້ານ ແລະ ໃນປີ 2025 ມີ 3 ເມືອງບັນລຸ 3 ດ້ານ ແລະ 2 ເມືອງບັນລຸ 5 ດ້ານ.
ແນວໃດກໍຕາມ ວຽກງານດັ່ງກ່າວຍັງມີບາງດ້ານທີ່ຕ້ອງສືບຕໍ່ແກ້ໄຂ ໂດຍການກຳນົດຕຳແໜ່ງງານສຳເລັດພຽງ 45 ຈາກ 118 ພາກສ່ວນ, ການເຜີຍແຜ່ວຽກງານ 3 ສ້າງຍັງບໍ່ທົ່ວເຖິງ ແລະ ອົງການປົກຄອງຕາແສງທີ່ຫາກໍ່ສ້າງຕັ້ງຍັງຂາດແຄນບຸກຄະລາກອນ ແລະ ງົບປະມານ. ໃນໄລ ຍະ 2026-2030 ແຂວງອັດຕະປືຈະສືບຕໍ່ປັບປຸງກົງຈັກການປົກຄອງ, ກຳນົດຕຳແໜ່ງງານທີ່ຍັງຄ້າງອີກ 73 ພາກສ່ວນໃຫ້ສຳເລັດ, ຂະຫຍາຍສູນບໍລິການຜ່ານປະຕູດຽວໃຫ້ຄົບຕາມແຜນພາຍໃນປີ 2027 ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ 17 ຕາແສງ. ພ້ອມທັງຕັ້ງເປົ້າໝາຍຂັບເຄື່ອນວຽກງານ 3 ສ້າງໃຫ້ບັນລຸ 80% ຂຶ້ນໄປ ເພື່ອຍົກສູງປະສິດທິພາບການບໍລິຫານລັດ ແລະ ໃຫ້ປະຊາຊົນເຂົ້າເຖິງການບໍລິການໄດ້ຢ່າງສະດວກ ແລະ ທົ່ວເຖິງ.
ຂ່າວ: ຄຳສະໝອນ ວອນອິນທີວົງ

ຄໍາເຫັນ