ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ
ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ທານ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຄາມວນ - image 1
 

ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດວຽກງານພັກ-ພະນັກງານ ໄດ້ຕາງໜ້າການນໍາຂອງແຂວງ ລາຍງາຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 09 ເດືອນຂອງປີ 2026ໃຫ້ຮູວ່າ: ເສດຖະກິດມະຫາພາກຂອງແຂວງຄໍາມ່ວນ ຂະຫຍາຍຕົວໃນລະດັບ 5.6%, ລວມຍອດຜະລິດຕະພັນ ບັນລຸໄດ້ 25,035 ຕື້ກີບ, ເທົ່າກັບ 86%(ມະຕິສະພາໝົດປີ ໃຫ້ບັນລຸ 28,941 ຕື້ກີບ), ລາຍຮັບສະເລ່ຍຕໍ່ຫົວຄົນ 2,657 ໂດລາ, ດ້ານການລົງທຶນຂອງລັດ ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 518 ໂຄງການ, ມູນຄ່າ 994.65 ຕື້ກີບ ແລະ ເງິນເກີນແຜນ 780.96 ຕື້ກີບໃນປີທີ່ຜ່ານມາ, ໄດ້ຈັດຕັ້ງປະຕິບັດ 342 ໂຄງການ ມູນຄ່າ 617.97 ຕື້ກີບ ເທົ່າກັບ 138%, ສາມາດດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 33 ໂຄງການ ມີທຶນທັງໝົດ 9,301 ຕື້ກີບ, ທຶນຈົດທະບຽນ 2,403.86 ຕື້ກີບ ເທົ່າກັບ 50% ຂອງແຜນການປີ, ການລະດົມທຶນເພື່ອການພັດທະນາ ໄດ້ທັງໝົດ 5,333.76 ຕື້ກີບ ເທົ່າກັບ 71.65%(ມະຕິສະພາໝົດປີ ໃຫ້ໄດ້ 7,444.32 ຕື້ກີບ), ໃນນີ້: ການລົງທຶນຂອງລັດ 617.97 ຕື້ກີບ ເທົ່າກັບ 138%, ການຊ່ວຍເຫຼືອທາງການເພື່ອການພັດທະນາ 564.53 ຕື້ກີບ ເທົ່າກັບ 63.19%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 2,403.86 ຕຶ້ກີບ ເທົ່າກັບ 50% ຂອງແຜນການປີ, ລະບົບສິນເຊື່ອທະນາຄານ ປະຕິບັດໄດ້ 1,747.39 ຕື້ກີບ ເທົ່າກັບ 138.08%.

ທານ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຄາມວນ - image 2
 

ໃນປີ 2026 ແຜນລາຍຮັບງົບປະມານຂອງແຂວງ ທີ່ໄດ້ຮັບມອບໝາຍມີທັງໝົດ 4,846 ຕື້ກີບ. ມາຮອດປັດຈຸບັນ ສາມາດຈັດເກັບໄດ້ 5,549 ຕື້ກວ່າກີບ, ເທົ່າກັບ 114.50% (ເກີນແຜນທັງໝົດ 702.76 ຕື້ກີບ).

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ໃຫ້ພະນັກງານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງຄໍາມ່ວນ ເອົາໃຈໃສ່ຄື: ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສ້າງກຳລັງໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ກຽມພ້ອມສູ້ຮົບຕະຫຼອດເວລາ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຕາແສງ, ສ້າງບ້ານ ປກຊ-ປກສ ໃຫ້ເຂັ້ມແຂງ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ຂີ້ລັກງັດແງະ ແລະ ເນັ້ນການປາບປາມ ກຸ່ມແກ້ງຄໍເຊັນເຕີ ຢ່າງຈິງຈັງ, ພ້ອມນັ້ນກໍໃຫ້ຖືເອົາເສດຖະກິດເປັນໜ້າທີ່ໃຈກາງ ໂດຍນໍາທ່າແຮງດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ລະບົບຂົນສົ່ງ, ຊຸກຍູ້ເສດຖະກິດພູມປັນຍາຊາວບ້ານໃຫ້ເປັນກຸ່ມການຜະລິດສິນຄ້າ, ເພີ່ມທະວີຄຸ້ມຄອງລາຍຮັບໃຫ້ທັນສະໄໝ, ປະຢັດມັດທະຍັດລາຍຈ່າຍ ແລະ ສະກັດກັ້ນການຮົ່ວໄຫຼ, ໃຫ້ກວດກາຄືນບັນດາໂຄງການ ທີ່ບໍ່ມີຄວາມຄືບໜ້າ ຖ້າເຮັດບໍ່ໄດ້ແມ່ນໃຫ້ ໂຈະ ຫຼື ຍົກເລີກສັນຍາ, ເຂັ້ມງວດໃນການຈັດຕັ້ງປະຕິບັດ ຄຳສັ່ງ 15/ນຍ ຢ່າງເປັນຮູບປະທຳ ເພື່ອຮັກສາເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 70%, ວາງຄາດໝາຍ 5 ປີຕໍ່ໜ້າ ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານເທື່ອຄົນ, ໂດຍຕ້ອງປັບປຸງການບໍລິການ, ໂຮງແຮມ, ຮ້ານອາຫານ ແລະ ເຄື່ອງຕ້ອນຂອງຝາກໃຫ້ໄດ້ມາດຕະຖານ, ແກ້ໄຂບັນຫາຄຸນນະພາບການສຶກສາໃຫ້ດີຂຶ້ນ, ພ້ອມທັງຊຸກຍູ້ເດັກເກນອາຍຸໃຫ້ໄດ້ເຂົ້າຮຽນ ແລະ ຫັນປ່ຽນວິທີການຮຽນ-ການສອນໃຫ້ນັກຮຽນເປັນເຈົ້າການ, ຍົກລະດັບການບໍລິການ ແລະ ວັດທະນະທຳຈັນຍາບັນຂອງແພດໝໍຢູ່ໂຮງໝໍຊຸມຊົນ, ເນັ້ນການພັດທະນາສີມືແຮງງານໃຫ້ຊາວໜຸ່ມ ເພື່ອດຶງດູດແຮງງານໃຫ້ມີວຽກເຮັດງານທຳກັບທີ່ຢູ່ທ້ອງຖິ່ນ.

ທານ ວນໄຊ ພອງສະຫວນ ໂອລມພະນກງານຫກແຫງແຂວງຄາມວນ - image 3
 

ວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ຖືເອົາ ຄຸນນະພາບ ເປັນກົກ, ເລືອກເອົາຜູ້ທີ່ມີຄວາມບຸກບືນຫ້າວຫັນ ແລະ ໃຫ້ການສຶກສາອົບຮົມດ້ານອຸດົມການໃຫ້ຈະແຈ້ງ, ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບບັນດາແຂວງໃກ້ຄຽງ ໂດຍຜ່ານກົນໄກພົບປະແລກປ່ຽນ, ພ້ອມທັງເພີ່ມທະວີການລາດຕະເວນຕາມຊາຍແດນ ເພື່ອສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ຢາເສບຕິດ ແລະ ການຄ້າມະນຸດ;ສໍາລັບວຽກກວດກາ ຕ້ອງເຂົ້າໃຈວ່າ ວຽກກວດກາແມ່ນໜ້າທີ່ຂອງຄະນະພັກ, ການກວດກາຕ້ອງເຮັດແບບໂປ່ງໃສ (ເຫັນທັງດ້ານດີ ເພື່ອເສີມຂະຫຍາຍ ແລະ ຕຳນິຈຸດອ່ອນເພື່ອແກ້ໄຂ), ຖືເປັນວຽກປົກກະຕິແຕ່ຫົວທີເພື່ອສະກັດກັ້ນການສູນເສຍ ແລະ ຜູ້ທີ່ເປັນພະນັກງານກວດກາ ຕ້ອງມີຄຸນສົມບັດ “ສາຍຕາແຫຼມຄົມ, ຫູໄວ, ໃຈສັດຊື່, ມືສະອາດ”, ເອົາໃຈໃສ່ຄວາມເປັນໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ, ເຄົາລົບ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ຕິດແທດຮາກຖານຕົວຈິງ ພ້ອມທັງ ໃຫ້ຄວາມເຄົາລົບ ແລະ ຍາດແຍ່ງຄຳຄິດຄຳເຫັນຈາກພະນັກງານອາວຸໂສບຳນານ ເພື່ອເປັນບົດຮຽນ ແລະ ກຳລັງແຮງໃນການພັດທະນາແຂວງຄຳມ່ວນໃຫ້ກ້າວຂຶ້ນຢ່າງວ່ອງໄວ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ພິທີເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ຊາວຊ່າງຫັດຖະກຳລາວເຂົ້າຮ່ວມ.
ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ເພີ່ມເຕີມ