![]() |
ກອງປະຊຸມຄັ້ງນີີ້ ໄດ້ຜ່ານບັນດາເອກະສານທີ່ສຳຄັນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ບັນດານິຕິກໍາ, ເອກະສານສຳຄັນທີ່ກ່ຽວຂ້ອງ ເປັນຕົ້ນ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ວ່າດ້ວຍ ການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ; ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 1734/ຄຈສພ, ຂໍ້ຕົກລົງຂອງຄະນະປະຈຳພັກແຂວງສາລະວັນ ສະບັບເລກທີ 318/ຄຈພຂ, ລົງວັນທີ 25 ກັນຍາ 2026 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ກອງເລຂາຊ່ວຍວຽກສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ພະແນກການ-ອົງການ ແລະ ເມືອງ ທົ່ວແຂວງ ປະຈຳປີ 2026 ແລະ ແຜນເຄື່ອນໄຫວລົງຊຸກຍູ້ ແລະ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຢູ່ບັນດາພະແນກການ, ອົງການ ແລະ 8 ເມືອງ ທົ່ວແຂວງ.
ທັງນີ້ ເພື່ອຄາດຄະເນເປົ້າໝາຍພະນັກງານທີ່ຈະສັບຊ້ອນ ແລະ ຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນແຕ່ລະສະໄໝກອງປະຊຸມໃຫຍ່ຂອງພັກ. ພ້ອມທັງເປັນການກະກຽມບຸກຄະລາກອນ ໃຫ້ຕອບສະໜອງທັງດ້ານຈຳນວນ ແລະ ຄຸນນະພາບ, ສ້າງໃຫ້ມີແຫຼ່ງເລືອກເຟັ້ນພະນັກງານ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ ແລະ ປະສົບການ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ຢ່າງມີປະສິດທິຜົນສູງ, ຮັບປະກັນການຫັນແນວທາງນະໂຍບາຍຂອງພັກ ລົງສູ່ພາກປະຕິບັດຕົວຈິງ ຕາມທິດຫັນເປັນໜຸ່ມ ແລະ ຍືນຍົງ.
ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ຖືເປັນຂັ້ນຕອນສຳຄັນໃນການສ້າງຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃນທົ່ວແຂວງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານສ້າງແຜນກຳນົດພະນັກງານ ດຳເນີນໄປ ຢ່າງຖືກຕ້ອງຕາມຫຼັກການ, ໂປ່ງໃສ ແລະ ໄດ້ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ເຂົ້າໃນການສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕໍ່ໄປ.
ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ