ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027
ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ສວນສກອາພອນ ແຄມປງ ຫວຍສະໝອງ ກຽມເປດຮບນກທອງທຽວຕນປ 2027 - image 1
 

ທ່ານ ນາງ ແສງອຳພອນ ພິຈິດ ເຈົ້າຂອງສວນ ໃຫ້ຮູ້ວ່າ: ໃນໄລຍະປີ 2016-2018 ສະຖານທີ່ແຫ່ງນີ້ເຄີຍເປັນສວນໝາກໄມ້ຂອງຄອບຄົວ, ຕໍ່ມາຮອດກາງປີ 2018 ສວນໝາກໄມ້ໄດ້ປະສົບກັບເຫດໄຟ ໄໝ້ ແລະ ມາຮອດປີ 2026 ເຫັນວ່າ ພື້ນທີ່ມີທິວທັດທຳມະຊາດສວຍງາມ, ມີສາຍນ້ຳໄຫຼຜ່ານຕະຫຼອດປີ, ນ້ຳໃສເຢັນ ແລະ ອາກາດສົດຊື່ນຈຶ່ງເກີດແນວຄິດພັດທະນາໃຫ້ກາຍເປັນແຫຼ່ງພັກຜ່ອນທ່ອງທ່ຽວທາງທຳມະຊາດແຫ່ງໃໝ່ ເພື່ອຮັບໃຊ້ສັງຄົມ ແລະ ເພີ່ມທາງເລືອກດ້ານການພັກຜ່ອນໃຫ້ປະຊາຊົນ.

ສວນສກອາພອນ ແຄມປງ ຫວຍສະໝອງ ກຽມເປດຮບນກທອງທຽວຕນປ 2027 - image 2
 

ສຳລັບການບໍລິການພາຍໃນສວນ ປະກອບມີອາຫານຕາມສັ່ງ, ເຄື່ອງດື່ມຫຼາກຫຼາຍຊະນິດ, ບໍລິເວນນັ່ງພັກຜ່ອນໃກ້ສາຍນ້ຳ ແລະ ເຄື່ອງຫຼິ້ນສຳລັບເດັກນ້ອຍ. ສະຖານທີ່ດັ່ງກ່າວຈຶ່ງເໝາະສຳລັບການມາພັກ ຜ່ອນເປັນຄອບຄົວ, ກຸ່ມໝູ່ເພື່ອນ ແລະ ການຈັດກິດຈະກຳສັງສັນກາງແຈ້ງ ທ່າມກາງບັນຍາກາດທຳມະຊາດທີ່ສະຫງົບສຸກ.

ທ່ານ ນາງ ແສງອຳພອນ ພິຈິດ ຍັງໄດ້ເຊີນຊວນປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນແຂວງ ແລະ ຕ່າງແຂວງ ໃຫ້ມາສຳຜັດກັບຄວາມງົດງາມຂອງທຳມະຊາດ, ສາຍນ້ຳໃສເຢັນ ແລະ ອາກາດສົດຊື່ນ ພ້ອມທັງພັກຜ່ອນຈາກວຽກງານປະຈຳວັນ ໃນບັນຍາກາດທີ່ເປັນກັນເອງ ແລະ ໃກ້ຊິດກັບທຳມະຊາດ.

ສວນສກອາພອນ ແຄມປງ ຫວຍສະໝອງ ກຽມເປດຮບນກທອງທຽວຕນປ 2027 - image 3
 

ສວນສຸກອາພອນ ແຄມປິ້ງ ມີກຳນົດເປີດໃຫ້ບໍລິການໃນຕົ້ນປີ 2027 ຄາດວ່າຈະເປັນອີກໜຶ່ງຈຸດໝາຍທ່ອງທ່ຽວທາງທຳມະຊາດແຫ່ງໃໝ່ຂອງເມືອງສະໜາມໄຊ ທີ່ຊ່ວຍເພີ່ມທາງເລືອກການພັກຜ່ອນ ແລະ ປະກອບ ສ່ວນສົ່ງເສີມການທ່ອງທ່ຽວພາຍໃນແຂວງອັດຕະປືໃຫ້ຄຶກຄື້ນຫຼາຍຂຶ້ນ. ຊຶ່ງມີໄລຍະທາງຈາກເທສະບານແຂວງອັດຕະປືໄປຫາ ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ປະມານ 60 ກວ່າກິໂລແມັດ.

ຂ່າວ: ມະນີວອນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່າ​ນັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິທີເປີດຊຸດຝຶກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຂຶ້ນໃນລະຫວ່າງວັນທີ 8-23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ນານິກ ສຸດາຣຍາຕີ ເດຢາງ ຫົວໜ້າຫ້ອງການໂພຊະນາການແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງກ້າວໄປຂ້າງໜ້າດ້ວຍການປັບປຸງປະສິດທິພາບ ແລະ ການກວດກາໂຄງການອາຫານຟຣີຕາມຫຼັກໂພຊະນາການ, ໂດຍສຸມໃສ່ພື້ນທີ່ຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ຂາດໂອກາດໄດ້ຮັບການບໍລິການ ຊຶ່ງລັດຖະບານກຳລັງປັບປຸງການໃຊ້ຈ່າຍງົບປະມານ ແລະ ຄັດເລືອກເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ ເພື່ອຮັບປະກັນວ່າໂຄງການນີ້ຈະເປັນປະໂຫຍດຫຼາຍຂຶ້ນ.
ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ຄໍາມ່ວນ ເປັນເຈົ້າພາບຈັດກອງປະຊຸມສຳມະນາບັນຊີປະຊາຊາດດ້ານການທ່ອງທ່ຽວ

ກອງປະຊຸມສຳມະນາກ່ຽວກັບບັນຊີປະຊາຊາດດ້ານການທ່ອງທ່ຽວ ຈັດຂຶ້ນໃນວັນທີ 19 ພຶດສະພານີ້, ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ, ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງ ພ້ອມດ້ວຍຜູ້ຊ່ຽວຊານ, ຄະນະພະແນກ ແລະ ວິຊາການຂະແໜງທ່ອງທ່ຽວຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ.
ເພີ່ມເຕີມ