ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ
ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.

 

ສວນບລະເວນ ຕນແບບທອງທຽວອະນລກ ທຳມະຊາດ ແລະ ພດທະນາຊມຊນ ໃຫເຕບໃຫຍໄປພອມກນ - image 1
 

 

ທ່ານ ປໍ ຄ້າຍຄ່ຽມມະນີ ຜູ້ປະກອບການທຸລະກິດບໍລິການ ການທ່ອງທ່ຽວ ສວນບໍລິເວນ ບ້ານແສນວັງໃຫຍ່ ເມືອງ ແລະ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນທ້າຍອາທິດ ທີ່ຜ່ານມາວ່າ: ເປັນຜູ້ໜຶ່ງທີ່ໄດ້ໃຫ້ການບໍລິການທ່ອງທ່ຽວ ຢູ່ແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມາເປັນເວລາ 20 ກວ່າປີ, "ເຮືອນປາລາມີ" ເປັນຈຸດເລີ່ມຕົ້ນໃນການໃຫ້ບໍລິການ ໃນຮູບແບບໂຮມສະເຕແບບຄອບຄົວ, ປີ 2024 ໄດ້ເປີດໃຫ້ບໍລິການ “ສວນບໍລະເວນ” ຊຶ່ງບໍ່ແມ່ນຣີສອດ ທີ່ເລີດຫຼູຫຼາ ແຕ່ເປັນ "ຟາມຣີສອດ" ທີ່ອອກແບບມາພາຍໃຕ້ແນວຄິດການອະນຸລັກສິ່ງແວດລ້ອມຢ່າງແທ້ຈິງ;ການອອກແບບສະຖາປັດຕະຍະກຳ ຂອງສວນບໍລິເວນ ແມ່ນໝູນໃຊ້ພູມປັນຍາທ້ອງຖິ່ນ ທີ່ເປັນເອກະລັກບັນດາເຜົ່າ, ຊຶ່ງໄດ້ນຳໃຊ້ວັດສະດຸຈາກທຳມະຊາດ ເພື່ອຄວບຄຸມຄວາມເຢັນ ເປັນມິດກັບສິ່ງແວດລ້ອມ ເຮັດໃຫ້ນັກທ່ອງທ່ຽວສາມາດນັ່ງພັກຜ່ອນໄດ້ດົນຂຶ້ນ. ນອກຈາກນີ້, ຍັງເນັ້ນການບໍລິຫານຈັດການແບບອໍແກນິກ100%, ປູກພືດຜັກສວນຄົວໄວ້ບໍລິໂພກເອງ ໂດຍບໍ່ໃຊ້ປຸຍເຄມີ, ຫຼີກລ້ຽງຈາກການທຳລາຍສິ່ງແວດລ້ອມອ້ອມຂ້າງ ທີ່ເປັນຈຸດຂາຍ, ຈຸດດຶງດູດ ແລະ ຈຸດທີ່ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ ແລະ ຍັງໄດ້ເອົາໃຈໃສ່ຕໍ່ກັບການບຳບັດນ້ຳເປື້ອນ ຈາກການອາບ ແລະ ການໃຊ້ ໂດຍມີການວາງລະບົບຢ່າງຖືກຕ້ອງ ບໍ່ໃຫ້ໄຫຼລົງສູ່ແຫຼ່ງນ້ຳທຳມະຊາດ ໂດຍການຮ່ວມມືອອກແບບການປັກຝັງກັບຜູ້ອອກແບບຊາວຝຣັ່ງ ທີ່ມີປະສົບການ. ສິ່ງທີ່ເຮັດໃຫ້ການດຳເນີນທຸລະກິດຂອງ ອ້າຍປໍ ມີຄວາມຍືນຍົງ ແລະ ໄດ້ຮັບຄວາມເຊື່ອໝັ້ນຄື: ແນວຄິດການພັດທະນາ ທີ່ບໍ່ໄດ້ຫວັງພຽງແຕ່ "ຜົນກຳໄລ" ແຕ່ໄດ້ເບິ່ງເຖິງຄວາມກ້າວໜ້າຂອງ "ຊຸມຊົນ" ທີ່ຢູ່ອ້ອມຂ້າງອີກດ້ວຍ ທີ່ເຊື່ອມໂຍງການພັກຜ່ອນກັບທໍາມະຊາດ ແລະ ໃຫ້ຊຸມຊົນໄດ້ຮັບປະໂຫຍດນໍາ.

ປັດຈຸບັນ ໄດ້ໃຫ້ບໍລິການ ເປັນຕົ້ນ: ເກສເຮົາສ໌ສາມັກຄີ; ໂຮມສະເຕປາລາມີ ແລະ ສວນບໍລິເວນກາເດນ ຟາມຣີສອດແຄມຫ້ວຍນໍ້າເສັດ ຢູ່ໃກ້ກັບນ້ຳຕົກຕາດເລາະ ປະມານ 1ກິໂລ ເໝາະສຳລັບຜູ້ຕ້ອງການພັກຜ່ອນກັບທຳມະຊາດ ແລະ ວິຖີຊາວສວນ. ທັງໄດ້ເປີດໂອກາດໃຫ້ຊາວບ້ານ ທີ່ຂາດວຽກເຮັດງານທຳ ເຂົ້າມາມີສ່ວນຮ່ວມໃນການບໍລິການ, ມີ 16 ຄອບຄົວ ເປັນຕົ້ນ: ກະກຽມອາຫານ, ການບໍລິການ, ການພາແຂກທ່ຽວ, ການອະນາໄມຮັກສາຄວາມສະອາດ ແລະ ຍົກສູງການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ທຸກຄົນມີບົດບາດ ແລະ ໄດ້ຮັບການແບ່ງປັນຜົນປະໂຫຍດຢ່າງທົ່ວເຖິງ ເຮັດໃຫ້ແມ່ຍິງ ໃນຊຸມຊົນມີລາຍຮັບ ແລະ ມີຄວາມໝັ້ນຄົງໃນຄອບຄົວຫຼາຍຂຶ້ນ.

ສວນບລະເວນ ຕນແບບທອງທຽວອະນລກ ທຳມະຊາດ ແລະ ພດທະນາຊມຊນ ໃຫເຕບໃຫຍໄປພອມກນ - image 2
 

ທ່ານ ປໍ ຄ້າຍຄ່ຽມມະນີ ກ່າວອີກວ່າ: ໃນລະດູທ່ອງທ່ຽວ ຫຼື High Season ສາມາດສ້າງລາຍຮັບໄດ້ເຖິງ 140 ລ້ານກີບຕໍ່ເດືອນ ແລະ ໂຮມສະເຕອີກແຫ່ງລະປະມານ 60 ລ້ານກີບຕໍ່ເດືອນ; ໄດ້ໝູນໃຊ້ທຶນປະກອບສ່ວນເຂົ້າໃນການພື້ນພູປ່າໃນເຂດແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນຕົ້ນ: ປູກຕົ້ນໄມ້ປະດັບ, ປູກຕົ້ນໄມ້ໃນພື້ນທີ່ແຫຼ່ງທ່ອງທ່ຽວ ໃຫ້ມີສີຂຽວເພີ່ມຂຶ້ນໃນແຕ່ລະປີ ໂດຍການມີສ່ວນຮ່ວມກັບຊຸມຊົນ.

"ສວນບໍລິເວນກາເດັນ" ເປັນຫຼັກຖານຢັ້ງຢືນວ່າ: ການທ່ອງທ່ຽວທີ່ຍືນຍົງ ບໍ່ແມ່ນການດຶງເອົາຊັບພະຍາກອນຈາກທຳມະຊາດມາຂາຍ, ແຕ່ແມ່ນການສ້າງລະບົບນິເວດ ທີ່ທຳມະຊາດ, ຊຸມຊົນ ແລະ ມະນຸດສາມາດເກື້ອກູນ ແລະ ເຕີບໃຫຍ່ໄປພ້ອມໆກັນ ; “ສວນບໍລະເວນກາເດັນ” (Bolavan Garden) ຕັ້ງຢູ່ບ້ານແສນວັງໃຫຍ່, ເມືອງສາລະວັນ ແຂວງສາລະວັນ ຫ່າງຈາກຕົວເມືອງສາລະວັນ ປະມານ 35 ກິໂລແມັດ.ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ພິທີເຊັນສັນຍາການບໍລິການແລະບໍລິຫານຄຸ້ມຄອງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ “ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ” ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ທີ່ເມືອງວັງວຽງແຂວງວຽງຈັນໃຫ້ກຽດເປັນປະທານຮ່ວມຂອງທ່ານນາງດາລານີພົມມະວົງສາຮອງລັດຖະມົນຕີກະຊວງວັດທະນະທໍາແລະການທ່ອງທ່ຽວ (ວທ), ມີທ່ານນາງJingmin Huang ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳສປປລາວ (ຜູ້ໃໝ່) ແລະທ່ານສຸວຽງທອງວົງຈຳປາປະທານຄະນະກຳມະການປົກຄອງເມືອງວັງວຽງ. ຮ່ວມລົງນາມຂອງທ່ານອັດສະຍາໃສມະນີວັນຫົວໜ້າຫ້ອງການວທ ເມືອງວັງວຽງແລະທ່ານບຸນພັນວົງສຳພັນຜູ້ອຳນວຍການບໍລິສັດທ່ອງທ່ຽວວັນເດີຟູນລາວຈຳກັດ.
ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ເຮັດໃຫ້ເຂດທ່ອງທ່ຽວປະຫວັດສາດມະຫານາທີສີທັນດອນ ບ້ານດອນເດດ-ດອນຄອນ ຈາກຖະໜົນດິນແດງ ລໍາບາກໃນການໄປມາຂອງປະຊາຊົນ ແລະ ແຂກທີ່ມາທ່ອງທ່ຽວ, ປັດຈຸບັນ ມີຖະໜົນຄອນກຣີດທີ່ສະດວກສະບາຍຫຼາຍຂຶ້ນກ່ວາເກົ່າ.
ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ຳນ້ຳລອດ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ມີຄວາມສຳຄັນທາງປະຫວັດສາດ ໃນການເປັນຖານທີ່ໝັ້ນປົກປ້ອງຊາດໃນອາດີດ ຕັ້ງຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ, ປັດຈຸບັນກໍາລັງຢູ່ໃນໄລຍະເລີ່ມຕົ້ນການພັດທະນາ ແລະ ປັບປຸງສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດກັບຄວາມງົດງາມທາງທຳມະຊາດແບບດັ້ງເດີມ.
ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ເພີ່ມເຕີມ