ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ໃນພິທີ, ທ່ານ ສີລິລາດ ທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນວ ປະທານຄະນະຮັບຜິດຊອບຈັດງານ ບຸນນະມັດສະການພະທາດຫຼວງ ປະຈຳປີ 2026 ກ່າວເປີດວ່າ: ການຈັດງານບຸນນະມັດສະການພະທາດຫຼວງ ໃນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກຮັກສາ ມໍຣະດົກທາງດ້ານວັດທະນາທໍາ, ຮີດຄອງປະເພນີອັນລໍ້າຄ່າ ທີ່ສືບທອດກັນມາແຕ່ບູຮານນະການ ແລະ ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈ ໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ. ສຳລັບງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຈະໄດ້ເລີ່ມແຕ່ວັນທີ 20-24 ພະຈິກ 2026 (ລວມເປັນເວລາ 5 ວັນ ທາງການ).
 |
| |
ໃນນີ້, ຈະມີພິທີທາງສາສະໜາ ແລະ ກິດຈະກຳຕ່າງໆເຊັ່ນ: ສູດປະລິຕະມຸງຄຸນ, ແຮ່ຜາສາດເຜິ້ງ, ໃສ່ບາດຖວາຍສັງຄະທານ, ແຂ່ງຂັນກິລາພື້ນບ້ານຕີຄີ, ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ. ສຳລັບເວທີກາງ ຈະມີການສະແດງສິລະປະວັນນະຄະດີ, ການຟ້ອນ, ການຂັບລຳ ຈາກກອງສິລະປະກອນຕ່າງໆ ຜັດປ່ຽນກັນໃນແຕ່ລະວັນ. ໃນນີ້, ຍັງຈະມີການສາຍຮູບເງົາກາງແປນຢ້ອນຍຸກ, ມີສາລະຄະດີຕ່າງໆ ທີ່ຕິດພັນກັບວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ. ນອກຈາກນັ້ນ, ກໍຍັງມີກິດຈະກໍາອື່ນໆ ແລະ ມີການຄົບງັນຕາມຮີດຄອງປະເພນີ ດັ່ງທີ່ເຄີຍປະຕິບັດກັນມາຕັ້ງແຕ່ບູຮານນະການ. ຊຶ່ງໃນງານບຸນນະມັດສະການພະທາດຫຼວງປີນີ້, ນວ ໄດ້ມີສິນຄ້າ ທີ່ເປັນຜະລິດຕະພັນ ຂອງຄົນລາວເຮົາເຮັດເອງ ຊຶ່ງມີຫຼາກຫຼາຍຊະນິດ ເປັນຕົ້ນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂອງບັນດາເມືອງ, ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນຄ້າໂອດັອບ ໄດ້ກາໝາຍແຫ່ງຊາດ ແລະ ສິນຄ້າຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ໄດ້ມາວາງສະແດງ ແລະ ຈຳໜ່າຍ ໃຫ້ປະຊາຊົນລາວ ແລະ ຊາວຕ່າງປະເທດ ໄດ້ສໍາຜັດ ແລະ ຊົມໃຊ້ຜະລິດຕະພັນຂອງຄົນລາວເຮົາເອງ.
 |
| |
ນອກຈາກນັ້ນ, ການຈັດງານຍັງເປັນເວທີ ໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ພົບປະແລກປ່ຽນບົດຮຽນນໍາກັນ. ນອກຈາກກິດຈະກຳຕ່າງໆທີ່ກ່າວມານັ້ນ, ປີນີ້ ຄະນະຮັບຜິດຊອບຈັດງານ ຍັງໄດ້ເນັ້ນໃສ່ການຕົບແຕ່ງສະຖານທີ່ ບໍລິເວນເດີ່ນສະໜາມຫຼວງ, ພະທາດຫຼວງ ໃຫ້ສວຍສົດງົດງາມ ແລະ ມີຄວາມເປັນເອກະລັກທາງດ້ານວັດທະນະທໍາ ເພື່ອຕ້ອນຮັບແຂກຕ່າງດ້າວ, ທ້າວຕ່າງແດນ ທີ່ໄດ້ມາທ່ຽວຊົມ ແລະ ສັກກາລະບູຊາພະທາດຫຼວງ ໄດ້ມີຄວາມມ່ວນຊື່ນ ແລະ ອີ່ມອົກອີ່ມໃຈ.
ໃນໄລຍະການຈັດງານຄະນະຮັບຜິດຊອບ ຍັງມີການພັດປ່ຽນກັນປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ທີ່ມາຮ່ວມງານ ແລະ ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງພະນັກງານ, ທະຫານ, ຕຳຫຼວດ, ຊາວຄ້າຂາຍ, ພໍ່ແມ່ປະຊາຊົນ, ນັກທຸລະກິດ, ຜູ້ປະກອບການ ແລະ ອົງການຈັດຕັ້ງທຸກພາກສ່ວນ ທີ່ກ່ຽວຂ້ອງ ໂດຍສະເພາະຄະນະກຳມະການຮັບຜິດຊອບຈັດງານບຸນໃນຄັ້ງນີ້ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດທຸກວຽກງານ ແລະ ໃຫ້ການຮ່ວມມື ເພື່ອແນໃສ່ເຮັດໃຫ້ງານບຸນປີນີ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ເປັນຢ່າງດີ ແລະ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ໃນທົ່ວສັງຄົມ ແລະ ປະຊາຊົນບັນດາເຜົ່າ ກໍຄືຊາວ ນວ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີດ້ວຍຄວາມສາມັກຄີຮັກແພງ ແລະ ຄວາມເບີກບານມ່ວນຊຶ່ນຕະຫຼອດງານບຸນ.
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມການນໍາພັກ-ລັດ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ.
(ຂ່າວ-ພາບ: ບຸນອູ້ມ, ແສງຈັນ)
ຄໍາເຫັນ