ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ
ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
ນາຍກລດຖະມນຕ ສປປ ລາວ ເຂາຮວມກອງປະຊມສດຍອດທກຽວຂອງ ທ ຟລບປນ - image 1
 

 

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ບັນດາຜູ້ນໍາໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງກົນໄກການຮ່ວມມືອາຊຽນບວກສາມໃຫ້ເປັນຮູບປະທໍາ ໃນການສົ່ງເສີມການຮ່ວມມືພາກພື້ນອາຊີຕາເວັນອອກໂດຍສະເພາະ ກອງທຶນການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ບວກສາມ (2023-2027).ໃນໂອກາດຄົບຮອບ 30 ປີແຫ່ງການສ້າງຕັ້ງກົນໄກການຮ່ວມມືອາຊຽນບວກສາມ (2027),ກອງປະຊຸມຈຶ່ງໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ເພີ່ມທະວີການຮ່ວມມືກັນ ພາຍໃຕ້ບັນດາກົນໄກ ແລະ ຂໍ້ລິເລີ່ມຂອງອາຊຽນບວກສາມ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຫຼາຍຂຶ້ນ.ໃນກອງປະຊຸມ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງກະກຽມເຮັດວຽກຮ່ວມກັນກໍານົດ, ສຶກສາ ແລະ ຄົ້ນຄວ້າຮ່າງແຜນປະຕິບັດງານສະບັບໃໝ່, ໂດຍລະບຸຂົງເຂດທີ່ມີທ່າແຮງ ເປັນຕົ້ນແມ່ນ ການຫັນປ່ຽນເປັນດີຈີຕອນ ແລະ ນະວັດຕະກໍາ, ພະລັງງານ, ປັນຍາປະດິດ, ການຕ້ານການຫຼອກລວງທາງອອນລາຍ, ການຕ້ານການຄ້າມະນຸດ ແລະ ອື່ນໆ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາ 2 ເອກະສານຜົນຂອງກອງປະຊຸມ ຄື: 1). ຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍ ການເສີມສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງພະລັງງານ ແລະ 2). ຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຄ້າທາງທະເລ ແລະ ການເຊື່ອມຈອດດ້ານການຂົນສົ່ງ.

ນາຍກລດຖະມນຕ ສປປ ລາວ ເຂາຮວມກອງປະຊມສດຍອດທກຽວຂອງ ທ ຟລບປນ - image 2
 

ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4ໄດ້ແລກປ່ຽນ ແລະ ປຶກສາຫາລືການສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມໝັ້ນຄົງທາງດ້ານພະລັງງານໃນພາກພື້ນ ແລະ ຄວາມບໍ່ໝັ້ນຄົງຂອງຕະຫຼາດພະລັງງານໂລກ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງຄວາມດຸ່ນດ່ຽງລະຫວ່າງ 3 ບຸລິມະສິດຫຼັກ ຄື: ຄວາມໝັ້ນຄົງທາງດ້ານພະລັງງານ, ການເຕີບໂຕທາງດ້ານເສດຖະກິດ ແລະ ການຫຼຸດຜ່ອນການປ່ອຍອາຍພິດກາກບອນ, ພ້ອມທັງຮັບປະກັນການສະໜອງພະລັງງານທີ່ສາມາດເຂົ້າເຖິງໄດ້ໃນລາຄາທີ່ເໝາະສົມ, ມີຄວາມໝັ້ນຄົງ ແລະ ຍືນຍົງ ໂດຍອີງໃສ່ສະພາບຈຸດພິເສດຂອງແຕ່ລະປະເທດ. ກອງປະຊຸມ ເຫັນດີຊຸກຢູ້ການຮ່ວມມືດ້ານພະລັງງານສະອາດ, ພະລັງງານສີຂຽວ ແລະ ຍືນຍົງ ໂດຍເນັ້ນໃຫ້ເຫັນໂຄງການສາຍສົ່ງໄຟຟ້າອາຊຽນ ເປັນຕົ້ນແບບຂອງການຮັບປະກັນດ້ານພະລັງງານຂອງພາກພື້ນ ໃນອະນາຄົດ.

ນາຍກລດຖະມນຕ ສປປ ລາວ ເຂາຮວມກອງປະຊມສດຍອດທກຽວຂອງ ທ ຟລບປນ - image 3
 

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດຖະແຫຼງການວິໄສທັດອາຊຽນ-ຍີ່ປຸ່ນວ່າດ້ວຍມິດຕະພາບແລະ ການຮ່ວມມື ແລະ ການປະກອບສ່ວນອັນສໍາຄັນຂອງ ຍີ່ປຸ່ນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຜ່ານກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ. ພ້ອມນີ້, ກອງປະຊຸມໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ,ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາຊັບພະຍາກອນມະນຸດ, ປັນຍາປະດິດ, ພະລັງງານທົດແທນ ແລະ ການເຊື່ອມໂຍງພະລັງງານພາກພື້ນ, ເປັນຕົ້ນແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນໃນຕໍ່ໜ້າ. ໃນກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຊຸກຍູ້ໃຫ້ ອາຊຽນ ແລະ ຍີ່ປຸ່ນ ສືບຕໍ່ຮັດແໜ້ນການຮ່ວມມືໃນດ້ານເສດຖະກິດໂດຍຜ່ານການການຕັ້ງປະຕິບັດສັນຍາວ່າດ້ວຍການເປັນຄູ່ຮ່ວມດ້ານເສດຖະກິດ ອາຊຽນ-ຍີ່ປຸ່ນ ແລະ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນໂດຍສະເພາະແມ່ນຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ຂະໜາດກາງ.ພິເສດ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄວາມເຂັ້ມແຂງດ້ານເສດຖະກິດ.

ນາຍກລດຖະມນຕ ສປປ ລາວ ເຂາຮວມກອງປະຊມສດຍອດທກຽວຂອງ ທ ຟລບປນ - image 4
 

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ (2026-2030). ກອງປະຊຸມ ຍັງໄດ້ຮັບຊາບການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງປີແຫ່ງການຮ່ວມມືທາງທະເລອາຊຽນ-ອິນເດຍ. ກອງປະຊຸມ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການເຊື່ອມຈອດພາກພື້ນ, ການຫັນເປັນດີຈີຕອນ, ພະລັງງານທົດແທນ, ຕ່ອງໂສ້ການສະໜອງ, ການເຮັດກະສິກໍາທີ່ຍືນຍົງ, ການໄປມາຫາສູ່ ລະຫວ່າງປະຊາຊົນ ແລະ ການພັດທະນາບຸກຄະລາກອນ ເປັນຕົ້ນແມ່ນການເສີມສ້າງຂີດຄວາມສາມາດທາງດ້ານດີຈີຕອນ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ໃນກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຊຸກຍູ້ໃຫ້ ອິນເດຍ ສະໜັບສະໜູນອາຊຽນ ໃນດ້ານການຫັນເປັນ ດີຈີຕອນ ໂດຍການແລກປ່ຽນບົດຮຽນທີ່ດີ ແລະ ການສ້າງຂີດຄວາມສາມາດ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ແນໃສ່ຮັດແຄບຄວາມແຕກໂຕນດ້ານດີຈີຕອນ ພາຍໃນອາຊຽນ. ໃນນີ້, ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມອາຊຽນ-ອິນເດຍ ວ່າດ້ວຍການຄຸ້ມຄອງ ແລະ ການກຽມຄວາມພ້ອມຮັບມືກັບໄພພິບັດ ເພື່ອເປັນການຮັດແໜ້ນການຮ່ວມມື ໂດຍສະເພາະແມ່ນການເຕືອນໄພລ່ວງໜ້າ, ການປ້ອງກັນ, ການຮັບມືກັບໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດ ລະຫວ່າງອາຊຽນ ແລະ ອິນເດຍ.

ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ໄດ້ຕີລາຄາສູງຕໍ່ຄວາມສໍາຄັນຂອງກອງປະຊຸມສຸດຍອດອີເອເອສ ໃນຖານະທີ່ເປັນເວທີສົ່ງເສີມການປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ, ການເມືອງ, ເສດຖະກິດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ແລະ ຄວາມສົມບູນພູນສຸກ ຢູ່ໃນພາກພື້ນ ແລະ ໃນໂລກ ລວມທັງການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ກໍຄືການເສີມຂະຫຍາຍໃຫ້ຂອບການຮ່ວມມືດັ່ງກ່າວມີຄວາມເຂັ້ມແຂງຂຶ້ນ. ພ້ອມນີ້, ກອງປະຊຸມໄດ້ຊົມເຊີຍຕໍ່ບັນດາໝາກຜົນທີ່ຍາດມາໄດ້ໃນຂອບການຮ່ວມມື ອີເອເອສ ໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານອີເອເອສ (2024-2028)ແລະ ການຜັນຂະຫຍາຍບັນດາຂົງເຂດບຸລິມະສິດ ຂອງການຮ່ວມມືໃນຂອບ ອີເອເອສ ໂດຍສະເພາະ ຂົງເຂດພະລັງງານ, ການຮັບມືກັບໄພພິບັດທາງທໍາມະຊາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການເຊື່ອມຈອດ ແລະ ອື່ນໆ ໃຫ້ມີປະສິດທິຜົນ. ໃນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງບົດບາດ ແລະ ຄວາມສໍາຄັນຂອງ ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ທີ່ມີອາຊຽນເປັນແກນກາງ ສໍາລັບການປຶກສາຫາລື ເພື່ອກໍານົດທິດທາງການຮ່ວມມືທີ່ເປັນຍຸດທະສາດ ແລະ ສ້າງຄວມເຂົ້າອົກເຂົ້າໃຈ ພ້ອມທັງ ຊຸກຍູ້ໃຫ້ເຫັນເຖິງຄວາມສໍາຄັນໃນການຮ່ວມມືທີ່ເປັນຮູບປະທໍາໂດຍສະເພາະແມ່ນ ການສຸມໃສ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອີເອເອສ ເພື່ອນໍາເອົາຜົນປະໂຫຍມາສູ່ພາກພື້ນ ກໍຄື ປະຊາຊົນ. ພິເສດ, ກອງປະຊຸມ ຮັບຮອງເອົາເອກະສານກອງປະຊຸມ 2 ສະບັບຄື:1). ຖະແຫຼງການກອງປະຊຸມສຸດຍອດອາຊີຕາເວັນອອກ ວ່າດ້ວຍການນໍາທາງອະນາຄົດຂອງພວກເຮົາໄປພ້ອມກັນແລະ2).ຖະແຫຼງການຜູ້ນໍາອີເອເອສ ວ່າດ້ວຍການຮັດແໜ້ນການຮ່ວມມືເພື່ອຕ້ານການຫຼອກລວງທາງໄຊເບີ ແລະ ການກະທໍາຜິດທີ່ກ່ຽວຂ້ອງ.

ພາຍຫຼັງສໍາເລັດການເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ,ພະນະທ່ານນາຍົກລັດຖະມົນຕີ ໄດ້ນໍາພາຄະນະເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ໃນພິທີປິດດັ່ງກ່າວ ໄດ້ມີການມອບ-ຮັບການເປັນປະທານອາຊຽນ ຈາກ ຟີລິບປິນ ໃຫ້ແກ່ ສິງກະໂປ ໃນນາມປະທານອາຊຽນ ປີ 2027 ພາຍໃຕ້ ຄຳຂັວນ “Deeper Integration, Wider Partnerships” ຊຶ່ງ ສິງກະໂປ ຈະເລີ່ມເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2027 ເປັນຕົ້ນໄປ.

ພາຍຫຼັງສໍາເລັດການເຂົ້າຮ່ວມພິທີປິດດັ່ງກ່າວ, ບັນດາຜູ້ນໍາອາຊຽນ ແລະ ສ.ອເມຣິກາ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ.ອາເມຣິກາ, ຊຶ່ງ ກອງປະຊຸມ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສ.ອາເມຣິກາ ຕະຫຼອດໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງ ໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ.ອາເມຣິກາ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສ.ອາເມຣິກາ ມີຮ່ວມກັນ ເພື່ອນໍາຜົນປະໂຫຍດຕົວຈິງມາຍັງປະຊາຊົນຂອງສອງພາກພື້ນ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການຜູ້ນໍາອາຊຽນ-ສ.ອາເມຣິກາ ວ່າດ້ວຍ10 ຫຼັກການການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຕ້ານການຫຼອກລວງທາງອອນລາຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ເພີ່ມເຕີມ