ຢ່າງໃດກໍຕາມ, ສະພາບອາກາດຕາມລະດູການທີ່ອາດຈະແຫ້ງແລ້ງກວ່າເກົ່າ ລວມທັງຂໍ້ຕົກລົງການຄ້າທີ່ມີການປ່ຽນແປງອາດຈະເຮັດໃຫ້ການເຕີບໂຕຂອງຕະຫຼາດອົສຕຣາລີຊ້າລົງ.
ບົດລາຍງານດັ່ງກ່າວຄາດຄະເນວ່າ: ການຜະລິດຊີ້ນງົວຂອງອົສຕຣາລີ ຈະຂະຫຍາຍຕົວປະມານ 3% ໃນປີ 2027 ຕໍ່ເນື່ອງຈາກປີ 2026 ທີ່ຄາດວ່າຈະເຕີບໂຕ 7%. ຂະນະທີ່ການສົ່ງອອກຊີ້ນງົວຂອງອົສຕຣາລີຄາດວ່າຈະເພີ່ມຂຶ້ນປະມານ 3% ໃນປີໜ້າ.
ໃນທາງກັບກັນ, ການຜະລິດຊີ້ນງົວທົ່ວໂລກມີທ່າອ່ຽງຈະຫຼຸດລົງ 0.1% ໃນປີ 2027 ຕໍ່ເນື່ອງຈາກປີ 2026 ທີ່ຄາດວ່າຈະຫຼຸດລົງ 1.5% ຊຶ່ງເປັນການຫຼຸດລົງປະຈໍາປີຕິດຕໍ່ກັນເປັນຄັ້ງທໍາອິດນັບຕັ້ງແຕ່ປີ 2015.
ທ່ານ ແອງກັສ ກິດລີ - ແບຣດ ນັກວິເຄາະອາວຸໂສດ້ານໂປຣຕີນຈາກສັດຂອງ Rabo Research ກ່າວວ່າ:ອຸດສາຫະກຳຊີ້ນງົວຂອງອົສຕຣາລີມີທ່າອ່ຽງຈະກ້າວເຂົ້າສູ່ປີ 2027 ດ້ວຍສະຖານະທີ່ເຂັ້ມແຂງຫຼາຍ, ພາຍຫຼັງທີ່ສາມາດບໍລິຫານຈັດການຈຳນວນໂຄຕ້າຊີ້ງົວທີ່ຢູ່ໃນລະດັບສູງ, ສະພາບອາກາດຕາມລະດູການທີ່ມີການປ່ຽນແປງ ແລະກະແສການຄ້າທີ່ປ່ຽນແປງຢ່າງມີປະສິດທິພາບ ຕະຫຼອດປີ 2026.
ທ່ານ ກິດລີ - ແບຣດ ລະບຸວ່າ: ຄວາມຕ້ອງການຈາກຕ່າງປະເທດທີ່ເຂັ້ມແຂງເປັນປັດໄຈສຳຄັນທີ່ເຮັດໃຫ້ຕະຫຼາດງົວຂອງອົສຕຣາລີສາມາດຮອງຮັບປະລິມານການຜະລິດທີ່ເພີ່ມຂຶ້ນໄດ້ຕະຫຼອດປີ 2026.
ທ່ານ ກິດລີ - ແບຣດ ກ່າວວ່າ: ບັນຫາທີ່ສຳຄັນທີ່ສຸດສຳລັບປີ 2027 ແມ່ນຜົນກະທົບຂອງປະກົດການແອວນີໂຢ, ພ້ອມທັງເຕືອນວ່າ: ສະພາບອາກາດແຫ້ງແລ້ງໃນຕົ້ນປີອາດຈະເຮັດໃຫ້ຊາວກະສິກອນຮີບຮ້ອນນຳງົວເຂົ້າສູ່ຕະຫຼາດຊຶ່ງຈະເຮັດໃຫ້ລາຄາຊື້ຫຼຸດລົງ ແລະ ອາດຈະເປັນການທົດສອບທີ່ສຳຄັນຂອງຄວາມສາມາດໃນການແປຮູບຂອງໂຮງງານ.
ບົດລາຍງານໄດ້ສະຫຼຸບວ່າ: ອົສຕຣາລີ ແລະ ນູແວນເຊລັງ ຄາດວ່າຈະມີອັດຕາການເຕີບໂຕຂອງການຜະລິດທີ່ເຂັ້ມແຂງທີ່ສຸດໃນບັນດາພາກພື້ນຜະລິດຊີ້ນງົວທີ່ສຳຄັນຂອງໂລກ, ໃນຂະນະທີ່ປະລິມານການສະໜອງຊີ້ນງົວທົ່ວໂລກຄາດວ່າຈະຍັງຄົງເຄັ່ງຕຶງ ແລະ ລາຄາຢູ່ໃນລະດັບສູງ.
ຄໍາເຫັນ