ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່
ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.

ອັນທີໜຶ່ງ, ຮ່ວມກັນເສີມຂະຫຍາຍວັດທະນະທຳສີແດງ, ຮ່ວມກັນສ້າງຂົວຕໍ່ດ້ານຈິດໃຈ. ວັນທີ 2ເດືອນມິຖຸນາ ຜ່ານມາ, 3 ສາລະຄະດີຈີນ ຄື: ຄວາມເຂົ້າໃຈທາງວັດທະນະທຳຈີນຂອງທ່ານ ສີ ຈິ້ນຜິງການນໍາພາທິດທາງ (ສະບັບສາກົນ) ແລະ ແນວຄິດໃໝ່ໃນຕຳລາບູຮານໄດ້ເລີ່ມອອກອາກາດໂດຍຜ່ານສື່ມວນຊົນຫຼັກຂອງລາວ. ທ່ານ ທອງລຸນ ສີສຸລິດ ໄດ້ສົ່ງສານຊົມເຊີຍ ແລະ ຕີລາຄາສູງຕໍ່ສະຕິປັນຍາ ແລະ ແນວຄິດອັນເລິກເຊິ່ງທີ່ມີຢູ່ໃນສາລະຄະດີເຫຼົ່ານີ້ ແລະ ຄຸນຄ່າທີ່ເປັນບົດຮຽນໃຫ້ແກ່ພາລະກິດສັງຄົມນິຍົມຂອງລາວ. ສອງປະເທດໄດ້ຮ່ວມກັນຈັດງານວາງສະແດງຫົວຂໍ້ຕ່າງໆ ເພື່ອໃຫ້ຊາວໜຸ່ມສຶກສາຮຽນຮູ້ ຊຶ່ງໄດ້ເຮັດໃຫ້ວັດທະນະທຳສີແດງກາຍເປັນຂົວຕໍ່ດ້ານຈິດໃຈທີ່ເຕົ້າໂຮມຄວາມສາມັກຄີກັນລະຫວ່າງພັກ ແລະ ປະຊາຊົນ ແລະ ສ້າງອຸດົມການໃຫ້ໝັ້ນຄົງ ໂດຍອີງໃສ່ຊັບພະຍາກອນສີແດງ ເຊັ່ນ: ໂຮງຮຽນ 67 ທີ່ນະຄອນນານນິງ ແລະ ສຸສານຈີນໃນລາວເປັນຕົ້ນ.

ອັນທີສອງ, ການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການໄປມາຫາສູ່ກັນລະຫວ່າງປະຊາຊົນແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນໂອກາດທີ່ປີມິດຕະພາບ ລາວ-ຈີນ ສອງປະເທດສືບຕໍ່ຂະຫຍາຍການຮ່ວມມືໃນຂົງເຂດການສຶກສາ,ການແພດ,ວັດທະນະທຳ,ການທ່ອງທ່ຽວ ແລະ ຂົງເຂດອື່ນໆ, ໂດຍເນັ້ນໃສ່ການປັບປຸງການຮ່ວມມືດ້ານການແພດຂັ້ນຮາກຖານ,ນໍ້າດື່ມທີ່ປອດໄພໃນຊົນນະບົດ ແລະ ອື່ນໆ, ໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ໄດ້ຮັບການຈັດຕັ້ງປະຕິບັດຫຼາຍຂຶ້ນ. ນະຄອນ ແລະ ແຂວງຂອງ ລາວ-ຈີນ ໄດ້ສ້າງສາຍພົວພັນທີ່ເປັນເມືອງມິດຕະພາບ ນັບມື້ນັບຫຼາຍຂຶ້ນ, ການທ່ອງທ່ຽວຂ້າມແດນກາຍເປັນຮູບແບບໃໝ່ໃນດ້ານການທ່ອງທ່ຽວ, ຊານົມຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກລາວ, ກາເຟລາວ ກໍໄດ້ຮັບຄວາມນິຍົມຊົມຊອບຈາກຈີນຫຼາຍຂຶ້ນ, ຜະລິດຕະພັນທີ່ມີລັກສະນະພິເສດຂອງສອງປະເທດໄດ້ເຂົ້າສູ່ຕະຫຼາດຂອງກັນ ແລະ ກັນ.

ອັນທີສາມ, ຂະຫຍາຍການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາ, ສ້າງບຸກຄະລາກອນທີ່ມີຄວາມສາມາດເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງອະນາຄົດ. ສອງປະເທດຈະສຸມໃສ່ການສ້າງໂຄງການພັນ ແລະ ໝື່ນ ສໍາລັບການຮ່ວມມືດ້ານຊັບພະຍາກອນມະນຸດ,ເລີ່ມແຕ່ປີ 2028 ເປັນຕົ້ນໄປ ໃຫ້ບັນລຸໄດ້ນັກສຶກສາລາວມາຮຽນຢູ່ຈີນ ເປັນຈໍານວນ 10,000 ຄົນຕໍ່ປີ. ລົງເລິກການເຊື່ອມໂຍງດ້ານອຸດສາຫະກໍາ ແລະ ການສຶກສາ, ຊຸກຍູ້ການດໍາເນີນການສ້າງບຸກຄະລາກອນແບບສັ່ງຕາມຄວາມຕ້ອງການຂອງຕະຫຼາດ ລະຫວ່າງວິທະຍາໄລວິຊາຊີບຂອງຈີນກັບວິສາຫະກິດລາວ, ສ້າງຖານຝຶກອົບຮົມທັກສະວິຊາຊີບຢູ່ທ້ອງຖິ່ນ, ສຸມໃສ່ການສ້າງບຸກຄະລາກອນທີ່ຂາດແຄນໃນຂົງເຂດການຜະລິດແບບອັດສະລິຍະ ແລະ ພະລັງງານສີຂຽວ ແລະ ຂົງເຂດອື່ນໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດີຈີຕອນຢູ່ລາວ.

ກາບກອນຈີນກ່າວວ່າ: ພະຍາຍາມຢູ່ໃນເສັ້ນທາງຂອງຕົນ, ເຖິງແມ່ນວ່າຢູ່ໄລຍະທີ່ຫ່າງໄກ, ແຕ່ໃນທີ່ສຸດກໍຈະມາພົບກັນຍ້ອນມີອຸດົມຄະຕິດຽວກັນ. ພາຍໃຕ້ການນຳພາດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກສອງປະເທດ, ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ຈະຜ່ານຜ່າຄວາມຫຍຸ້ງຍາກນານາປະການ ແລະ ກ້າວເດີນໄປໄກຢ່າງໜັກແໜ້ນເພື່ອປະກອບ ສ່ວນເຂົ້າໃນການຊຸກຍູ້ການສ້າງແບບຢ່າງອັນສະຫງ່າງາມ ແລະ ກໍາລັງຂັບເຄື່ອນທີ່ຍືນຍົງໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກນີ້ວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ກອງ​ປະ​ຊຸມ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດອາ​ຊີ-ປາ​ຊີ​ຟິກ ຫຼື ​ APEC ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ,
ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ຊາ​ຊົນ​ໃນ​ເກນ​ອາ​ຍຸ​ 60 ປີ​ຂຶ້ນ​ເມື່ອ ​ເກືອບ 16.5 ລ້ານ​ຄົນ, 9 ລ້ານກວ່າ​ຄົນ​ຍັງ​ອອກ​ແຮງ​ງານ, ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄາດ​ວ່າ​ຮອດ​ປີ 2034, ຈຳ​ນວນ​ຜູ້​ມີ​ອາ​ຍຸ 60 ປີ​ຂຶ້ນ​ເມືອ​ ຈະບັນ​ລຸ​ເກື​ອບ 21 ລ້ານ​ຄົນ.
ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້: “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.
ເພີ່ມເຕີມ