ຂະແໜງ ICT ແມ່ນຕົວຂັບເຄື່ອນຫຼັກຂອງການສົ່ງອອກຂອງ ສ ເກົາຫຼີ ຊຶ່ງກວມເອົາ 61% ຂອງມູນຄ່າການສົ່ງອອກທັງໝົດຂອງປະເທດໃນເດືອນຕຸລາ.
ແຍກຕາມປະເພດຜະລິດຕະພັນ, ການສົ່ງອອກເຊມິຄອນດັກເຕີເພີ່ມຂຶ້ນ 259.4% ເປັນ 56.47 ຕື້ໂດລາ ຊຶ່ງຂັບເຄື່ອນໂດຍການລົງທຶນໃນພື້ນຖານໂຄງລ່າງ AI ທົ່ວໂລກທີ່ເພີ່ມຂຶ້ນ, ເຮັດໃຫ້ຄວາມຕ້ອງການ ແລະ ລາຄາຂອງຊິບໜ່ວຍຄວາມຈຳເພີ່ມສູງຂຶ້ນ.
ໃນຂະນະທີ່ການສົ່ງອອກຈໍສະແດງຜົນເພີ່ມຂຶ້ນ 23.6% ເປັນ 2.03 ຕື້ໂດລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບແຜງ OLED. ສ່ວນການສົ່ງອອກໂທລະສັບມືຖື ເພີ່ມຂຶ້ນ 6.5% ເປັນ 1.71 ຕື້ໂດລາ ຈາກການຂະຫຍາຍຕົວຂອງຍອດຂາຍໂທລະສັບມືຖືພຣີມຽມ.
ການສົ່ງອອກຄອມພິວເຕີ ແລະ ອຸປະກອນຕໍ່ພ່ວງເພີ່ມຂຶ້ນ 439.3% ເປັນ 5.99 ຕື້ໂດລາ ຊຶ່ງຂັບເຄື່ອນໂດຍຄວາມຕ້ອງການທີ່ເຂັ້ມແຂງສຳລັບ SSD (Solid-State Drives). ສ່ວນການສົ່ງອອກອຸປະກອນການສື່ສານເພີ່ມຂຶ້ນ 26.5% ເປັນ 230 ລ້ານໂດລາ.
ສຳລັບການນຳເຂົ້າ ICT ໃນເດືອນຕຸລາເພີ່ມຂຶ້ນ 52.7% ເມື່ອທຽບກັບປີກ່ອນ ເປັນ 19.8 ຕື້ໂດລາ ຊຶ່ງເຮັດໃຫ້ ອຸດສາຫະກຳ ICT ຂອງ ສ ເກົາຫຼີ ເກີນດຸນການຄ້າ ຢູ່ທີ່ 50.55 ຕື້ໂດລາ.
ຄໍາເຫັນ