ທ່ານ ໂຕເລິມ ກ່າວຄຳເຫັນໃນການພົບປະວ່າ: ການພົວພັນ ຫວຽດນາມ ຈີເລ ຈະກ້າວຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນພາລະກິດພັດທະນາຂອງສອງຊາດ. ບົນພື້ນຖານບັນດາຜົນສຳເລັດທີ່ຍິ່ງໃຫຍ່ ຊຶ່ງສອງຝ່າຍບັນລຸໄດ້, ພ້ອມກັບວິໄສທັດຍຸດທະສາດ ພ້ອມກັນມຸ່ງໄປເຖິງອະນາຄົດ, ການຮ່ວມມື ແລະ ວັດທະນາຖາວອນຢູ່ ອາຊີ - ປາຊີຟິກ, ທ່ານປະທານາທິບໍດີ ຈີເລ ແລະ ຂ້າພະເຈົ້າຮູ້ສຶກດີໃຈແຈ້ງໃຫ້ສອງຝ່າຍຮັບຊາບກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນກຳນົດບັນດາທິດທາງ, ເປົ້າໝາຍ, ຫຼັກການ ແລະ 6 ເສົາຄ້ຳຮ່ວມມືຍຸດທະສາດລວມມີ: ການເມືອງ, ການທູດ, ເສດຖະກິດ, ການຄ້າ, ກະສິກຳ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ທ່ານ ໂຈເຊ ອັນໂຕນິໂອ ຄາສ ໃຫ້ຮູ້ວ່າ: ຈີເລ ຍິນດີຕ້ອນຮັບບັນດານັກລົງທຶນ ຫວຽດນາມ; ສະເໜີບັນດາວິສາຫະກິດ ຫວຽດນາມ ແລະ ຈີເລ ພ້ອມກັນເປີດກວ້າງຮູບແບບການຮ່ວມມືໃນຂົງເຂດອຸດສາຫະກຳ ແລະ ເຕັກໂນໂລຊີ, ເປີດກວ້າງຕະຫຼາດ ເພື່ອພັດທະນາພື້ນຖານເສດຖະກິດສອງປະເທດ ໃຫ້ສົມກັບຄວາມຄາດຫວັງທີ່ໄດ້ວາງອອກ.
ຄໍາເຫັນ