![]() |
ເຄື່ອງຊ່ວຍເຫຼືອ 10 ລາຍການ ເຊັ່ນ: ເຂົ້າໜຽວ, ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ສະບູ, ຢາ ແລະ ໄມ້ຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆ ໄດ້ຖືກນໍາມອບ ໃຫ້ 63 ຄອບຄົວ, ລວມມູນຄ່າ 65.268.000 ກີບ; ພ້ອມທັງມອບອ່າງລ້າງມື 40 ໜ່ວຍ ໃຫ້ 15 ໂຮງຮຽນ ຢູ່ເມືອງຫຼວງນໍ້າທາ ມູນຄ່າ 10,000,000 ກີບ.
![]() |
ໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານກ່າວບາງຕອນວ່າ: ເພື່ອຢາກມາເບິ່ງມາແຍງ ແລະ ຮ່ວມແບ່ງເບົາຄວາມຫຍຸ້ງຍາກນຳກັນ. ຂໍໃຫ້ພໍ່ແມ່ປະຊາຊົນທຸກຄົນເຂັ້ມແຂງ, ຮັກສາສຸຂະພາບ ແລະ ຜ່ານຜ່າໄລຍະເວລານີ້ໄປນຳກັນ. ພັກ-ລັດ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ພ້ອມຄຽງຂ້າງ ແລະ ເປັນທີ່ເພິ່ງຂອງປະຊາຊົນສະເໝີ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນສາມາດຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
(ຂ່າວ: ອົງການກາແດງ)


ຄໍາເຫັນ