![]() |
ໃນພິທີໄດ້ຮັບຟັງລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະ 10 ເດືອນ ໂດຍສະເພາະສະພາບພົ້ນເດັ່ນ ແລະ ແຜນສູ້ຊົນ 2 ເດືອນທ້າຍ ປີ 2026 ວຽກທີ່ຕ້ອງສູ້ຊົນຕາມ 7 ຕົວຊີ້ວັດ ຂອງບໍລິສັດລັດວິສາຫະກິດໄຟຟ້າລາວ ຈາກຄະນະຫ້ອງການທຸລະກິດ-ແຜນການ.
ຫຼັງຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານລັດຖະດໍາລັດ ເລກທີ 324/ປປທ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດ ແລະ ປະຊາຊົນ.
![]() |
ໂອກາດນີ້ ທ່ານ ສົມໃຈ ພານີຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານທັງ 144 ທ່ານ ພ້ອມເນັ້ນໃຫ້ສາຂາໄຟຟ້າລາວຄໍາມ່ວນ ສືບຕໍ່ຍົກສູງຄຸນນະພາບການບໍລິການ, ຮັບປະກັນຄວາມໝັ້ນຄົງຂອງລະບົບໄຟຟ້າ, ຫຼຸດຜ່ອນການສູນເສຍພະລັງງານ, ຂະຫຍາຍຕາຂ່າຍໄຟຟ້າໃຫ້ກວມລວມເຖິງເຂດຫ່າງໄກສອກຫຼີກ ໂດຍສະເພາະ 3 ເມືອງທຸກຍາກ ຄື: ບົວລະພາ, ນາກາຍ ແລະ ໄຊບົວທອງ ພ້ອມພັດທະນາບຸກຄະລາກອນ ແລະ ນໍາໃຊ້ເຕັກໂນໂລຊີໃໝ່ເຂົ້າໃນວຽກງານ.
ທ່ານຍັງເນັ້ນໃຫ້ພະນັກງານຮັກສາຄວາມສາມັກຄີ, ມີຄວາມຮັບຜິດຊອບ, ປະຢັດ ແລະ ບໍລິຫານຈັດການອົງກອນຢ່າງມີປະສິດທິຜົນ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານ ຮອງຮັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນໃຫ້ກ້າວໜ້າຕໍ່ໄປ.
ຂ່າວ : ມະນີວັນ


ຄໍາເຫັນ