![]() |
ທ່ານ ລິດຄຳ ໂຮມອິນຕາ ໄດ້ກ່າວວ່າ: ການເຜີຍແຜ່ຄວາມຮູ້ດ້ານຕະຫຼາດທຶນ ແລະ ຫຼັກຊັບ ເປັນວຽກງານສຳຄັນ ເພາະຈະຊ່ວຍໃຫ້ພາກສ່ວນຕ່າງໆ ເຂົ້າໃຈຫຼັກການ, ລະບຽບການ, ກົນໄກການດຳ ເນີນງານ, ຄວາມສ່ຽງ ແລະ ຜົນປະໂຫຍດຂອງຕະຫຼາດຫຼັກຊັບ, ພ້ອມທັງສາມາດນຳຄວາມຮູ້ໄປປະຍຸກໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ, ສຳລັບແຂວງອັດຕະປື ເປັນແຂວງທີ່ມີທ່າແຮງດ້ານກະສິກຳ, ອຸດສາຫະກຳ, ພະລັງງານ, ການຄ້າ, ການບໍລິການ ແລະ ການລົງທຶນ. ດັ່ງນັ້ນ, ການມີຄວາມຮູ້ດ້ານຕະຫຼາດທຶນ ຈະເປັນອີກຊ່ອງທາງໜຶ່ງໃຫ້ພາກລັດ ແລະ ເອກະຊົນ ສາມາດສຶກສາຄົ້ນຄວ້າເພື່ອຊອກຫາແຫຼ່ງທຶນ, ຂະຫຍາຍທຸລະກິດ ແລະສ້າງມູນຄ່າເພີ່ມໃຫ້ແກ່ຂະແໜງການຜະລິດ ແນໃສ່ຊຸກຍູ້ເສດຖະກິດຂອງແຂວງໃຫ້ເຕີບໂຕຢ່າງຕໍ່ເນື່ອງ.
![]() |
ໃນພິທີໄດ້ຮັບຟັງການນຳສະເໜີ 4 ຫົວຂໍ້ຫຼັກ ຄື: ພາລະບົດບາດຂອງ ສຄຄຊ, ພາບລວມຕະຫຼາດທຶນລາວ, ຄວາມຮູ້ພື້ນຖານກ່ຽວກັບການລົງທຶນໃນຮຸ້ນ, ພ້ອມຈຳລອງການຊື້- ຂາຍ ແລະ ການຊື້-ຂາຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຮູ້,ປະກອບຄຳເຫັນ ແລະ ຖາມ-ຕອບກັບວິທະຍາກອນຢ່າງຟົດຟື້ນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ດີ.
ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈພື້ນຖານກ່ຽວກັບວຽກງານຫຼັກຊັບ, ພ້ອມທັງຊຸກຍູ້ໃຫ້ພາກລັດ ແລະ ຫົວໜ່ວຍທຸລະກິດເອກະຊົນພາຍໃນແຂວງ ເຂົ້າມາມີສ່ວນຮ່ວມໃນການພັດທະ ນາຕະຫຼາດທຶນລາວ.
ຂ່າວ: ທິດປະສົງ


ຄໍາເຫັນ