![]() |
ໂຮງຮຽນ ມ.ປາຍທ່າແຂກ, ຕັ້ງຢູ່ເທສະບານ ເມືອງທ່າແຂກ ມີອາຄານຮຽນ 3 ຫຼັງ, ລວມ 20 ຫ້ອງຮຽນ ຊຶ່ງໄດ້ນໍາໃຊ້ມາເປັນເວລາຫຼາຍປີ ເຮັດໃຫ້ປັດຈຸບັນມີສະພາບຊຸດໂຊມຫຼາຍຈຸດ ເຊັ່ນ: ຫຼັງຄາຮົ່ວ ລະບົບໄຟຟ້າ ແລະ ສ່ວນປະກອບອື່ນໆ ທີ່ຈໍາເປັນຕ້ອງສ້ອມແປງ.
ໂອກາດນີ້ ທ່ານເລຂາພັກແຂວງຄໍາມ່ວນໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສໍາຫຼວດ ແລະ ປະເມີນມູນຄ່າການສ້ອມແປງຢ່າງລະອຽດ ໂດຍສະເພາະອາຄານຮຽນຫຼັງທີ່ຕ້ອງການສ້ອມແປງກ່ອນ ເພື່ອສະເໜີລະດົມທຶນມາບູລະນະປັບປຸງໃຫ້ມີສະພາບດີຂຶ້ນ. ພ້ອມທັງເນັ້ນໃຫ້ປັບປຸງພູມສັນຖານ ແລະ ສິ່ງແວດລ້ອມໂຮງຮຽນໃຫ້ສະອາດ ສວຍງາມ.
![]() |
ພ້ອມນີ້, ຕາງໜ້າແຂວງຄໍາມ່ວນ ຍັງໄດ້ມອບເງິນຈໍານວນ 50 ລ້ານກີບ ໃຫ້ແກ່ໂຮງຮຽນ ເພື່ອເປັນທຶນປະກອບສ່ວນໃນການບູລະນະສ້ອມແປງ, ທັງນີ້ກໍເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຫ່ວງໃຍຂອງການນໍາແຂວງຕໍ່ວຽກງານສຶກສາ ໂດຍມຸ່ງໝັ້ນປັບປຸງສະພາບແວດລ້ອມການຮຽນຮູ້ໃຫ້ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍຕໍ່ການສິດສອນ ແລະ ການຮຽນຂອງຄູ-ນັກຮຽນ.
ຂ່າວ : ມະນີວັນ


ຄໍາເຫັນ