![]() |
ການຈັດງານດັ່ງກ່າວ ເພື່ອເປັນການຄັດເລືອກເອົານັກກິລາແລະນັກຮຽນທີ່ມີພອນສະຫວັນດ້ານສິລະປະເປັນຕົວແທນຂອງໂຮງຮຽນເຂົ້າຮ່ວມງານກິລານັກຮຽນທົ່ວເມືອງ, ພ້ອມທັງເປັນການສົ່ງເສີມເຮັດໃຫ້ນັກຮຽນຫ່າງໄກຈາກສິ່ງເສບຕິດ, ຮັກການຮຽນ, ຮັກການຫຼິ້ນກິລາ, ມີສຸຂະພາບທີ່ແຂງແຮງແລະມີຄວາມສາມັກຄີຮັກແພງກັບໝູ່ເພື່ອນນັກຮຽນ, ຄູ-ອາຈານ.
ທ່ານ ອະນຸສິດ ໄຊມູນຄໍາ ຮອງຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ລາຍງານ ໃຫ້ຮູ້ວ່າ: ວຽກງານສິລະປະ-ກິລາເປັນວຽກງານໜຶ່ງທີ່ສໍາຄັນໃນການຮຽນ-ການສອນ ເພື່ອສ້າງນັກຮຽນໃຫ້ມີການພັດທະນາຮອບດ້ານ, ທັງດ້ານສຸຂະພາບຈິດໃຈ ແລະ ຄວາມຮູ້ຄວາມສາມາດພ້ອມມີຄວາມສາມັກຄີຮັກແພງ. ໄລຍະຜ່ານມາ ໄດ້ເອົາໃຈໃສ່ຈັດການແຂ່ງຂັນກິລາໃນວັນສຳຄັນຕ່າງໆ ເພື່ອໃຫ້ນັກຮຽນ ໄດ້ມີການແລກປ່ຽນ, ມີການພັດທະນາດ້ານທັກສະໃນການຫຼິ້ນກິລາ ເປັນຕົ້ນ: ກິລາບານສົ່ງ, ບານເຕະ, ກະຕໍ້, ເປຕັງ, ແລ່ນ-ລານ, ທັງໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນລະດັບເມືອງ, ງານກິລານັກຮຽນມັດທະຍົມທົ່ວເມືອງສາມາດຍາດໄດ້ຫຼຽນຄຳ 8 ຫຼຽນ.
![]() |
ສຳລັບວຽກ ສິລະປະ-ວັດທະນະທຳ ໄດ້ຈັດການສະແດງສິລະປະ, ການຟ້ອນ, ການຮ້ອງເພງແລະດົນຕີໃນໂອກາດວັນສຳຄັນຕ່າງໆ ແລະ ໄດ້ສະແດງໃນງານຕ່າງໆຂອງໂຮງຮຽນ, ຂອງບ້ານ ກໍຄືຂອງເມືອງຈັດຂຶ້ນ ໂດຍສະເພາະງານບຸນໝາກພ້າວນາໄຊ ແລະອື່ນໆ ຕິດພັນກັບການສົ່ງເສີມອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດເຊັ່ນ: ການຟ້ອນລຳວົງ, ການນຸ່ງສິ້ນ, ການຮ້ອງເພງພື້ນເມືອງ ແລະ ກິດຈະກຳອື່ນໆທີ່ກ່ຽວຂ້ອງ ຢ່າງເປັນຂະບວນຟົດຟື້ນເຊິ່ງກິດຈະກຳດັ່ງກ່າວນີ້ ໄດ້ເປັນສິ່ງກະຕຸ້ນໜຶ່ງ ເຮັດໃຫ້ນັກຮຽນ ມີຄວາມສາມັກຄີຮັກແພງ, ມີຈິດໃຈທີ່ເບີກບານມ່ວນຊື່ນ ແລະ ເຕົ້າໂຮມນັກຮຽນໄດ້ດີ, ທັງເປັນການຕ້ານ ແລະ ສະກັດກັ້ນ ບັນຫານັກຮຽນພົວພັນກັບສິ່ງເສບຕິດ ໄດ້ເປັນຢ່າງດີ.
ພິທີເປັນຂະບວນການແຂ່ງຂັນກິລາ-ສີລະປະ ດັ່ງກ່າວຈັດຂຶ້ນໃນວັນທີ 13ພະຈິກຜ່ານມາ,ທີ່ເດີ່ນກິລາໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂາວ ໂພໄຊ ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ພິຊິດ ດ້ວງໂພໃຊ ຮອງຫົວໜ້າຫ້ອງການສຶກສາແລະກິລາເມືອງ, ທ່ານ ນາງ ວົງຈັນ ພັນທະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງສາລະວັນ, ຜູ້ຕາງໜ້າໃຫ້ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ທ່ານ ໜູໄຊ ວົງຄໍາຜູ້ອຳນວຍການໂຮງຮຽນ ມສ ນາໄຊ, ພ້ອມດ້ວຍຄູ-ອາຈານ, ຕາງໜ້າການຈັດຕັ້ງບ້ານ, ຫົວໜ້າໝວດໂຮງຮຽນອ້ອມຂ້າງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂອກາດດຽວກັນນັ້ນ, ຮອງປະທານຄະນະກຳມະການປົກຄອງເມືອງສາລະວັນ ໄດ້ມອບອຸປະກອນກິລາ ແລະ ສົມທົບດ້ານທຶນຮອນຈຳນວນໜຶ່ງ ເພື່ອຊຸກຍູ້, ສົ່ງເສີມວຽກງານຢູ່ໂຮງຮຽນດັ່ງກ່າວ, ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮ່ວມຊົມຮ່ວມເຊຍການແຂ່ງຂັນກິລາບານເຕະຍິງ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ


ຄໍາເຫັນ