![]() |
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຮ່າງບົດສະຫຼຸບຕີລາຄາ ຊຶ່ງໄດ້ຊີ້ໃຫ້ເຫັນເຖິງຜົນສຳເລັດ, ບົດຮຽນ ແລະ ສະພາບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 2021-2025, ໂດຍອີງໃສ່ມະຕິເລກທີ 64/ກມສພ ລົງວັນທີ 24 ກໍລະ ກົດ 2026 ແລະ ຄຳແນະນຳເລກທີ 557/ຄຈສພ ລົງວັນທີ 21 ສິງຫາ 2026 ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.
ສຳລັບການສ້າງແຜນກຳນົດພະນັກງານໃນໄລຍະຜ່ານມາ, ຄະນະພັກ-ຄະນະຈັດຕັ້ງແຂວງ ໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ກວດກາພະນັກງານຢ່າງໃກ້ຊິດ ຕາມມະຕິຕົກລົງເລກທີ 109/ຄປພຂ ລົງວັນທີ 23 ມີນາ 2022 ວ່າດ້ວຍການຮັບຮອງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 2021-2025 ຂອງຄະນະຈັດຕັ້ງແຂວງ. ໂດຍແຜນດັ່ງກ່າວປະກອບມີ ເປົ້າໝາຍຕຳແໜ່ງຫົວໜ້າຄະນະຈັດຕັ້ງແຂວງ 2 ທ່ານ, ຮອງຫົວໜ້າ 2 ທ່ານ, ຫົວໜ້າຂະແໜງ 10 ທ່ານ, ຍິງ 1 ທ່ານ ແລະ ຮອງຫົວໜ້າຂະແໜງ 11 ທ່ານ, ຍິງ 3 ທ່ານ.
ສ່ວນວຽກງານບຳລຸງ-ກໍ່ສ້າງພະນັກງານ, ໄດ້ເອົາໃຈໃສ່ສົ່ງພະນັກງານໃນແຜນກຳນົດເຂົ້າຮັບການບຳລຸງ-ກໍ່ສ້າງທັງດ້ານທິດສະດີການເມືອງ ແລະ ວິຊາສະເພາະ ລວມ 11 ທ່ານ, ຍິງ 4 ທ່ານ. ໃນນັ້ນ, ທິດສະດີການເມືອງຂັ້ນສູງ 4 ທ່ານ, ຍິງ 2 ທ່ານ, ຂັ້ນຕົ້ນ 2 ທ່ານ, ຍິງ 2 ທ່ານ ແລະ ວິຊາສະເພາະ 7 ທ່ານ, ຍິງ 2 ທ່ານ. ນອກນີ້, ຍັງໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມສາຍວິຊາສະເພາະອີກ 15 ທ່ານ, ຍິງ 2 ທ່ານ.
ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເນັ້ນໜັກໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງເອົາ ໃຈໃສ່ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃຫ້ຖືກຕ້ອງຕາມຫຼັກການ ແລະ ມາດຖານທີ່ວາງໄວ້ ໂດຍມີເປົ້າໝາຍກະກຽມກຳລັງພະນັກງານສືບທອດຕຳແໜ່ງ ແລະ ປ່ຽນແທນກັນຢ່າງຕໍ່ເນື່ອງ, ເປີດໂອກາດໃຫ້ພະນັກງານພາຍໃນມີໂອກາດກ້າວຂຶ້ນຮັບຜິດຊອບໜ້າທີ່ໃໝ່ ພ້ອມທັງຄັດເລືອກບຸກຄະລາກອນທີ່ມີຄຸນສົມບັດ, ມີຄວາມສາມາດ ແລະ ມີມາດຖານຄົບຖ້ວນ ເຂົ້າໃນແຜນກຳນົດພະນັກງານ ເພື່ອສ້າງແຫຼ່ງພະນັກງານສືບທອດທີ່ມີຄຸນນະພາບ.
ພ້ອມນີ້ ຍັງໄດ້ເນັ້ນໃຫ້ຍຶດໝັ້ນຫຼັກການນຳພາ-ຄຸ້ມຄອງ, ໃຫ້ຄວາມສຳຄັນວຽກງານການເມືອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຖືເອົາສຽງສ່ວນຫຼາຍເປັນຫຼັກ ແລະ ເຄົາລົບມະຕິຂອງສ່ວນລວມ ເພື່ອໃຫ້ຂະບວນການສ້າງແຜນກຳນົດພະນັກງານມີຄວາມໂປ່ງໃສ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການ.
ໃນກອງປະຊຸມ ຍັງໄດ້ດຳເນີນການປ່ອນບັດທາບທາມ ເພື່ອຄັດເລືອກບຸກຄະລາກອນເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຮອບທີ I, ຮອບທີ II ແລະ ຮອບທີ III ຕາມຂັ້ນຕອນທີ່ກຳນົດ ເພື່ອເປັນພື້ນຖານໃນການສ້າງແຜນກຳນົດພະນັກງານໄລຍະໃໝ່ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງຕໍ່ການນຳພາ-ຄຸ້ມຄອງໃນຕໍ່ໜ້າ.
ຂ່າວ: ມະນີວອນ

ຄໍາເຫັນ