![]() |
ໃນພິທີຕ້ອນຮັບ, ທ່ານ ສີສະຫວາດ ອ່ອນປະດິດ ກໍາມະການພັກເມືອງ ປະທານຄະນະກໍາມະການປົກຄອງຕາແສງນາແພງ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງຕາແສງນາແພງ ຊຶ່ງໄດ້ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງວຽງຈັນ ສະບັບເລກທີ 56/ຄປຂ.ວຈ, ລົງວັນທີ 6 ມັງກອນ 2026. ພາຍໃນຕາແສງນາແພງ ປະກອບມີພະນັກງານທັງໝົດ 8 ທ່ານ, ຍິງ 1 ທ່ານ. ໃນນັ້ນ, ມີ ປະທານ 1 ທ່ານ, ຮອງປະທານ 2 ທ່ານ ແລະ ຄະນະກໍາມະການ 5 ທ່ານ. ມີ 13 ບ້ານ, ມີ 241 ຫົວໜ່ວຍສາມັກຄີ, ມີ 4,010 ຫຼັງຄາ, ມີ 4,282 ຄອບຄົວ, ມີພົນລະເມືອງທັງໝົດ 22.131 ຄົນ, ຍິງ 10.437 ຄົນ, ມີເນື້ອທີ່ 45,703 ເຮັກຕາ, ການດໍາລົງຊີວິດຂອງພົນລະເມືອງ ມີອາຊີບເຮັດກະສິກໍາ, ປູກພືດ-ລ້ຽງສັດ ແລະ ເຮັດການບໍລິການຄ້າຂາຍ. ພ້ອມທັງລາຍງານຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອຂໍທິດຊີ້ນໍາຈາກຂັ້ນເທິງ.
![]() |
ພາຍຫຼັງຮັບຟັງການລາຍງານສະພາບການດັ່ງກ່າວ, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງອົງການປົກຄອງເມືອງທຸລະຄົມ ແລະ ຄະນະກໍາມະການປົກຄອງຕາແສງນາແພງ ທີ່ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຢູ່ຕາແສງ ຕາມກົດ ໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ໄດ້ຢ່າງເປັນຮູບປະທໍາ, ມີຜົນສໍາເລັດເປັນຢ່າງດີ ແລະ ໄດ້ເນັ້ນໜັກໃຫ້ຄະນະກໍາມະການປົກຄອງຕາແສງນາແພງ ເອົາໃຈໃສ່ການຈັດຕັ້ງປະຕິບັດສຶກສາອົບຮົມການເມືອງ-ແນວຄິດ ແລະ ເຜີຍແຜ່ນິຕິກໍາກ່ຽວກັບຕາແສງ, ໃນການຄຸ້ມຄອງລັດຮອບດ້ານຢູ່ຮາກຖານ ເພື່ອນໍາພາປະຊົນພັດທະນາ, ຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຮາກຖານໃຫ້ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ. ພ້ອມນີ້, ຄະນະຈັດຕັ້ງສູນກາງພັກ ໄດ້ນໍາເອົາອຸປະກອນໄອທີ ປະກອບມີ: ຄອມພິວເຕີ 1 ເຄື່ອງ, ແທັບເລັດ 1 ເຄື່ອງ ແລະ ປຣິ້ນເຕີ່ 1 ເຄື່ອງ ມອບໃຫ້ຕາແສງນາແພງ ເພື່ອເປັນການປະກອບສ່ວນຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ໃຫ້ໄດ້ຮັບຜົນດີ, ມີຜົນສໍາເລັດ ແລະ ອໍານວຍຄວາມສະດວກໃນການບໍລິການປະຊາຊົນ.
ໂດຍ: ນັກຂ່າວເມືອງທຸລະຄົມ


ຄໍາເຫັນ