ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂຶ້ນໃນວັນທີ 13 ພະຈິກນີ້, ທີ່ ສປສສ ໂດຍການເປັນປະທານ ຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີບັນດາຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ,
ສານປະຊາຊນສງສດ ສະຫບວຽກງານຈດຕງ ແລະ ການປກຄອງ 5 ປ - image 1
 

ໃນພິທີ, ສະຫາຍ ສາກົນ ໄຊຍະລາດ ກຳມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ໄດ້ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ໂດຍຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນ ການ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ. ໃນ 5 ປີຜ່ານມາ, ຄະນະພັກ, ຄະນະນຳສານປະຊາຊົນສູງສຸດ ໄດ້ມີການນໍາພາ-ຊີ້ນໍາຢ່າງໃກ້ສິດ ຊຸກຍູ້ການນໍາຂອງສານແຕ່ລະຂັ້ນ ເຮັດໃຫ້ສາມາດແກ້ໄຂບັນຫາຄົງຄ້າງ ແລະ ສ້າງໄດ້ຜົນສໍາເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ ໂດຍສະເພາະ 70 ປີ ແຫ່ງການນໍາພາສ້າງລະບອບປະຊາທິປະໄຕປະຊາຊົນ ກໍຄືໄລຍະປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການນຳພາຂອງພັກ ແລະ 40 ປີ ແຫ່ງການປ່ຽນແປງໃໝ່ ເວົ້າລວມ, ເວົ້າສະເພາະ ສານປະຊາຊົນສູງສຸດໃນນາມເປັນອົງການຕຸລາການ ກໍໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນເປັນກ້າວໆມາ, ການຕັດສິນຄະ ດີມີຄວາມວ່ອງໄວ, ໂປ່ງໃສ, ຖຶກຕ້ອງ ແລະ ຍຸຕິທໍາ, ໄດ້ເອົາໃຈໃສ່ວຽກງານກໍ່ສ້າງ-ບໍາລຸງພະນັກງານ-ລັດຖະ ກອນຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໄລຍະ 5 ປີຜ່ານມາ. ໄດ້ຮັບການຍົກລະດັບທິດສະດີຢູ່ພາຍໃນ ແລະ ຕ່າງ ປະເທດມີທັງໝົດ 391 ສະຫາຍ ຍິງ 45 ສະຫາຍ; ໃນນີ້ ປະລິນຍາໂທ (ພາຍໃນ) 10 ສະຫາຍ; ປະລິນຍາຕີ 1 ສະຫາຍ; ຂັ້ນສູງ 22 ສະຫາຍ; ຂັ້ນກາງ 28 ສະຫາຍ; ຂັ້ນຕົ້ນ 77 ສະຫາຍ; ບໍາລຸງ 45 ວັນ 248 ສະ ຫາຍ ແລະ ໄປຍົກລະດັບທິດສະດີຕ່າງປະເທດຊັ້ນສູງ 4 ສະຫາຍ; ຊັ້ນກາງ 1 ສະຫາຍ; ຍົກລະດັບວິຊາສະ ເພາະຢູ່ພາຍໃນ ແລະ ຕ່າງປະເທດ ມີທັງໝົດຈຳນວນ 67 ສະຫາຍ ຍິງ 14 ສະຫາຍ; ໃນນີ້ ປະລິນຍາໂທ (ພາຍໃນ) 29 ສະຫາຍ ຍິງ 8 ສະຫາຍ; ປະລິນຍາຕີ 30 ສະຫາຍ ຍິງ 14 ສະຫາຍ, ປະລິນຍາໂທ 7 ສະ ຫາຍ ຍິງ 2 ສະຫາຍ, ປະລິນຍາເອກ (ຢູ່ຕ່າງປະເທດ) 1 ສະຫາຍ. ຈັດຕັ້ງການສອບເສັງຜູ້ພິພາກຊັ້ນສີ່ 2 ຊຸດ ມີຜູ້ເຂົ້າຮ່ວມ 133 ສະຫາຍ ຍິງ 29 ສະຫາຍ; ສອບເສັງຜູ້ພິພາກສາຊັ້ນໜຶ່ງ 2 ຊຸດ ມີຜູ້ເຂົ້າຮ່ວມ 540 ສະ ຫາຍ ຍິງ 170 ສະຫາຍ; ເປີດຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ 5 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ 233 ທ່ານ ຍິງ 62 ສະຫາຍ, ເປີດຊຸດຝຶກອົບຮົມຜູ້ພິພາກສາຕັດສິນຜູ້ພິພາກສາຜູ້ດຽວຈຳນວນ 5 ຊຸດ ມີຜູ້ເຂົ້າຮ່ວມ 88 ສະຫາຍ ຍິງ 50 ສະຫາຍ; ຝຶກອົບຮົມຂຽນຄໍາຕັດສິນ 1 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ 57 ສະຫາຍ ຍິງ 9 ສະຫາຍ; ຝຶກອົບຮົມວຽກງານຈ່າສານ 3 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ 89 ສະຫາຍ ຍິງ 39 ສະຫາຍ; ສອບເສັງຄັດເລືອກເອົາລັດຖະກອນໃໝ່ 35 ໂກຕ້າ ຕາມຈຳນວນໂຕເລກທີ່ລັດຖະບານມອບໃຫ້.

ເອົາໃຈໃສ່ຄົ້ນຄວ້າພິຈາລະນາ ການແຕ່ງຕັັ້ງ, ສັບຊ້ອນ, ຈັດວາງພະນັກງານປະຕິບັດຕາມທິດມີຂຶ້ນ ມີລົງ ມີເຂົ້າ-ມີອອກ ແລະ ການສັບປ່ຽນບ່ອນປະຈໍາການຂອງພະນັກງານ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ອີງໃສ່ຕໍາແໜ່ງງານຕົວຈິງໃນກົງຈັກການຈັດຕັັ້ງ ແລະ ແຜນກໍານົດພະນັກງານ, ການສັບຊ້ອນ, ຈັດວາງພະນັກງານ ແມ່ນຕິດພັນກັບການກະກຽມບຸກຄະລາກອນ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຕ່ລະຂັັ້ນ ແລະ ການປັບປຸງກົງຈັກການຈັດຕັັ້ງຢູ່ບັນດາກົມ, ບັນດາຄະນະສານ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ແລະ ສານປະຊາຊົນທ້ອງຖິ່ນ ໂດຍແຕ່ງຕັ້ງຫົວໜ້າກົມ, ຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ 13 ສະຫາຍ, ຮອງຫົວໜ້າກົມ 13 ສະຫາຍ ຍິງ 5 ສະຫາຍ; ຮອງຫົວໜ້າຄະນະສານ 12 ສະຫາຍ ຍິງ 3 ສະຫາຍ; ແຕ່ງຕັ້ງຫົວໜ້າພະແນກ 26 ສະຫາຍ ຍິງ 12 ສະຫາຍ; ຮອງຫົວໜ້າພະແນກ 50 ສະຫາຍ ຍິງ 17 ສະຫາຍ; ແຕ່ງຕັ້ງປະທານສານປະຊາຊົນທ້ອງຖິ່ນ 43 ສະຫາຍ ຍິງ 6 ສະຫາຍ; ຮອງປະ ທານສານປະຊາຊົນທ້ອງຖິ່ນ 72 ສະຫາຍ ຍິງ 7 ສະຫາຍ; ຫົວໜ້າຄະນະສານ 109 ສະຫາຍ; ຜູ້ພິພາກສາຊັ້ນໜຶ່ງ 209 ສະຫາຍ ຍິງ 77 ສະຫາຍ; ຕໍາແໜ່ງບໍລິຫານອື່ນ 85 ສະຫາຍ ຍິງ 42 ສະຫາຍ; ຜູ້ຊ່ວຍຜູ້ພິພາກ ສາ 230 ສະຫາຍ ຍິງ 62 ສະຫາຍ ແລະ ຈ່າສານ 74 ສະຫາຍ; ເລື່ອນຊັ້ນຜູ້ພິພາກສາ ຊັ້ນໜຶ່ງຂຶ້ນເປັນຊັ້ນສອງຈໍານວນ 130 ສະຫາຍ; ຊັ້ນສອງ ຂຶ້ນເປັນ ຊັ້ນສາມ 51 ສະຫາຍ ແລະ ຜູ້ພິພາກສາ ຊັ້ນສີ່ 63 ສະຫາຍ; ສັບປ່ຽນບ່ອນປະຈໍາການຂອງພະນັກງານ 293 ສະຫາຍ ຍິງ 82 ສະຫາຍ; ຍົກຍ້າຍພະນັກງານໄປພາກສ່ວນອື່ນ 20 ສະຫາຍ ຍິງ 7 ສະຫາຍ; ຮັບເອົາພະນັກງານມາຈາກພາກສ່ວນອື່ນ 37 ສະຫາຍ ຍິງ 10 ສະຫາຍ; ໄດ້ຫັນເອົາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນເຂດ ໃນນະຄອນຫຼວງວຽງຈັນ ລົງກໍ່ສ້າງຮາກຖານ ຢູ່ສານປະຊາຊົນໃນຂອບເຂດທົ່ວປະເທດໄດ້ຈຳນວນ 34 ສະຫາຍ ຍິງ 4 ສະຫາຍ; ໄດ້ອອກບັດພະນັກງານ-ລັດຖະກອນຈໍານວນ 401 ບັດ (ກວມເອົາ 22% ຂອງພະນັກງານສານປະຊາຊົນທົົ່ວປະເທດ), ຂັັ້ນສູນກາງ 230 ບັດ, ຂັ້ນທ້ອງຖິ່ນ 171 ບັດ, ພະນັກ ງານ-ລັດຖະກອນ ມີທັງໝົດ 1,759 ສະຫາຍ (ຍິງ 668 ສະຫາຍ); ໃນນີ້, ຂັັ້ນສູນກາງພັກຄຸ້ມຄອງ 39 ສະ ຫາຍ ແລະ ຂັັ້ນຄະນະປະຈໍາພັກສານປະຊາຊົນສູງສຸດຄຸ້ມຄອງ 1,720 ສະຫາຍ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານ ຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີຜ່ານມາ (2021-2026) ແລະ ທິດທາງແຜນການ (2026-2030) ຂອງສານປະຊາຊົນ, ສະ ເໜີໂດຍສະຫາຍ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ຫົວໜ້າກົມກວດກາ. ໃນນັ້ນ, ກອງປະຊຸມຍັງໄດ້ສະເໜີຫົວຂໍ້: ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ, ຫົວຂໍ້: ແຜນກໍ່ສ້າງພະນັກງານ-ລັດຖະກອນ” ແລະ ຫົວຂໍ້: ການພັດທະນາບຸກຄະລາກອນຂອງສານຫັນເປັນໜຸ່ມ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ແຕ່ລະຫົວຂໍ້ມີຄວາມເໝາະສົມ ສົມບູນ ແນໃສ່ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

(ຂ່າວ-ພາບ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ໃນວັນທີ 12 ພະຈິກຜ່ານມາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການຕາແສງນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ, ເປັນກຽດຕ້ອນຮັບໂດຍທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ມີບັນດາການນຳແຂວງ, ການນຳເມືອງທຸລະຄົມ, ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ຫົວໜ້າຫ້ອງການ ແລະ ເລຂາພັກບ້ານ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ພາຍຫຼັງສຳເລັດການເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ກຽດໄປເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໃນວັນທີ 12 ພະຈິກ ຜ່ານມາ.
ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນ ການ 5 ປີ (2026-2030) ຂອງກະຊວງຍຸຕິທໍາ ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ກວດກາທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ກະຊວງຍຸຕິທໍາ ໂດຍການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ກະຊວງປ້ອງກັນປະເທດ (ປກຊ) ຮ່ວມກັບບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ ໄດ້ຈັດພິທີວາງສີລາລຶກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ ໃນເຂດພື້ນທີ່ຂອງກອງພັນໃຫຍ່ 703 ກໍຄືພື້ນທີ່ຂອບເຂດຕິດກັບສະໜາມບິນສາກົນວັດໄຕ ໃນວັນທີ 12 ພະຈິກຜ່ານມາ, ທີ່ເຂດພື້ນທີ່ດັ່ງກ່າວ ໂດຍມີ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງ ປກຊ, ມີ ທ່ານ ຫຼາວ ຊັນຜິງ (Rao Sanping) ປະທານບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ ປກຊ, ຫ້ອງການ, ພະແນກການ, ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2026 ແລະ ວາງທິດທາງແຜນການປະຈຳປີ 2027 ຂຶ້ນຢ່າງເປັນທາງການໃນວັນທີ 13 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງທ່ານພົນ ເອກຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ເຂົ້າຮ່ວມມີທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ/ທຽບເທົ່າ, ບັນດາທ່ານປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າພະແນກບັນດາອົງການປົກຄອງທ້ອງຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ