ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ
ພາຍຫຼັງສຳເລັດການເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ກຽດໄປເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໃນວັນທີ 12 ພະຈິກ ຜ່ານມາ.
ທານ ອານພາບ ຕນາລມ ໃຫທດຊນຳໂຮງຮຽນການເມອງ ແລະ ການປກຄອງແຂວງຫວງນຳທາ - image 1
 

 

ໃນໂອກາດອັນສະຫງ່າລາສີດັ່ງກ່າວ, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກທ່ານ ຄໍາສີ ດັງສະໄຫວ ປະທານກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນຳ, ພະນັກງານ ແລະ ຄູ-ອາຈານ. ໃນໂອກາດເຮັດວຽກຮ່ວມກັນ, ທ່ານຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານໂດຍສັງເຂບ, ຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນ, ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການປະຕິບັດໜ້າທີ່ການເມືອງຂອງໂຮງຮຽນໃນໄລຍະຜ່ານມາ.

ຈາກນັ້ນ, ທ່ານ ອານຸພາບ ຕຸນາລົມ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະນໍາ, ພະນັກ ງານ ແລະ ຄູ-ອາຈານຂອງໂຮງຮຽນ. ກ່ອນອື່ນໝົດ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈຕໍ່ກັບຜົນງານອັນພົ້ນເດັ່ນທີ່ທາງໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາຍາດມາໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນຄວາມຕັ້ງໜ້າໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທິດສະດີການເມືອງ ແລະ ການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດກໍ່ສ້າງ-ບຳລຸງພະນັກ ງານນຳພາ-ຄຸ້ມຄອງຢູ່ທ້ອງຖິ່ນ. ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ຖັນແຖວຄູ-ອາຈານສືບຕໍ່ຍົກ ສູງຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຮັບປະກັນຄຸນນະພາບຂອງ“ເບົ້າຫຼໍ່” ໃຫ້ສົມກັບເປັນເສນາທິການອັນແຫຼມຄົມຂອງຄະນະພັກແຂວງ.

ທານ ອານພາບ ຕນາລມ ໃຫທດຊນຳໂຮງຮຽນການເມອງ ແລະ ການປກຄອງແຂວງຫວງນຳທາ - image 2
 

ໃນຕອນແລງຂອງວັນດຽວກັນ, ທ່ານ ອານຸພາບ ຕຸນາລົມ ແລະ ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ໃຫ້ກຽດຮ່ວມກັນປູກຕົ້ນໄມ້ຈຳນວນ 2 ຕົ້ນໄວ້ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ເພື່ອເປັນສັນຍາລັກແຫ່ງຄວາມຊົງຈຳ, ເປັນມູນເຊື້ອອັນດີງາມ ແລະ ເປັນທີ່ລະນຶກອັນລ້ຳຄ່າເນື່ອງໃນໂອກາດການເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຄັ້ງປະຫວັດສາດນີ້.

(ຂ່າວ: ສມປຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ໃນວັນທີ 12 ພະຈິກຜ່ານມາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການຕາແສງນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ, ເປັນກຽດຕ້ອນຮັບໂດຍທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ມີບັນດາການນຳແຂວງ, ການນຳເມືອງທຸລະຄົມ, ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ຫົວໜ້າຫ້ອງການ ແລະ ເລຂາພັກບ້ານ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂຶ້ນໃນວັນທີ 13 ພະຈິກນີ້, ທີ່ ສປສສ ໂດຍການເປັນປະທານ ຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີບັນດາຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ,
ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນ ການ 5 ປີ (2026-2030) ຂອງກະຊວງຍຸຕິທໍາ ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ກວດກາທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ກະຊວງຍຸຕິທໍາ ໂດຍການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ກະຊວງປ້ອງກັນປະເທດ (ປກຊ) ຮ່ວມກັບບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ ໄດ້ຈັດພິທີວາງສີລາລຶກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ ໃນເຂດພື້ນທີ່ຂອງກອງພັນໃຫຍ່ 703 ກໍຄືພື້ນທີ່ຂອບເຂດຕິດກັບສະໜາມບິນສາກົນວັດໄຕ ໃນວັນທີ 12 ພະຈິກຜ່ານມາ, ທີ່ເຂດພື້ນທີ່ດັ່ງກ່າວ ໂດຍມີ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງ ປກຊ, ມີ ທ່ານ ຫຼາວ ຊັນຜິງ (Rao Sanping) ປະທານບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ ປກຊ, ຫ້ອງການ, ພະແນກການ, ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2026 ແລະ ວາງທິດທາງແຜນການປະຈຳປີ 2027 ຂຶ້ນຢ່າງເປັນທາງການໃນວັນທີ 13 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງທ່ານພົນ ເອກຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ເຂົ້າຮ່ວມມີທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ/ທຽບເທົ່າ, ບັນດາທ່ານປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າພະແນກບັນດາອົງການປົກຄອງທ້ອງຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ