ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ

ວາງສີລາລືກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ
ກະຊວງປ້ອງກັນປະເທດ (ປກຊ) ຮ່ວມກັບບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ ໄດ້ຈັດພິທີວາງສີລາລຶກ ໂຄງການຮ່ວມພັດທະນາສູນການຄ້າ ແລະ ບໍລິການ ໃນເຂດພື້ນທີ່ຂອງກອງພັນໃຫຍ່ 703 ກໍຄືພື້ນທີ່ຂອບເຂດຕິດກັບສະໜາມບິນສາກົນວັດໄຕ ໃນວັນທີ 12 ພະຈິກຜ່ານມາ, ທີ່ເຂດພື້ນທີ່ດັ່ງກ່າວ ໂດຍມີ ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງ ປກຊ, ມີ ທ່ານ ຫຼາວ ຊັນຜິງ (Rao Sanping) ປະທານບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ ປກຊ, ຫ້ອງການ, ພະແນກການ, ແຂກຖືກເຊີນ ເຂົ້າຮ່ວມ.
ວາງສລາລກ ໂຄງການຮວມພດທະນາສນການຄາ ແລະ ບລການ - image 1
 

ສະຫາຍ ພົນຕີ ກົງທອງ ສຸຂະວົງ ກ່າວວ່າ: ໂຄງການນີ້ ແມ່ນໝາກຜົນຂອງການຮ່ວມມື ແລະ ການປະສານງານຢ່າງແໜ້ນແຟ້ນ ລະຫວ່າງກະຊວງ ປກຊ ແລະ ບໍລິສັດ ອິນຟີນິຕີ້ ໂຮມດິ້ງ ຈຳກັດ ຊຶ່ງເປັນບາດກ້າວທີ່ສໍາຄັນໃນການຍົກລະດັບພື້ນຖານໂຄງລ່າງ, ການບໍລິການ ແລະ ການທ່ອງທ່ຽວ ຢູ່ເຂດສະໜາມບິນສາກົນວັດໄຕ ໃນການຕ້ອນຮັບແຂກ, ນັກທຸລະກິດ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດ, ການລິເລີ່ມໂຄງການກໍ່ສ້າງໂຮງແຮມ, ອາພາດເມັ້ນ, ສູນການຄ້າ ແລະ ຮ້ານຄ້າປອດພາສີທີ່ທັນສະ ໄໝໃນຄັ້ງນີ້, ຈະຊ່ວຍຍົກລະດັບການບໍລິການຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ ແລະ ນັກທ່ອງທ່ຽວຢ່າງຄົບວົງຈອນ, ຊຸກຍູ້ເສດຖະກິດ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃນຂະແໜງການທ່ອງທ່ຽວ ແລະ ການຄ້າເພື່ອເປັນການກະຕຸ້ນການຂະຫຍາຍຕົວທາງເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະ ເພາະການສ້າງລາຍຮັບໃຫ້ກະຊວງ ປກຊ, ພັດທະນາພື້ນຖານໂຄງລ່າງ ເຮັດໃຫ້ຂອບເຂດສະໜາມບິນ ມີຄວາມສະອາດ, ສວຍງາມ, ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ແລະ ໄດ້ມາດຕະຖານທຽບເທົ່າສາ ກົນ. ພ້ອມທັງ, ເນັ້ນໜັກໃຫ້ຄະນະຮັບຜິດຊອບໂຄງການ ແລະ ທຸກໆຝ່າຍປະຕິບັດການກໍ່ສ້າງໃຫ້ເຂັ້ມງວດຕາມມາດຕະຖານເຕັກນິກ, ເຕັກໂນໂລຊີ ແລະ ລະບຽບກົດໝາຍທີ່ກຳນົດໄວ້, ພ້ອມທັງຮັບປະກັນຄວາມປອດໄພ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ການບໍລິການຂອງສະໜາມບິນ, ທັງສອງຝ່າຍ (ກະຊວງປ້ອງກັນປະ ເທດ ແລະ ບໍລິສັດ) ຕ້ອງປະສານງານກັນຢ່າງໃກ້ຊິດ, ແກ້ໄຂບັນຫາອຸປະສັກທີ່ອາດຈະເກີດຂຶ້ນຢ່າງທັນການ ແລະ ໂປ່ງໃສ, ຄຸ້ມຄອງເວລາສຸມໃສ່ການດໍາເນີນງານໃຫ້ສໍາເລັດຕາມກຳນົດເວລາ ເພື່ອໃຫ້ສາມາດ ເປີດບໍລິການ ຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ໂດຍໄວ.

ວາງສລາລກ ໂຄງການຮວມພດທະນາສນການຄາ ແລະ ບລການ - image 2
 

ໂຄງການນີ້, ປະກອບມີອາຄານ 9 ຫຼັງ ແລະ ສູນການຄ້າຫຼັກ ທີ່ມີຟັງຊັນການນໍາໃຊ້ທີ່ຫຼາກຫຼາຍ, ຜະລິດຕະພັນບັນດາກິດຈະການພາຍໃນໂຄງການປະກອບມີ: ວິນລາຊັ້ນສູງ (Sky Villas), ທີ່ຢູ່ອາໄສແບບຫ້ອງຊຸດຂະໜາດໃຫຍ່, ໂຮງແຮມລະດັບມາດຕະຖານສາກົນ ແລະ ໃຫ້ບໍລິການອາພາດເມັ້ນ ຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍ ທັງການຕ້ອນຮັບລະດັບສູງ, ການພັກອາໄສປະຈໍາວັນ, ການພັກເຊົາເພື່ອທຸລະກິດ ແລະ ອື່ນໆ. ພື້ນທີ່ແຫ່ງນີ້, ສາມາດຮອງຮັບທັງຜູ້ມາຢ້ຽມຢາມຈາກພາຍນອກ ແລະ ຜູ້ທີ່ພັກອາໄສຢູ່ພາຍໃນໂຄງການ ແລະ ໃຫ້ບໍລິການຜູ້ເດີນທາງມາເຮັດທຸລະກິດຜ່ານສະໜາມບິນ ແລະ ຊາວນະຄອນຫຼວງວຽງຈັນ.

ວາງສລາລກ ໂຄງການຮວມພດທະນາສນການຄາ ແລະ ບລການ - image 3
 

(ຂ່າວ: ສຸກສາຄອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ທ່ານ ນາງ ສີໃສ ລືເດດມູນສອນ ຢ້ຽມຢາມ ຫ້ອງການຕາແສງນາແພງ

ໃນວັນທີ 12 ພະຈິກຜ່ານມາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການຕາແສງນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ, ເປັນກຽດຕ້ອນຮັບໂດຍທ່ານ ພູທະນູເພັດ ໄຊສົມບັດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ, ມີບັນດາການນຳແຂວງ, ການນຳເມືອງທຸລະຄົມ, ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ຫົວໜ້າຫ້ອງການ ແລະ ເລຂາພັກບ້ານ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂຶ້ນໃນວັນທີ 13 ພະຈິກນີ້, ທີ່ ສປສສ ໂດຍການເປັນປະທານ ຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີບັນດາຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ,
ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ທ່ານ ອານຸພາບ ຕຸນາລົມ ໃຫ້ທິດຊີ້ນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ

ພາຍຫຼັງສຳເລັດການເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ, ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ໃຫ້ກຽດໄປເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໃນວັນທີ 12 ພະຈິກ ຜ່ານມາ.
ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກະຊວງຍຸຕິທຳ ສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ກວດກາ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນ ການ 5 ປີ (2026-2030) ຂອງກະຊວງຍຸຕິທໍາ ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ກວດກາທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ກະຊວງຍຸຕິທໍາ ໂດຍການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2026 ແລະ ວາງທິດທາງແຜນການປະຈຳປີ 2027 ຂຶ້ນຢ່າງເປັນທາງການໃນວັນທີ 13 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງທ່ານພົນ ເອກຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ເຂົ້າຮ່ວມມີທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ/ທຽບເທົ່າ, ບັນດາທ່ານປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າພະແນກບັນດາອົງການປົກຄອງທ້ອງຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກະຊວງ ອຄ ໄລຍະ 5 ປີ ສຸມໃສ່ສັບຊ້ອນກົງຈັກໃໝ່ ຫຼັງໂຮມເອົາກະຊວງ ພະລັງງານ-ບໍ່ແຮ່ ເພື່ອເປັນເສົາຄ້ຳເສດຖະກິດແຫ່ງຊາດ

ກະຊວງ ອຄ ໄລຍະ 5 ປີ ສຸມໃສ່ສັບຊ້ອນກົງຈັກໃໝ່ ຫຼັງໂຮມເອົາກະຊວງ ພະລັງງານ-ບໍ່ແຮ່ ເພື່ອເປັນເສົາຄ້ຳເສດຖະກິດແຫ່ງຊາດ

​ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເປີດກອງປະຊຸມວຽກງານຈັດຕັ້ງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຢ່າງເປັນທາງການ ໃນວັນທີ 13 ພະຈິກນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ເຂົ້າຮ່ວມມີບັນດາຄະນະພັກ, ພະນັກງານຫຼັກແຫຼ່ງທັງສູນກາງ ແລະ ທ້ອງຖິ່ນ 17 ແຂວງ/ນະຄອນຫຼວງວຽງຈັນ.
ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະບໍລິຈາກເລືອດ ຊ່ວຍເຫຼືອສັງຄົມຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການ ອົງກອນ, ສັງຄົມ ແລະ ຄວາມຍືນຍົງ ເລຂາພັກຮາກຖານ ບໍລິສັດເບຍ ລາວ ຈຳກັດ, ທ່ານ ຄຳຈັນ ຈັນມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ວັນດາລີ ສຸວັນນະສຸກ ອຳນວຍການຝ່າຍກົດໝາຍ ແລະ ພົວພັນລັດຖະບານ ບໍລິສັດເບຍລາວ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ,ກຳມະກອນ ພາຍໃນບໍລິສັດ ເຂົ້າຮ່ວມ.
ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ,ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ໃນວັນທີ 12 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັັັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການຈາກຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ