ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອບຂອງສະຫະປະຊາຊາດ (UN) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP31) ທີ່ໄດ້ຈັດຂຶ້ນຢູ່ນະຄອນອັນຕາລຢາ ປະເທດຕວັກກີ, ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຮ່ວມມື, ຍູ້ແຮງການກະທຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ.
ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດຕ້ອງສຸມໃສ່ 4 ເສົາຄໍ້າຄື: ຊຸກຍູ້ການຫັນໄປສູ່ພະລັງງານສະອາດ; ການປົກປ້ອງປະຊາຄົມທີ່ມີຄວາມສ່ຽງສູງຈາກໄພພິບັດທຳມະຊາດ; ຮັບປະກັນແຫຼ່ງການເງິນດ້ານດິນຟ້າອາກາດທີ່ສາມາດເຂົ້າເຖິງໄດ້ງ່າຍໃຫ້ແຕ່ປະເທດພວມພັດທະນາ ແລະ ເພີ່ມທະວີການຮ່ວມມືສາກົນ, ຜ່ານຜ່າຄວາມບໍ່ລົງລອຍກັນດ້ານການຄ້າ, ພູມສາດການເມືອງ.
COP31 ຈັດຂຶ້ນໃນລະຫວ່າງວັນທີ 9 ພະຈິກ ຫາ ວັນທີ 20 ພະຈິກ ນີ້, ໂດຍສຸມໃສ່ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາດ້ານດິນຟ້າອາກາດ, ລະດົມແຫຼ່ງກຳລັງດ້ານການເງິນ ແລະ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຄໍາເຫັນ