ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງຕາມບົດລາຍງານໜີ້ສິນຄົວເຮືອນສະບັບຫຼ້າສຸດທີ່ FED ນິວຢອກ ສະຫະລັດ ອາເມຣິກາ ເປີດເຜີຍໃນວັນທີ 10 ພະຈິກ ຜ່ານມາ ສະແດງໃຫ້ເຫັນວ່າ: ໄຕມາດທີ 3 ຂອງປີນີ້, ຍອດໜີ້ສິນບັດສິນເຊື່ອຂອງ ສະຫະລັດ ອາເມຣິກາ ເພີ່ມຂຶ້ນ 22 ຕື້ໂດລາ, ເຮັດໃຫ້ຍອດລວມໜີ້ດັ່ງກ່າວຢູ່ທີ່ 1,290 ໂດລາ ຊຶ່ງເປັນສະຖິຕິໃໝ່, ເພີ່ມຂຶ້ນ 4.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ນັກຄົ້ນຄວ້າຂອງ FED ນິວຢອກ ກ່າວວ່າ: ຄຽງຄູ່ກັບໄພເງິນເຟີ້ ແລະ ຕົ້ນທຶນດ້ານການກູ້ຢືມເງິນເພີ່ມສູງຂຶ້ນ, ຄວາມກົດດັນດ້ານການເງິນຂອງຜູ້ບໍລິໂພກກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຜູ້ກູ້ຢືມເງິນທີ່ມີລາຍຮັບຕ່ຳ ແລະ ມີຄະແນນດ້ານຄວາມໜ້າເຊື່ອຖືຕ່ຳນັ້ນ ມີຄວາມຫຍຸ້ງຍາກດ້ານການໃຊ້ໜີ້ຫຼາຍທີ່ສຸດ. ໂຕເລກສະຖິຕິສະແດງໃຫ້ເຫັນວ່າ: ອັດຕາດອກເບ້ຍສະເລ່ຍຂອງບັດສິນເຊື່ອທີ່ອອກໃໝ່ໃນ ສະຫະລັດ ອາເມຣິກາ ແມ່ນປະມານ 24%, ບັດສິນເຊື່ອຍັງເປັນໜຶ່ງໃນຮູບແບບການກູ້ຢືມເງິນທີ່ມີຕົ້ນທຶນສູງ.
ຄໍາເຫັນ