ກຳປູເຈຍ ກຳລັງຈັດຕັ້ງປະຕິບັດອະນຸສັນຍາ Palermo ໃນການສືບສວນອາຊະຍາກຳ, ລະບຸຜູ້ເຄາະຮ້າຍ ແລະ ນຳຕົວຜູ້ຕ້ອງສົງໄສມາລົງໂທດ, ພ້ອມທັງຕ້ານອາຊະຍາກຳທາງອິນເຕີເນັດ ແລະ ການບັງຄັບໃຊ້ແຮງງານ, ພ້ອມກັບມາດຕະການປາບປາມເຄືອຂ່າຍການສໍ້ໂກງທາງອອນລາຍທີ່ເຊື່ອມໂຍງໂດຍກົງກັບການຄ້າມະນຸດ.
NCCT ລະບຸວ່າ: ກຳປູເຈຍໄດ້ດຳເນີນການປາບປາມເຄືອຂ່າຍການສໍ້ໂກງຂະໜາດໃຫຍ່ໃນທົ່ວພື້ນທີ່ເປົ້າໝາຍ. ເຈົ້າໜ້າສາມາດປິດສະຖານທີ່ສໍ້ໂກງທີ່ຜິດກົດໝາຍຫຼາຍຮ້ອຍແຫ່ງ ແລະ ໄດ້ຊ່ວຍເຫຼືອຜູ້ທີ່ຖືກກັກຂັງພາຍໃນນັ້ນ. ໂດຍກຳປູເຈຍ ຍັງຄົງມຸ່ງໝັ້ນທີ່ຈະຕ້ານການຄ້າມະນຸດ, ໂດຍສະເພາະເວັບໄຊທີ່ກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ.
ຖະແຫຼງການນີ້ເກີດຂຶ້ນຫຼັງຈາກກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ອອກບົດລາຍງານການຄ້າມະນຸດປີ 2026 ໃນເດືອນຕຸລາຜ່ານມາ ຊຶ່ງສືບຕໍ່ຈັດປະເພດກຳປູເຈຍໃນລະດັບທີ 3 ຊຶ່ງເປັນລະດັບຕໍ່າທີ່ສຸດໃນຂອບການປະເມີນຜົນຂອງ ສະຫະລັດ ອາເມຣິກາ.
ຄໍາເຫັນ