ຂ່າວລະບຸວ່າ: ໂຕເລກດັ່ງກ່າວເກີນຄວາມຄາດຫວັງຂອງນັກວິເຄາະທີ່ຄາດວ່າຈະເພີ່ມຂຶ້ນ 0.5% ແລະ ຖືເປັນການຟື້ນຕົວຂຶ້ນຫຼັງຈາກການສົ່ງອອກຫຼຸດລົງຕິດຕໍ່ກັນ 2 ເດືອນ ໃນເດືອນສິງຫາ ແລະ ກໍລະກົດ.
ນັກເສດຖະສາດຈາກທະນາຄານ Bethmann HAL ລະບຸວ່າ: ໂຕເລກດັ່ງກ່າວສະແດງໃຫ້ເຫັນເຖິງທັດສະນະໃນທາງບວກສຳລັບເສດຖະກິດເຢຍລະມັນ ແລະ ສະທ້ອນໃຫ້ເຫັນວ່າມັນຍັງສາມາດຮັບມືກັບການແຂ່ງຂັນຈາກຈີນໄດ້ໃນລະດັບໜຶ່ງ. ເຖິງຢ່າງໃດກໍຕາມ, ການຄ້າສາກົນມີທ່າອ່ຽງທີ່ຈະຊ່ວຍຮັກສາການເຕີບໂຕທາງເສດຖະກິດໃນໄລຍະສັ້ນ, ແຕ່ມັນອາດຈະບໍ່ແມ່ນແຮງຂັບເຄື່ອນຫຼັກ.
ໃນຂະນະດຽວກັນ, ການນຳເຂົ້າຂອງເຢຍລະມັນເພີ່ມຂຶ້ນ 4.2% ໃນເດືອນກັນຍາ ເມື່ອທຽບກັບເດືອນກ່ອນໜ້ານີ້ ຊຶ່ງສູງກວ່າຄວາມຄາດຫວັງຂອງຕະຫຼາດທີ່ເພີ່ມຂຶ້ນ 0.5%.
ຄໍາເຫັນ