ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນໃນ 10 ເດືອນ ລຸເຖິງ 44,810 ຕື້ຢວນ
ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ອີງຕາມໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນ. ໃນ 10 ເດືອນຂອງປີນີ້, ຍອດມູນຄ່າການຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນບັນລຸເຖິງ 44,810 ຕື້ຢວນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຮັກສາທ່າອຽງການເຕີບໂຕຢ່າງແຂງແຮງ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸ 25,990 ຕື້ຢວນ, ເພີ່ມຂຶ້ນ 17.6% ແລະ ມູນຄ່າການນຳເຂົ້າບັນລຸ 18,820 ຕື້ຢວນ, ເພີ່ມຂຶ້ນ 23.6%.
ສະເພາະເດືອນຕຸລາຜ່ານມາ, ການນຳເຂົ້າ-ສົ່ງອອກບັນລຸ 4,870 ຕື້ຢວນ, ເພີ່ມຂຶ້ນ 31.2%. ໃນນັ້ນ, ການສົ່ງອອກບັນລຸ 2,790 ຕື້ຢວນ, ເພີ່ມຂຶ້ນ 28.7%; ແລະ ການນຳເຂົ້າບັນລຸ 2,080 ຕື້ຢວນ, ເພີ່ມຂຶ້ນ 34.7%. ນັບມາຮອດເດືອນຕຸລາ, ການນຳເຂົ້າ ແລະ ການສົ່ງອອກຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 10% ເປັນເວລາ 6 ເດືອນຕິດຕໍ່ກັນ.
ຄໍາເຫັນ