ລາຍງານຊີ້ໃຫ້ເຫັນວ່າ: ຜູ້ໃຫ້ບໍລິການແອັບເອີ້ນລົດໃໝ່ສອງແຫ່ງຄື: CDG Zig Pte Ltd ຈາກສິງກະໂປ ແລະ Kumpool Sdn Bhd ຈາກມາເລເຊຍ, ຈະໄດ້ຮັບໃບອະນຸຍາດໃຫ້ດຳເນີນການພາຍໃຕ້ໂຄງການດັ່ງກ່າວຕັ້ງແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ຜູ້ໂດຍສານ ແລະ ຄົນຂັບລົດມີທາງເລືອກຫຼາຍຂຶ້ນສໍາລັບການເດີນທາງຂ້າມຊາຍແດນແບບຈຸດຕໍ່ຈຸດ.
ການປັບປຸງຫຼ້າສຸດນີ້ສ້າງຂຶ້ນບົນພື້ນຖານການປັບປຸງທີ່ເຮັດໃນວັນທີ 4 ພຶດສະພາ ຜ່ານມາ ຊຶ່ງລວມມີການລະບຸຈຸດຮັບຜູ້ໂດຍສານທີ່ຈອງການບໍລິການຜ່ານແອບພິເຄຊັນ, ການເພີ່ມຄວາມຍືດຍຸ່ນຂອງຈຸດສົ່ງຜູ້ໂດຍສານ, ການເພີ່ມໂຄຕ້າລົດແທັກຊີ່ ແລະ ການເສີມສ້າງຂໍ້ກຳນົດການບັງຄັບໃຊ້ ເພື່ອປ້ອງກັນການເດີນທາງແບບຜິດກົດໝາຍພາຍໃນປະເທດ.
ຄວາມຄືບໜ້ານີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງສິງກະໂປ ແລະ ມາເລເຊຍ ໃນການເສີມສ້າງການເຊື່ອມຕໍ່ຂ້າມຊາຍແດນ ແລະ ເສີມຂະຫຍາຍປະສົບການການເດີນທາງສຳລັບນັກທ່ອງທ່ຽວລະຫວ່າງສອງປະເທດ, ພ້ອມທັງສົ່ງເສີມສາຍພົວພັນທາງທຸລະກິດ ແລະ ສາຍພົວພັນລະຫວ່າງປະຊາຊົນ.
ຄໍາເຫັນ