ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ແລະ ມະຕິຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ ໂດຍແຕ່ງຕັ້ງ ສະຫາຍ ພັນເອກ ບຸນຈັນ ລໍລະບຸດ ເປັນຫົວໜ້າການເມືອງ ທັງເປັນກຳມະການຄະນະບໍລິຫານງານພັກກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ໃຫ້ກຽດໂອ້ລົມພ້ອມຮຽກຮ້ອງໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຍົກສູງວຽກງານການເມືອງ-ນໍາພາແນວຄິດ, ນໍາພາ-ຊີ້ນໍາໂຮງໝໍສູນກາງ 103 ກອງທັບໃຫ້ມີແບບແຜນວິທີເຮັດວຽກ, ຊີ້ນໍາຂະບວນການ ແລະ ຊຸກຍູ້ວຽກງານຕ່າງໆ ໃຫ້ສາມາດດໍາເນີນໄປຢ່າງເຂັ້ມແຂງ, ມີຄວາມສາມັກຄີ, ສືບຕໍ່ວຽກງານການສ້າງບຸກຄະລາກອນເຊັ່ນ: ພະນັກງານປ່ຽນແທນ ແລະ ພະນັກງານສືບທອດຂັ້ນນໍາພາ ໃຫ້ສາມາດສຸມໃສ່ໜ້າວຽກວິຊາສະເພາະໄດ້ໃນທຸກໄລຍະ ແລະ ອື່ນໆ ເພື່ອສ້າງໂຮງໝໍສູນກາງ 103 ກອງທັບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີໃບໜ້າອັນໃໝ່ ແລະ ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ໂຊກທະວີ ແກ້ວບຸດຕະລາດ
ຄໍາເຫັນ