![]() |
ໃນໄລຍະ 9 ເດືອນຜ່ານມາ, ຄະນະພັກຮາກຖານພະແນກວທ ແຂວງສາລະວັນ ໄດ້ເອົາໃຈໃສ່ນໍາພາວຽກງານການເມືອງ-ແນວຄິດ ເປັນກົກໄດ້ເຂົ້າຮ່ວມເຊື່ອມຊຶມເນື້ອໃນເອກະສານຕ່າງໆຢູ່ຂັ້ນແຂວງ ແລະ ຂັ້ນພະແນກໄດ້ 17 ຄັ້ງ, ມີຜູ້ເຂົ້າຮ່ວມ 348 ເທື່ອຄົນຍິງ 146 ເທື່ອຄົນ. ປັດຈຸບັນມີ 4 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກ 30 ສະຫາຍຍິງ 14 ສະຫາຍ. ດ້ານວຽກງານວິຊາສະເພາະ ຂະແໜງວັດທະນະທໍາ ສາມາດປະກາດບ້ານວັດທະນະທໍາໃໝ່ໄດ້ 4 ບ້ານ ແລະ ສໍານັກງານຕົວແບບ 1 ແຫ່ງ, ມີຄອບຄົວວັດທະນະທໍາ 817 ຄອບຄົວ ທຽບໃສ່ແຜນການປະຈໍາປີໄດ້ 43%, ທົ່ວແຂວງມີບ້ານວັດທະນະທໍາ 417 ບ້ານ ກວມ 72,14%, ມີຄອບຄົວວັດທະນະທໍາ 63,603 ຄອບຄົວ ກວມ 80,39% ຂອງຈໍານວນຄອບຄົວທົ່ວແຂວງ, ເອົາໃຈໃສ່ສໍາຫຼວດ, ເກັບກໍາຂໍ້ມູນ ແລະ ຂຶ້ນທະບຽນແຫຼ່ງມໍຣະດົກທາງວັດທະນະທໍາ, ທ້ອນໂຮມວັດຖຸພັນທີ່ມີຄຸນຄ່າທາງປະຫວັດສາດ ແລະ ວັດທະນະທໍາເຂົ້າໃນຫໍພິພິທະພັນແຂວງ ຊຶ່ງໄດ້ຮີບໂຮມວັດຖຸພັນໄດ້ 85 ລາຍການ ເພື່ອກະກຽມຈັດວາງສະແດງ. ສຳລັບວຽກງານການທ່ອງທ່ຽວ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງສາລະວັນທັງໝົດ 117,788 ເທື່ອຄົນ ບັນລຸ 76% ຂອງແຜນການປີ.ໃນນັ້ນ, ນັກທ່ອງທ່ຽວພາຍໃນ 32,022 ເທື່ອຄົນ, ນັກທ່ອງທ່ຽວຊາຍແດນ 73,404 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 12,302 ເທື່ອຄົນ, ສ້າງລາຍຮັບຈາກການທ່ອງທ່ຽວໄດ້ 16,224,510 ໂດລາ ທຽບໃສ່ແຜນລາຍຮັບປະຈໍາປີບັນລຸ 98% ແລະ ມີວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດບັນລຸຕາມແຜນການທີ່ວາງໄວ້. ສຳລັບທິດທາງໃນ 3 ເດືອນທ້າຍປີ 2026ຈະສູ້ຊົນເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄຸນນະພາບວຽກງານວິຊາສະເພາະ, ອະນຸລັກມໍຣະດົກວັດທະນະທໍາ, ພັດທະນາແຫຼ່ງທ່ອງທ່ຽວ ແລະ ຍົກສູງປະສິດທິຜົນການບໍລິຫານໃຫ້ດີຂຶ້ນ.
ໃນກອງປະຊຸມຄັ້ງນີ້, ໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ແຜນການກະກຽມປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 320/ປປທ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ( 2 ທັນວາ 1975 - 2 ທັນວາ 2025 ) ໃຫ້ພະນັກງານ-ລັດຖະກອນປະຈໍາການ ແລະ ບໍານານ ໂດຍສະເພາະພະແນກວທ ແຂວງສາລະວັນ ໄດ້ຮັບຫຼຽນກາລະນຶກທັງໝົດຈຳນວນ 18 ທ່ານຍິງ 6 ທ່ານ, ພະນັກງານທີ່ປະຈໍາການມີ 16 ທ່ານຍິງ 6 ທ່ານ ແລະ ພະນັກງານບໍານານ 2 ທ່ານ.ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ