![]() |
ທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານ ຄະນະກຳມະການປົກຄອງແຂວງສະຫວັນນະເຂດ ກ່າວລາຍງານຕໍ່ພິທີແຈກຢາຍເງິນໃຫ້ກັບປະຊາຊົນ ທີ່ຖືກຜົນກະທົບນໍ້າຖ້ວມເນື້ອທີ່ເຮັດການຜະລິດໄລຍະຜ່ານມາ ທີ່ບ້ານດົງໝາກໄຟ ເມືອງໄຊບູລິ ວ່າ: ໃນປີ 2026 ນີ້ ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດສັງຄົມຂອງແຂວງ ຊຶ່ງເກີດມີນ້ຳຖ້ວມທີ່ດິນການຜະລິດ ພ້ອມທັງຢູ່ອາໄສຂອງປະຊາຊົນ, ມີເຮືອນຈຳນວນຫຼາຍຫຼັງຖືກນໍ້າພັດໄປ ແລະ ກໍມີຄົນເສຍຊີວິດ, ສູນເສຍຊີວິດທັງໝົດ 5 ຄົນ ຍ້ອນນໍ້າຊຸໄຫຼ ແລະ ຖືກຜົນກະທົບແທ້ໆ ແມ່ນ 13 ເມືອງ 1 ນະຄອນ ຖືວ່າມີແຕ່ເມືອງດຽວປອດໄພ ເພາະວ່າແຂວງພວກເຮົາລວມມີ 14 ເມືອງ 1 ນະຄອນ, ໄດ້ຮັບຜົນກະທົບເຖິງ 13 ເມືອງ 1 ນະຄອນ, ກະທົບເຖິງ 177 ບ້ານ, ມີ 7,116 ຄອບຄົວ, ໄດ້ມີຜູ້ໄດ້ຮັບຜົນກະທົບ 47,200 ຄົນ, ສ່ວນເຮືອນໄດ້ຮັບຜົນກະທົບເສຍຫາຍ ແມ່ນ 100 ກວ່າຫຼັງຄາເຮືອນ. ນອກນັ້ນ ມີເລົ້າເຂົ້າ, ມີເນື້ອທີ່ທຳການຜະລິດ 578 ເຮັກຕາ, ເສັ້ນທາງເຊື່ອມໂຍງຊົນນະບົດ ຖືກກະທົບ 100 ກວ່າເສັ້ນ. ບັນດາເສົາໄຟຟ້າ ລະບົບໂທລະຄົມມະນາຄົມ ຖືກຕັດຂາດຢູ່ຫຼາຍເມືອງ, ນອກຈາກນັ້ນ ກໍຍັງສົ່ງຜົນກະທົບເຖິງໂຮງຮຽນ 38 ແຫ່ງ. ປະເມີນຜົນເສຍຫາຍທັງໝົດ 160 ຕື້ກວ່າກີບ.
![]() |
ທ່ານ ບຸນທະວີ ຈອມພະຈັນ ເລຂາພັກບ້ານ ນາຍບບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ມື້ນີ້ແມ່ນໄດ້ຮັບການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບນໍ້າຖ້ວມ ໂດຍໄດ້ຮັບແຈ້ງຊ່ວຍເງິນສົດ ສະມາຊິກ 1 ຄົນ ໄດ້ຮັບເງິນ 1,350,000 ກີບ, ເນື້ອທີ່ຖືກຜົນກະທົບນໍ້າຖ້ວມ 180 ເຮັກຕາ, ເນື້ອທີ່ທັງໝົດ 213 ເຮັກຕາ, ເປົ້າໝາຍຫຼັກອໍານາດການປົກຄອງ ແມ່ນນໍາເງິນຊື້ເຂົ້າກິນ-ສະບຽງອາຫານ, ປິ່ນປົວພະຍາດ ແລະ ໝູນໃຊ້ວຽກງານທີ່ຈໍາເປັນຮີບດ່ວນ ແລະ ຢາກໃຫ້ພັກ-ລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພາກສ່ວນອື່ນໆ ຊ່ວຍແນວພັນເຂົ້າ-ແນວພັນພືດ ກຽມລະດູນາແຊງ ກໍຄື ປູກພືດໃນລະດູແລ້ງ ເພື່ອທົດແທນຜົນເສຍຫາຍ.
![]() |
ແມ່ ບຸນຖັນ ສາລີ ປະຊາຊົນບ້ານດົງໝາກໄຟ ໃຫ້ສໍາພາດວ່າ: ຄອບຄົວແມ່ທຸກຍາກຫຼາຍ ມີສະມາຊິກພາຍໃນຄອບຄົວ 6 ຄົນ ແຕ່ບໍ່ມີເນື້ອທີ່ເຮັດການຜະລິດ, ຊີວິດການເປັນຢູ່ຂາດເຂີນ, ເຂົ້າຂາດແລງ ແກງຂາດໝໍ້, ເງິນທີ່ໄດ້ຮັບ ແມ່ນຈະເອົາໄປຊື້ເຂົ້າ, ຊື້ສັງກະສີປຸກຕູບຢູ່, ຊື້ຢາປົວເບົາຫວານ, ແມ່ດີໃຈຫຼາຍຫາສິ່ງປຽບບໍ່ໄດ້ ຕັ້ງແຕ່ເກີດມາ ແມ່ບໍ່ເຄີຍໄດ້ຮັບເງິນຫຼາຍປານນີ້ຈັກເທື່ອ.
ທ່ານ ກັ້ງ ທໍລະທັດ ຫົວໜ້າໜ່ວຍງານ ພະແນກແຮງງານສະຫວັດດີການສັງຄົມເມືອງໄຊບູລີ ໃຫ້ສໍາພາດວ່າ: ເມືອງໄຊບູລີ ມີທັງໝົດ 52 ບ້ານ ແຕ່ບ້ານທີ່ໄດ້ຮັບຜົນກະທົບນໍ້າຖ້ວມແມ່ນ 34 ບ້ານ ແຕ່ບ້ານທີ່ໄດ້ຮັບການຊ່ວຍເຫຼືອພຽງແຕ່ 3 ບ້ານເທົ່ານັ້ນ ໂດຍອີງໃສ່ ດໍາລັດເລກທີ 348, ບ້ານທີ່ທຸກຍາກ ແລະ ບ້ານທີ່ພົ້ນທຸກ ເຖິງແມ່ນວ່າ ເມືອງໄຊບູລີ ຈະເປັນບ້ານພົ້ນທຸກແລ້ວ ແຕ່ກໍມີບ້ານທີ່ພົ້ນທຸກປານກາງຢູ່ ຄື: ບ້ານດົງໝາກໄຟ ມີ 158 ຄອບຄົວ, ບ້ານແກ້ງແວງ 86 ຄອບຄົວ ແລະ ບ້ານໜອງບົວທອງ139 ຄອບຄົວ, ເງິນທີ່ໄດ້ຮັບນັ້ນ ແມ່ນໄດ້ແນະນໍາປະຊາຊົນໃຫ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ເຊັ່ນ: ຊື້ອາຫານ, ເສື້ອຜ້າ-ຕໍາລາຮຽນໃຫ້ລູກຊື້ຢາປົວພະຍາດ, ສ້ອມແປງເຮືອນຊານ.
![]() |
ໂອກາດດັ່ງກ່າວ, ປະຊາຊົນ ຕ່າງກໍໄດ້ຜັດປ່ຽນກັນສະແດງຄວາມຂອບໃຈເປັນຢ່າງສູງ ນໍາອົງການອາຫານໂລກ, ການຈັດຕັ້ງອື່ນ ແລະ ບັນດາຜູ້ໃຫ້ທຶນຊ່ວຍເຫຼືອໃນຄັ້ງນີ້ ຈົ່ງມີຄວາມສຸກທັງກາຍ-ໃຈ ແລະ ຂໍໃຫ້ໂຊກດີທຸກໆທ່ານ. ພ້ອມທັງກ່າວຕື່ມອີກວ່າ ຈະໝູນໃຊ້ເງິນທີ່ໄດ້ຮັບໃຫ້ເກີດປະໂຫຍດສູງສຸດ.



ຄໍາເຫັນ