![]() |
ໃນພິທີ, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງເລກທີ 583; 514; 626/ຄປຂ ແລະ ມະຕິຕົກລົງເລກທີ135/ຄປຈ,ຄມ. ຕົກລົງແຕ່ງຕັ້ງທ່ານ ທອງດໍາ ສາຍສຳພັນ ກຳມະການພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງທ່າແຂກ ໄປເປັນຮອງຫົວໜ້າພະແນກການເງິນແຂວງ, ແຕ່ງຕັ້ງທ່ານ ພັທ ສາຍເງິນ ອິນທະວົງ ຄະນະພັກກອງບັນຊາການ ປກສ ແຂວງ, ຜູ້ອໍານວຍການບໍລິສັດ ຮັກສາຄວາມປອດໄພແຂວງ ໄປເປັນຮອງປະທານຄະນະກຳມະການປົກຄອງເມືອງທ່າແຂກ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນກຳມະການຄະນະບໍລິຫານງານພັກເມືອງທ່າແຂກ ແລະ ແຕ່ງຕັ້ງ ທ່ານ ແສງໄຊ ພົມມະຈັກ ກຳມະການໜ່ວຍພັກຫົວໜ້າຂະແໜງຄຸ້ມຄອງຊາຍແດນແຫ່ງຊາດພະແນກການຕ່າງປະເທດແຂວງ ເປັນຮອງຫົວໜ້າພະແນກການຕ່າງປະເທດແຂວງ.
![]() |
ໂອກາດນີ້, ທ່ານ ສົມໃຈ ພານີຈັນ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການຍົກຍ້າຍ-ແຕ່ງຕັ້ງ ຈົ່ງເພີ່ມທະວີຄວາມຮັບຜິດຊອບລວມ, ມີຄວາມເປັນເອກະພາບດ້ານແນວຄິດ ໃຫ້ຖືວ່າການຍົກຍ້າຍ-ແຕ່ງຕັ້ງແມ່ນວຽກປົກກະຕິຂອງການຈັດຕັ້ງ, ບໍ່ແມ່ນຄວາມບົກຜ່ອງ. ໃຫ້ຝຶກຝົນຫຼໍ່ຫຼອມຕົນເອງ ຍົກສູງຄຸນສົມບັດສິນທຳປະຕິວັດ, ເຄົາລົບກົດໝາຍ ແລະ ເອົາໃຈໃສ່ສ້າງຄວາມສາມັກຄີໃຫ້ເປັນຮູບປະທຳ ຊຶ່ງເປັນປັດໄຈຕັດສິນທຸກຜົນງານ. ສ່ວນດ້ານໜ້າວຽກຈຸດສຸມຕາມຂະແໜງການ: ໄດ້ຊີ້ນໍາໃຫ້ຮອງພະແນກການເງິນແຂວງ ເອົາໃຈໃສ່ເກັບລາຍຮັບ (ພາສີ, ອາກອນ, ຄ່າທຳນຽມ...) ໃຫ້ຖືກຕ້ອງ, ຄົບຖ້ວນ, ທັນກຳນົດ ແລະ ໃຫ້ເກີນແຜນ. ຄຸ້ມຄອງລາຍຈ່າຍໃຫ້ໂປ່ງໃສ, ປະຢັດ ແລະ ມີປະສິດທິພາບ ຕາມກົດໝາຍງົບປະມານ. ຄຸ້ມຄອງຊັບສິນຂອງລັດ, ລະບົບຄັງເງິນທັນສະໄໝ, ຕ້ານການຮົ່ວໄຫຼ ແລະ ການສໍ້ລາດບັງຫຼວງ. ສໍາລັບພະແນກການຕ່າງປະເທດແຂວງ: ໃຫ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແລະ ຄຸ້ມຄອງການເຄື່ອນໄຫວຂອງຄົນຕ່າງປະເທດໃຫ້ຖືກລະບຽບ, ພົວພັນຮ່ວມມືກັບແຂວງເພື່ອນບ້ານ (ຫວຽດນາມ, ໄທ) ເພື່ອສົ່ງເສີມເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ປົກປັກຮັກສາເສັ້ນຊາຍແດນ, ອຳນວຍຄວາມສະດວກດ້ານພິທີການ, ວີຊາ ແລະ ວຽກງານຕ່າງປະເທດຢ່າງເປັນມືອາຊີບ.
![]() |
ສ່ວນຄະນະກຳມະການປົກຄອງເມືອງທ່າແຂກ: ໃຫ້ເອົາໃຈໃສ່ໃນການນໍາພາຈັດຕັ້ງປະຕິບັດກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັດທະນາຕົວເມືອງ, ຍົກລະດັບການບໍລິການສາທາລະນະ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ດຶງດູດການລົງທຶນ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ແລະ ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳຂອງພະແນກ ແລະ ເມືອງທີ່ກ່ຽວຂ້ອງ ຈົ່ງໃຫ້ການສະໜັບສະໜູນ, ສ້າງເງື່ອນໄຂ ແລະ ຮ່ວມມືຢ່າງໃກ້ຊິດ ເພື່ອໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ສາມາດປະຕິບັດໜ້າທີ່ຢ່າງມີປະສິດທິພາບ. ຂ່າວ: ແດງສະຫວັດ



ຄໍາເຫັນ