ຕາມສະຖິຕິຂອງນະຄອນໂຮ່ຈິມິນ, ຍອດລາຍຮັບງົບປະມານດຸ່ນດ່ຽງຂອງລັດໃນບໍລິເວນນະຄອນໃນ 10 ເດືອນ ຄາດຄະເນບັນລຸ 767,238 ຕື້ດົງ ຫຼາຍທີ່ສຸດໃນທົ່ວປະເທດ, ເພີ່ມຂຶ້ນ 16.8% ເມື່ອທຽບກັບໄລຍະດຽວກັນ.
ພ້ອມກັບໝາກຜົນທີ່ບັນລຸໄດ້ຂອງນະຄອນໂຮ່ຈິມິນ, ຫຼາຍທ້ອງຖິ່ນກໍປະຕິບັດສຳເລັດຄາດໝາຍງົບປະມານທັງປີເມື່ອຫາກໍໝົດເດືອນຕຸລາ. ໃນນັ້ນມີນະຄອນຫຼວງຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ດົ່ງນາຍ, ບັກນິງ, ຮຶງອຽນ. ສະເພາະ ດ່າໜັງ ບັນລຸໄດ້ຄາດໝາຍ ນັບແຕ່ທ້າຍເດືອນກັນຍາ, ໄວກວ່າກຳນົດ 3 ເດືອນ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້ຢູ່ເຂດໃຊ້ສະກຸນເງິນເອີໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງທົບສອງເທົ່າເມື່ອທຽບໃສ່ຄາດໝາຍຂອງທະນາຄານກາງເອີຣົບ (ECB). ສາເຫດຕົ້ນຕໍຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ ໃນສະພາບທີ່ການປະທະກັນຢູ່ເຂດຕາເວັນອອກກາງຍັງສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຄວາມກົດດັນຕໍ່ ECB ໃນການສືບຕໍ່ຮັດກຸມນະໂຍບາຍເງິນຕາ.
ຄໍາເຫັນ