ລັກສະນະຂອງການລ່ວງລະເມີດດັ່ງກ່າວລວມມີການສ້າງ ຫຼື ດັດແປງຮູບພາບສ່ວນຕົວໂດຍ AI ໂດຍບໍ່ໄດ້ຮັບຄວາມຍິນຍອມ, ລວມທັງການເຜີຍແຜ່ ຫຼື ຂົ່ມຂູ່ວ່າຈະເຜີຍແຜ່ຮູບພາບເຫຼົ່ານີ້ໂດຍບໍ່ໄດ້ຮັບຄວາມຍິນຍອມ. ເກືອບ 87% ຂອງຜູ້ເຄາະຮ້າຍລາຍງານວ່າເຫດການດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງຕົນຢ່າງໜ້ອຍໜຶ່ງດ້ານ ຊຶ່ງ ລວມເຖິງຜົນກະທົບຕໍ່ສຸຂະພາບ, ສະຫວັດດີພາບ, ຄວາມສຳພັນ, ການເຮັດວຽກ ຫຼື ການເງິນ.
ໃນຂະນະດຽວກັນ, ຜູ້ຊາຍລາຍງານວ່າເຄີຍຖືກລ່ວງລະເມີດໃນອັດຕາສ່ວນ 10.2% ຊຶ່ງສູງກວ່າຜູ້ຍິງທີ່ຢູ່ທີ່ 3.8%. ຢ່າງໃດກໍຕາມ, ຜູ້ຍິງໄດ້ລາຍງານເຖິງປະຕິກິລິຍາ ແລະ ຜົນກະທົບທາງລົບທີ່ຮ້າຍແຮງກວ່າ ທັງຄວາມຢ້ານກົວຕໍ່ຄວາມບໍ່ປອດໄພ, ເຊັ່ນດຽວກັບຜົນກະທົບຕໍ່ສຸຂະພາບຈິດ ແລະ ຮ່າງກາຍ.
ທ່ານສາດສະດາຈານ ນິໂຄລາ ເຮນຣີ ຈາກມະຫາວິທະຍາໄລ RMIT ກ່າວວ່າ: ການຄົ້ນຄວ້າສະແດງໃຫ້ເຫັນວ່າ ການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍ AI ບໍ່ໄດ້ຈຳກັດພຽງແຕ່ຄົນດັງ ຫຼື ບຸກຄົນສາທາລະນະເທົ່ານັ້ນ ແລະ ບໍລິສັດເຕັກໂນໂລຊຊີຈຳເປັນຕ້ອງມີມາດຕະການປ້ອງກັນຫຼາຍຂຶ້ນກ່ອນທີ່ເຫດການດັ່ງກ່າວຈະເກີດຂຶ້ນ.
ຄໍາເຫັນ